(vovworld)- ຊາວກະສິກອນຢູ່ຕາແສງ ອຽນດືກ ເທດສະບານ ດົງຈ່ຽວ ແຂວງ ກວ໋າງນີງ, ແຕ່ລະມື້ ຍັງດຳນາ, ປູກຜັກ ແຕ່ເມື່ອມີແຂກທ່ອງທ່ຽວມາຢ້ຽມຢາມ ເຂົາເຈົ້າ ພັດກາຍເປັນຜູ້ນຳທ່ຽວ, ນັກສະແດງສິລະປະສະຫມັກຫລິ້ນ ເພື່ອຮັບໃຊ້ນັກທ່ອງທ່ຽວ. ບາງຄົນໃນມື້ຫນຶ່ງ ເຂົາເຈົ້າສາມາດຮັບແຂກ ຂັບລົດໄຟຟ້າ ໃນຕອນເຊົ້າ, ຕອນສວາຍ ເຂົ້າເຮືອນຄົວປຸງແຕ່ງບັນດາເຍື່ອງອາຫານຂອງເຂດບ້ານນາໃຫ້ນັກທ່ອງທ່ຽວ, ຮອດຕອນຄ່ຳເຂົາເຈົ້າກາຍເປັນນັກສະແດງສິລະປະ ຂັບກວານຫໍ້ ຫລືສະແດງລະຄອນຕຸກກະຕານ້ຳ. ບັນດາຊາວກະສິກອນເຫລົ່ານັ້ນ ພວມປະກອບສ່ວນເຮັດໃຫ້ເຂດບ້ານນາ ອຽນດືກ ທີ່ສະຫງົບສຸກສວຍງາມກວ່າ.
ຊາວກະສິກອນຢູ່ ອຽນດືກ ກາຍເປັນຜູ້ນຳທ່ຽວ
|
ຕາແສງ ອຽນດືກ ບໍ່ພຽງແຕ່ແມ່ນເຂດບ້ານນາທີ່ມີມູນເຊື້ອປະຕິວັດ ແລະ ມີຊື່ສຽງດ້ວຍບັນດາເຂດປູຊະນີຍະສະຖານ, ທັດສະນີຍະພາບທີ່ສວຍງາມສະຫງົບສຸກ, ທົ່ງນາທີ່ກວ້າງໃຫຍ່ຂຽວອຸ່ມທຸ່ມ… ເທົ່ານັ້ນ ຫາກຍັງມີວັດວາອາຮາມ, ຖ້ຳ, ພູຜາ ຫລາຍສາຍອີກດ້ວຍ. ນອກນັ້ນ ແຫ່ງນີ້ ຍັງມີທ່າໄດ້ປຽບແມ່ນນອນບົນເສັ້ນທາງຈາກ ຮ່າໂນ້ຍ ເຖິງ ຮ້າລອງ. ແຕ່ປີ 2011, ບໍລິສັດທ່ອງທ່ຽວ ດົງເຢືອງ (ອິນດູຈີນ) ໄດ້ຫັນ ອຽນດືກ ເປັນສະຖານທີ່ທ່ອງທ່ຽວເຂດບ້ານນາ ທີ່ດູດດື່ມ ພິເສດ ສຳລັບແຂກທ່ອງທ່ຽວມາຈາກ ຝ່າຍຕາເວັນຕົກ. ນັກທ່ອງທ່ຽວເຂົ້າຮ່ວມລາຍການທ່ອງທ່ຽວຢູ່ທີ່ນີ້ຈະກາຍເປັນຊາວກະສິກອນຫວຽດນາມ, ເຂົາເຈົ້າຈະພ້ອມກັບຊາວກະສິກອນ ດຳນາ, ປູກຜັກ, ຫາປາ ແລະ ພັກຜ່ອນໃນຫລັງຄາເຮືອນບູຮານຂອງ ປະຊາຊົນພາກເຫນືອຫວຽດນາມ, ພ້ອມກັນຊົມລາຍການສະແດງລະຄອນຕຸກກະຕານ້ຳ, ຮັບຟັງຂັບກວານຫໍ້, ເຂົ້າຊົມເຮືອນບູຮານ ທີ່ມີອາຍຸເກືອບ 200 ປີ. ອ້າຍ ຫຽນ, ຊາວກະສິກອນເຂດບ້ານນາ ອຽນດຶກ, ທັງເປັນຜູ້ນຳທ່ຽວ ໃຫ້ຮູ້ວ່າ:
“ກ່ອນນີ້ ຂ້າພະເຈົ້າເຮັດອາຊີບກະສິກຳ, ເມື່ອຫັນມາເຮັດບໍລິການທ່ອງທ່ຽວ ທຳອິດກໍຄິດວ່າ ຕົນເອງບໍ່ສາມາດເຮັດໄດ້ ແຕ່ພວກຂ້າພະເຈົ້າໄດ້ພະຍາຍາມ ຮຽນວິທີຮັບໃຊ້ນັກທ່ອງທ່ຽວ ຈາກການໂອ້ລົມສົນທະນາ ຕະຫລອດຮອດກິລິຍາທ່າທ່າງ, ການນຸ່ງຖືຕ້ອງຮຽບຮ້ອຍ ເພື່ອສ້າງຄວາມປະທັບໃຈໃນສາຍຕາຂອງນັກທ່ອງທ່ຽວ.”
ສະຫະກອນບ້ານນາ ອຽນດືກ ມີສະມາຊິກ 30 ຄົນ , ເຂົາເຈົ້າລ້ວນແຕ່ສາມາດເຮັດວຽກງານຮັບໃຊ້ນັກທ່ອງທ່ຽວທຸກຢ່າງໄດ້. ເອື້ອຍ ຫງວຽນທິເຮືອງ, ແມ່ນຫນຶ່ງໃນບັນດາຜູ້ນຳທ່ຽວໃຫ້ຄະນະນັກທ່ອງທ່ຽວສາກົນມາຢ້ຽມຢາມ ອຽນດືກ. ນາງເຮືອງ ເວົ້າພາສາອັງກິດຫລ່ຽນໄຫລ. ສະນັ້ນ ເອື້ອຍໄດ້ຮັບຫນ້າທີ່ເປັນຄູສອນພາສາອັງກິດໃຫ້ບັນດາສະມາຊິກໃນສະຫະກອນ. ເອື້ອຍ ເຮືອງ ໃຫ້ຮູ້ວ່າ:
“ການສອນພາສາອັງກິດ ແມ່ນຫຍຸ້ງຍາກທີ່ສຸດ ແຕ່ເມື່ອບັນດາສະມາຊິກໃນສະຫະກອນສາມາດໂອ້ລົມກັບນັກທ່ອງທ່ຽວໄດ້ ເຂົາເຈົ້າຮູ້ສຶກດີໃຈຫລາຍ ຜູ້ໃດກໍພະຍາຍາມຮ່ຳຮຽນ. ຊາວກະສິກອນຢູ່ທີ່ນີ້ຜູ້ໃດກໍ່ຮູ້ສຶກແປກປະຫລາດຕໍ່ຕົນເອງ, ປະຈຸບັນ ເຂົາເສົ້າສາມາດເວົ້າພາສາອັງກິດ, ໂອ້ລົມກັບນັກທ່ອງທ່ຽວໄດ້. ນັກທ່ອງທ່ຽວກໍຮູ້ສຶກປະທັບໃຈ ເພາະເຂົາເຈົ້າມີຄວາມໃກ້ຊິດກັບຊາວທ້ອງຖິ່ນກວ່າ.”
