(ຈຸນັກຂ່າວໄດ້ຮັບລາງທີ່ໜຶ່ງໃນການເສັງສື່ມວນຊົນແຫ່ງຊາດປີ 2014)
(vovworld) - ສະເຫຼີມສະຫຼອງ 90 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925-21/6/2015) ປີນີ້, ບັນດາຜູ້ທີ່ເຮັດວຽກງານສື່ມວນຊົນຂອງວິທະຍຸກະຈາຍສຽງຫວຽດນາມ (VOV) ລ້ວນແຕ່ຮູ້ສຶກພາກພູມໃຈທີ່ສຸດ. ວັນນີ້ຍິ່ງມີຄວາມໝາຍກວ່າເມື່ອຈຸນັກຂ່າວລະບົບສະຖານະການ - ການເມືອງ - ສັງລວມ (VOV1) ຂອງ VOV ເປັນກຽດໄດ້ຮັບລາງວັນທີ 1 ໃນການເສັງສື່ມວນຊົນແຫ່ງຊາດປີ 2014, ດ້ວຍລາຍການພິເສດທີ່ມີຫົວຂໍ້ວ່າ “ຄຳພິໄນກຳຂອງປະທານ ໂຮ່ຈີມິນ - ຄຳພິໄນກຳກ່ຽວກັບມະນຸດ, ເພື່ອມະນຸດ“.
ລາຍການກະຈາຍສຽງພິເສດຂອງ VOV ດ້ວຍຫົວຂໍ້ວ່າ“ຄຳພິໄນກຳຂອງປະທານ ໂຮ່ຈີມິນ - ຄຳພິໄນກຳກ່ຽວກັບມະນຸດ, ເພື່ອມະນຸດ“ ໄດ້ອອກອາກາດໃນມື້ທ້າຍເດືອນ 8/2014, ໃນໂອກາດທີ່ທົ່ວປະເທດມຸ່ງໄປເຖິງການສະເຫຼີມສະຫຼອງວັນຊາດທີ 2/9 ແລະ 45 ປີ ແຫ່ງການປະຕິບັດພິໄນກຳຂອງປະທານ ໂຮ່ຈີມິນ. ອາດເວົ້າໄດ້ວ່າ ພິໄນກຳຂອງປະທານ ໂຮ່ຈີມິນ ບໍ່ແມ່ນບັນຫາໃໝ່. ດັ່ງນັ້ນບັນດານັກຂ່າວຕ້ອງເຮັດແນວໃດເພື່ອຊອກໄດ້ແງ່ມູມໃໝ່ຈາກຫົວຂໍ້ນີ້, ແຕ່ຍັງຄົງຮັບປະກັນເນື້ອໃນຈິດໃຈຂອງຂອງພິໄນກຳໃຫ້ໄດ້, ທັງສ້າງຄວາມດູດດື່ມໃຫ້ແກ່ຜູ້ຟັງອີກດ້ວຍ. ນັກຂ່າວ ໂດວຽດງາ, ຜູ້ມີແນວຄວາມຄິດ ແລະ ຈັດຮ່າງລາຍການກະຈາຍສຽງພິເສດນີ້, ແບ່ງປັນວ່າ:
“ພວກຂ້າພະເຈົ້າໄດ້ພະຍາຍາມຊອກຫາບັນດາເລື່ອງລາວເພື່ອສ່ອງແສງໃຫ້ເຫັນຄວາມເອົາໃຈໃສ່ຂອງປະທານ ໂຮ່ຈີມິນ ຕໍ່ປະຊາຊົນທຸກຊັ້ນວັນນະໃນສັງຄົມ. ສິ່ງດັ່ງກ່າວຖືກລະບຸໄວ້ຢ່າງຈະແຈ້ງໃນພິໄນກຳຂອງເພິ່ນ. ພວກຂ້າພະເຈົ້າຢາກນຳໃຊ້ບັນດາເລື່ອງລາວທີ່ມີຈິງໃນຊີວິດເພື່ອສ່ອງແສງໃຫ້ເຫັນແນວຄິດຂອງປະທານ ໂຮ່ຈີມິນ.“
