ແຖວຕົ້ນໝາກ, ໃບພູ, ແຖວຕົ້ນໝາກມີ້ຂຽວອຸ່ມທຸ່ມສົ່ງກິນຫອມໄປທົ່ວ… ທັດສະນີຍະພາບທີ່ເປັນເອກະລັກພິເສດນີ້, ຄິດວ່າຈະມີຢູ່ຕາມເຂດສວນ ທາງພາກໃຕ້ຫວຽດນາມນັ້ນ, ແຕ່ຊ້ຳພັດປະກົດຂຶ້ນລັດ ຮາວາຍ ທີ່ມີຊື່ສຽງຂອງອາເມລິກາ. ນັ້ນແມ່ນຝາມຂອງອ້າຍ ເລີມແຫ້ງ ຊາວອາເມລິກາເຊື້ອຊາດຫວຽດນາມທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຮາວາຍ.
ອ້າຍແຫ້ງພວມເດັດເອົາໃບພູໃນສວນຂອງຕົນ |
ຟາມຂອງອ້າຍ ເລີມແຫ້ງ ກວ້າງປະມານ 1 ແຮັກຕາ ຖືກຕັ້ງຢູ່ຕີນພູຂຶ້ນກັບ Oahu ຊຶ່ງແມ່ນເກາະແຫ່ງໜຶ່ງທີ່ມີພົນລະເມືອງຫຼາຍກວ່າໝູ່ໃນລັດຮາວາຍ. ຝາມຂອງອ້າຍ ເລີມແຫ້ງ ມີຜັກ, ໝາກໄມ້ຫຼາຍຊະນິດ, ປຽບເໝືອນຕະຫຼາດກະສີກຳຮັດແຄບຢູ່ຫວຽດນາມ. ອ້າຍ ເລີມແຫ້ງ ແບ່ງປັນວ່າ :
“ຢູ່ ຟາມແຫ່ງນີ້, ມີຜັກ, ໝາກໄມ້ຄົບທຸກຢ່າງ, ຢູ່ຫວຽດນາມມີຫຍັງແດ່, ຢູ່ນີ້ກໍມີໝົດ. ຍົກຕົວຢ່າງຄື ຜັກຊີ, ຜັດອີ່ຕູ່, ໃບພູ, ໝາກນ້ຳນົມ, ໝາກລຳໄຍ, ໝາກລະມຸດ… ”
ໃນເບື້ອງຕົ້ນ, 2 ຜົວເມຍອ້າຍແຫ້ງພຽງແຕ່ປູກຜັກເພື່ອຂາຍໃຫ້ຊາວອາເມລິກາເຊື້ອສາຍອາຊີຢູ່ ຮາວາຍ, ເພາະປູກຜັກກໍມີເງື່ອນໄຂສະດວກ, ການເກັບກູ້ກໍໄວ. ໄລຍະຕໍ່ມາ, ເຫັນວ່າຍັງມີດິນເປົາວ່າງຫຼາຍ, ດັ່ງນັ້ນ, ອ້າຍກໍຄິດໄລເຖິງການປູກຕົ້ນໄມ້ໃຫ້ໝາກ, ທຳອິດແມ່ນປູກກ້ວຍ, ໝາກມີ້, ໝາກນ້ຳນົມ…..
ອ້າຍ ເລີມແຫ້ງ ເວົ້າວ່າ :
“ ດິນຟ້າອາກາດຢູ່ນີ້ເອື້ອອຳນວຍຄວາມສະດວກຫຼາຍກວ່າຢູ່ຫວຽດນາມ. ຖ້າຫາກປູກຢູ່ຫວຽດນາມ ຕ້ອງການເວລາ 5 ປີ, ສ່ວນຢູ່ນີ້, ຕ້ອງການເວລາພຽງ 3 ເທົ່ານັ້ນ, ກໍສາມາດໃຫ້ໝາກແລ້ວ ”
ອ້າຍ ເລີມແຫ້ງ ເຈົ້າຂອງຟາມໃຫ້ຮູ້ວ່າ : ຢູ່ໃສກໍເຊັ່ນດຽວກັນ, ການເຮັດໄຮ່ນາຮົ້ວສວນ ຍາມໃດກໍມີຄວາມລຳບາກ, ສຳລັບລາຍຮັບກໍສາມາດໃຊ້ຈາຍພຽງພໍໃນຊີວິດປະຈຳວັນ. ແຕ່ເມື່ອຖືກຖາມວ່າ ຢາກແລກວຽກງານນີ້ເອົາວຽກງານເຮັດຢູ່ຫ້ອງການທີ່ມີລາຍຮັບສູງກວ່າຫຼືບໍ່ ? ອ້າຍ ເລີມແຫ້ງກໍບໍ່ຍອມຮັບເລີຍ. ອ້າຍ ເລີມແຫ້ງ ເປີດເຜີຍວ່າ :
“ ເຮົາມັກເຮັດວຽກຢູ່ກາງແຈ້ງ, ມັກລົມ, ມັກຝົນ, ມັກທຳມະຊາດ. ຖ້າຫາກເຮັດວຽກໃນບໍລິສັດ, ໂຮງຈັກໂຮງງານ, ເຮົາເຫັນວ່າຖືກບັງຄັບ, ຊົ່ວໂມງເຮັດວຽກກໍຂຶ້ນກັບເຂົາ, ເຮັກວຽກກໍຢູ່ໃນຮົ່ມ. ເຮົາເຄີຍເຮັດວຽກຢູ່ກາງແຈ້ງ, ເຮັດໃນບັນຍາກາດທຳມະຊາດມາແຕ່ນ້ອຍ , ດັ່ງນັ້ນການເຮັດສວນ ກໍຮູ້ສຶກວ່າ ສະດວກສະບາຍຫຼາຍ ”
ໂອ້ລົມກັບພວກຂ້າພະເຈົ້າແລ້ວ, ອ້າຍ ເລີມແຫ້ງ ຟ້າວຂຶ້ນລົດ ຕິດເຄື່ອງ. ເຖິງເວລາແລ້ວ ທີ່ອ້າຍ ເລີມແຫ້ງ ຕ້ອງໄປສົ່ງເຄື່ອງ, ແລ້ວກໍແວຮັບລູກຢູ່ໂຮງຮຽນ. ແສງແດດກໍໄດ້ຫາຍໄປ.