ນັກທ່ອງທ່ຽວສາກົນ ຫາປາ
|
ເຮັດບໍລິການທ່ອງທ່ຽວ, ຊາວກະສິກອນ ອຽນດືກ ໄດ້ຮັບບຸລິມະສິດຢ່າງເໝາະສົມ, ເຂົາເຈົ້າໄດ້ຊົມໃຊ້ບໍລິການປະກັນໄພ ທັງໄດ້ຮັບການບຳລຸງສ້າງເປັນປະຈຳເພື່ອຍົກສູງລະດັບຄວາມຮູ້ດ້ານພາສາຕ່າງປະເທດຂອງຕົນ. ນອກຈາກການເຮັດນາປູກຜັກ, ເຂົາເຈົ້າຍັງມີຄວາມພາກພູມໃຈຕື່ມອີກເມື່ອໄດ້ເຮັດບໍລິການທ່ອງທ່ຽວ ແລະ ສິ່ງສຳຄັນກວ່ານັ້ນແມ່ນ ຊີວິດຂອງເຂົາເຈົ້າໄດ້ຮັບການຍົກສູງຂຶ້ນ ເມື່ອມີລາຍຮັບ 3 ລ້ານດົງ/ເດືອນ ຈາກບໍລິການທ່ອງທ່ຽວ. ເອື້ອຍ ເຢືອງທິເມນ, ຫົວຫນ້າສະຫະກອນ ຕາແສງ ອຽນດືກ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເລືອກເຟັ້ນຊາວທ້ອງຖິ່ນເປັນຜູ້ນຳທ່ຽວ ຈະມີທ່າໄດ້ປຽບກວ່າເມື່ອທຽບໃສ່ຜູ້ທີ່ມາຈາກແຫ່ງອື່ນ, ເພາະ ຊາວທ້ອງຖິ່ນ ແມ່ນຜູ້ເຂົ້າໃຈປະຫວັດສາດ, ວັດທະນະທຳ ກໍຄືເສັ້ນທາງໄປມາໃນບ້ານກວ່າ.”
ຈາກຊາວກະສິກອນແທ້ໆ ປະຈຸບັນ ຊາວບ້ານ ອຽນດືກ ໄດ້ກາຍເປັນຜູ້ເຮັດບໍລິການທ່ອງທ່ຽວອາຊີບກວ່າ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງຮູບແບບທ່ອງທ່ຽວຢູ່ບ້ານເກີດເມືອງນອນຕົນ. ສະເລ່ຍ ແຕ່ລະປີ ຕາແສງໄດ້ຕ້ອນຮັບນັກທ່ອງທ່ຽວ 8000 ເທື່ອຄົນ. ອ້າຍ Jay Garret, ນັກທ່ອງທ່ຽວມາຈາກ ອົດສະຕາລີ ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມແປກປະຫລາດຕໍ່ຄວາມສາມາດຂອງຊາວກະສິກອນຢູ່ທີ່ນີ້. ເຂົາເຈົ້າຕ້ອນຮັບແຂກຢ່າງສຸດອົກສຸດໃຈ ແລະ ມີອາຊີບ ຂ້າພະເຈົ້າຮູ້ສຶກຕົນເອງແມ່ນແຂກພິເສດທີ່ສຸດ. ແນ່ນອນວ່າ ຂ້າພະເຈົ້າ ແລະ ຄອບຄົວ ຈະກັບຄືນຢ້ຽມຢາມແຫ່ງນີ້ອີກເທື່ອຫນຶ່ງ.”
ໄລຍະຈະມາເຖິງ, ເຂດບ້ານນາ ອຽນດືກ ຈະເປີດກວ້າງຮູບແບບ homestay, ນັກທ່ອງທ່ຽວ ຈະດຳລົງຊີວິດຮ່ວມກັບຊາວທ້ອງຖິ່ນໃນເຮືອນສ່ວນຕົວຂອງເຂົາເຈົ້າ. ປະຊາຊົນ ອຽນດຶກ ທຸກຄົນ ລ້ວນແຕ່ມີກາລະໂອກາດເພື່ອເຂົ້າຮ່ວມການທ່ອງທ່ຽວວົງຄະນາຍາດ, ບໍ່ພຽງແຕ່ສ້າງລາຍຮັບໃຫ້ຄອບຄົວຂອງຕົນເທົ່ານັ້ນ ຫາກຍັງປະກອບສ່ວນສ້າງບ້ານເກີດເມືອງນອນໃຫ້ສິວິໄລ, ຮັ່ງມີ ແລະ ສວຍງາມກວ່າອີກດ້ວຍ.