ຈຸນັກຂ່າວຈັດລາຍການກະຈາຍສຽງພິເສດນີ້ລວມມີ 6 ຄົນ, ທີ່ມີປະສົບການໃນການຈັດບັນດາລາຍການສະຖານະການຂອງລະບົບສະຖານະການ - ການເມືອງ - ສັງລວມ (VOV1), ນັ້ນແມ່ນບັນດານັກຂ່າວ: ຮ່ວາງຈູງຢຸງ, ໂດວຽດງາ, ຫວູໂຮ່ດຽບ, ເຈິ່ນຖູ໋ຍງອກ, ວັນເຟືອງຮວາ ແລະ ຫວູທູຮ່າ. ເພື່ອເຮັດໃຫ້ລາຍການໄດ້ຮັບຜົນ, ບັນດານັກຂ່າວຕ້ອງມີການກະກຽມກ່ອນນັ້ນເກືອບ 2 ເດືອນ, ດ້ວຍຫຼາຍວຽກງານທີ່ແຕກຕ່າງກັນ, ຈາກແນວຄວາມຄິດ, ການພົບປະກັບຕົວພະຍານປະຫວັດສາດ, ບັນດານັກຊ່ຽວຊານຄົ້ນຄ້ວາກ່ຽວກັບປະທານ ໂຮ່ຈີມິນ ກໍ່ຄືວຽກງານຈັດລາຍການ… ນັກຂ່າວ ເຈິ່ນຖູ໋ຍງອກ, ໃຫ້ຮູ້ວ່າ:
“ມີວຽກງານຫຼາຍຢ່າງທີ່ພວກຂ້າພະເຈົ້າຕ້ອງກະກຽມ, ດັ່ງນັ້ນແຕ່ລະຄົນຕ້ອງເຮັດຫຼາຍວຽກຕາມຄວາມສາມາດຂອງຕົນ. ພວກຂ້າພະເຈົ້າຊ່ວຍເຫຼືອ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ເພື່ອເຮັດໃຫ້ລາຍການມີຄຸນນະພາບດີ, ຮັບໃຊ້ໃຫ້ແກ່ຜູ້ຟັງວິທະຍຸກະຈາຍສຽງຫວຽດນາມ“.
ໃນການຂຽນບົດສາລະຄະດີຕ່າງໆເພື່ອຮັບໃຊ້ເນື້ອໃນລາຍການພິເສດນີ້, ອະນຸສອນທີ່ໜ້າຈົດຈຳຂອງຈຸນັກຂ່າວນັ້ນແມ່ນ, ໄດ້ໂອ້ລົມກັບບັນດາຕົວພະຍານປະຫວັດສາດ, ຜູ້ທີ່ໄດ້ພົບປະກັບປະທານ ໂຮ່ຈີມິນ ເມື່ອເພິ່ນຍັງມີຊີວິດຢູ່. ສຳລັບນັກຂ່າວແຕ່ລະຄົນ, ວຽກງານນີ້ທັງມີຄວາມໝາຍ, ທັງເປັນລາງວັນອັນລຳ້ຄ່າທີ່ສຸດ. ນັກຂ່າວ ວັນເຟືອງຮວາ, ແບ່ງປັນວ່າ:
“ໃນບັນດາອະນຸສອນກ່ຽວກັບປະທານ ໂຮ່ຈີມິນ, ຄວາມຫຍຸ້ງຍາກທີ່ສຸດນັ້ນແມ່ນພວກຂ້າພະເຈົ້າຕ້ອງເລືອກເອົາບັນດາເລື່ອງລາວທີ່ສ້າງຄວາມສະເທືອນໃຈຢ່າງແທ້ຈິງ ແລະ ມີຄວາມໝາຍ ເພື່ອສົ່ງເຖິງທ່ານຜູ້ຟັງ“.
ພິເສດ, ໃນລາຍການນີ້, ຜູ້ຟັງທົ່ວປະເທດຍັງໄດ້ຮັບຟັງເທບເອກະສານປະຫວັດສາດອັນລຳ້ຄ່າເຊັ່ນ: ແຈ້ງການພິເສດຂອງຄະນະບໍລິຫານງານພັກແຮງງານຫວຽດນາມ ກ່ຽວກັບການເຖິງແກ່ມໍລະນະກຳຂອງປະທານ ໂຮ່ຈີມິນ; ບົດບັນທຶກຂອງທ່ານ ຫວູກີ່, ເລຂາຂອງທ່ານປະທານ ໂຮ່ຈີມິນ ແຕ່ປີ 1945-1969; ທ່ານເລຂາທິການໃຫຍ່ ເລຢວນ ອ່ານພິໄນກຳຂອງປະທານ ໂຮ່ຈີມິນ ໃນພິທີງານສົບຂອງເພິ່ນເມື່ອປີ 1969…
ເຂົ້າຮ່ວມລາຍການກະຈາຍສຽງພິເສດນີ້ ໃນບົດບາດເປັນໂຄສົກ, ນັກຂ່າວ ຮ່ວາງຈູງຢຸງ ກໍ່ມີຄວາມຮູ້ສຶກຕື້ນຕັນໃຈພ້ອມກັບຜູ້ຟັງໃນທົ່ວປະເທດ, ເມື່ອໄດ້ຮັບຟັງຄືນເທບເອກະສານດັ່ງກ່າວ.
“ເມື່ອຮັບຟັງແຈ້ງຂ່າວມໍລະນະກຳຂອງປະທານ ໂຮ່ຈີມິນ ຂ້າພະເຈົ້າຮູ້ສຶກສະເທືອນໃຈທີ່ສຸດ ຄືໄດ້ຮັບຟັງໂດຍກົງໃນຈຸດເວລາປະຫວັດສາດນັ້ນ. ໃນລາຍການແລກປ່ຽນຄວາມເຫັນກັບແຂກເຊີນ ເມື່ອຮັບຟັງເຂົາເຈົ້າແບ່ງປັນຄວາມໃນໃຈຂອງຕົນ, ພວກຂ້າພະເຈົ້າຮູ້ສຶກໄດ້ອາລົມຈິດຂອງປະຊາຊົນ, ນັກຮົບ ແລະ ຜູ້ຟັງທີ່ສະຫງວນໃຫ້ປະທານ ໂຮ່ຈີມິນ “.
ໃນເວລາອອກອາກາດລາຍການພິເສດ 3 ຊົ່ວໂມງໃນລະບົບ VOV1 ນັ້ນ, ລາຍການໄດ້ຮັບໂທລະສັບຂອງທ່ານຜູ້ຟັງພາຍໃນປະເທດປະມານ 600 ຄັ້ງ. ສຳລັບຈຸຈັດລາຍການແລ້ວ, ອາລົມຈິດເຊິ່ງຜູ້ຟັງສະຫງວນໃຫ້ປະທານ ໂຮ່ຈິມິນ ກໍ່ແມ່ນແຫຼ່ງປຸກລະດົມກຳລັງໃຈ, ສົ່ງເສີມຈິດໃຈໃຫ້ເຂົາເຈົ້າຢ່າງຫຼວງຫຼາຍ. ນັກຂ່າວ ໂດວຽດງາ ໃຫ້ຮູ້ວ່າ:
“ມີຜູ້ຟັງຫຼາຍຄົນໄດ້ໂທລະສັບມາຍັງລາຍການ, ບາງຄົນອ່ານກະວີ, ບາງຄົນສະແດງຄວາມຮູ້ສຶກຕໍ່ປະທານ ໂຮ່ຈີມິນ, ບາງຄົນທັງໄຫ້ທັງເວົ້າ. ອາລົມຈິດເຫຼົ່ານັ້ນຂອງຜູ້ຟັງ, ພ້ອມກັບການໄຈ້ແຍກ ແລະ ແບ່ງປັນຂອງແຂກເຊີນ ໄດ້ເຮັດໃຫ້ຈຸນັກຂ່າວຈັດລາຍການຮູ້ສຶກສະເທືອນໃຈທີ່ສຸດ“.
ລາຍການກະຈາຍສຽງພິເສດຂອງຂອງລາບົບ VOV1 ໄດ້ສຳເລັດຜົນເມື່ອຢັ້ງຢືນຄຸນຄ່າ ແລະ ຄວາມໝາຍເນື້ອໃນຄຳພິໄນກຳຂອງປະທານ ໂຮ່ຈີມິນ.