ລາຍການດົນຕີ Luala Concert - ການປະສານທຳນອງດົນຕີທັນສະໄໝກັບ ທຳນອງດົນຕີພື້ນເມືອງ


     ໂດຍ​ມີ​ການສະ​ແດງ​ຮັບ​ໃຊ້​ຜູ້​ຊົມ​ນັບ​ແຕ່​ນັບ​ແຕ່​ເດືອນ 11/2011, Luala Concert ຊຶ່ງ​ແມ່ນ​ລາຍການ​ສະ​ແດງ​ດົນຕີ​ປະສານ​ສຽງ​ຢູ່​ຕາມ​ທ້ອງ​ຖະໜົ​ນ ​ໄດ້​ກາຍ​ເປັນ​ເຫດການ​ດົນຕີ-ວັດທະນະ​ທຳເພື່ອແນະນຳບັນດາບົດດົນຕີປະເພດ ຕ່າງໆໃຫ້ມວນຊົນ. ດ້ວຍ​ການສະ​ແດງ​ໂດຍ​ບໍ່​ເກັບ​ຄ່າ​ຢູ່​ຂອບ​ທາງ​ບົນ​ຖະໜົນ ຫຼີທ້າຍ​ໂຕ-ຮ່າ​ໂນ້ຍ, ລາຍການ​ສະ​ແດງ Luala Concert ​ໄດ້​ນຳ​ສິ່ງ​ທີ່​ໃໝ່​ອຽມ​ມາສູ່​ຜູ້​ຊົມ. ພິ​ເສດ​ໃນ ລາຍການ​ສະ​ແດງ Luala Concert ລະດູບານ​ໃໝ່​ຕໍ່​ລະດູ​ຮ້ອນ​ປີ 2013 , ​ໄດ້​ມີ​ການ​ປະສານ​ສົມທົບ​ລະຫວ່າງດົນຕີ​ພື້ນ​ເມືອງ​ຫວຽດນາມ​ກັບ​ດົນຕີ​ທັນ​ສະ​ໄໝຂອງ​ຝ່າຍ​ຕາ​ເວັນ​ຕົກ.

ລາຍການດົນຕີ Luala Concert - ການປະສານທຳນອງດົນຕີທັນສະໄໝກັບ ທຳນອງດົນຕີພື້ນເມືອງ - ảnh 1
ລາຍການ​ສະ​ແດງ Luala Concert ໄດ້​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ປະ​ທັບ​ໃຈ

     ສະຖານ​ທີ່​ຈັດ​ຕັ້ງ ລາຍການ​ສະ​ແດງ Luala Concert ​ແມ່ນຂອບທາງໜ້າ​ເຮືອນ​ເລກທີ 61 ຖະໜົນ​ຫຼີທ້າ​ນ​ໂຕ-ຮ່າ​ໂນ້ຍ. ​ໂດຍ​ມີ​ລະບົບ​ດອກ​ໄຟບົນ​ເວ​ທີ່​ສະ​ແດງ, ບໍ່ຕ້ອງການ​ເຄື່ອງ​ຂະຫຍາຍ​ສຽງ​ພິ​ເສດ, ລາຍການ​ໄດ້​ຮັບ​ການສະ​ແດງ​ໃນ​ທ່າມກາງ​ສຽງ​ອຶກ​ກະ​ທຶກ​ຂອງ​ລົດຍົນ​ຍານ​ພາຫະນະ, ອັນ​ໄດ້​ດຶງ​ດູດ​ຜູ້​ຄົນ​ຢຸດ​ແວ່ຮັບ​ຟັງ​ບັນດາ​ບົດ​ດົນຕີ ກລາດ​ຊິກ.

    ຂັບ​ອາ​ດາວ​ໄດ້​ຖືກ​ປະສານ​ກັບ​ທຳນອງ​ດົນຕີ Jazz , ຊຶ່ງ​ແມ່ນ 2 ທຳນອງ​ດົນຕີ ທີ່ຄາດ​ວ່າ ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ຕໍ່​ກັນ, ​ແຕ່​ພັດ​ຖືກ​ບັນດາ​ນັກ​ເສບ​ເຄື່ອງ​ດົ​ນ​ຕີ​ໃນ​ກອງ​ດົນຕີ “ ຟູ່ຊາ” ທຳ​ການສະ​ແດງ​ໃນ​ຄ່ຳ​ຄືນ​ເປີດ​ສາກ​ລາຍການ​ທີ່​ດູດ​ດື່ມ. ນັກ​ເປົ່າ​ແກ ສັກ​ໂຊ​ຟົນ ກວຽນ​ຖ້ຽນດັກ ​ເວົ້າວ່າ :

    “ ພວກ​ຂ້າພະ​ເຈົ້າ​ໄດ້ສະ​ຫງວນ​ເວລາ 2 ​ເດືອນ​ເພື່ອ​ຊອກ​ຮູ້, ຟຶກ​ແອບ ດ້ວຍ​ການ​ປະສານ​ສຽງ​ຂັບ​ກາຍ​ເລືອ​ງກັບ​ ທຳນອງ​ດົນຕີ Jazz. ລາຍການ​ສະ​ແດງ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ປະ​ທັບ​ໃຈ. ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ທີ່​ສຸດ, ຍ້ອນ​ວ່າ​ລາຍການ​ສະ​ແດງ​ດົນຕີ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ປະຫຼາດ​ໃຈ ”

     ຜູ້​ຊົມ​ທັງຫຼາຍ​ຕ່າງ​ກໍ​ຕົກສະ​ເງີ້​ເມື່ອ​ສຽງ​ດົນຕີ​ພື້ນ​ເມື​ອງ​ປະສານເຂົ້າກັບ​ທຳນອງ ດົນຕີ  Jazz ທີ່​ດູດ​ດື່ມ ​ໂດຍ​ຜ່ານ​ການ​ເສບ​ບັນດາເຄື່ອງດົນຕີ​ທີ່​ທັນ​ສະ​ໄໝ. ລາຍການ​ສະ​ແດງ​ໄດ້​ເຮັດ​ໃຫ້​ດົນຕີ​ຝ່າຍ​ຕາ​ເວັນ​ຕົກ​ ​ເພີ່ມ​ຄວາມ​ສະໜິດ​ຕິດ​ພັນ​ກັບ​ຜູ້​ນິຍົມ​ດົນຕີ​ຫຼາຍກ່ວາ. ນາງ ຫງວຽນ​ຮົ່ງລວາ​ນ ຜູ້​ມາ​ຊົມ​ລາຍການ​ເປີດ​ເຜີຍ​ວ່າ :

     “ ການ​ປະສານ​ບັນດາ​ທຳນອງ​ດົນຕີ​ເຂົ້າ​ນຳ​ກັນ​ເຊັ່ນ​ນັ້ນ, ​ໄດ້​​​ເພີ່ມ​ລັກສະນະ​ອຸດົມສົມບູນ​ຂອງ​ເຄື່ອງ​ດົນຕີ​ແຕ່​ລະ​ຊະນິດ ພ້ອມ​ທັງ​ສ້າງ​ຄວາມ​ໃໝ່​ອຽມ ​ແລະ ​ດຶງ​ດູດຜູ້​ນິຍົມ​ດົນຕີ ”

    ສ່ວນ ທ່ານ​ໂດ້ຫງອກມິ​ງ ຜູ້​ສ້າງ​ຕັ້ງລາຍການ​ສະ​ແດງ Luala Concert ​ໃຫ້​ຮູ້​ວ່າ :

   “ ພາຍຫຼັງ​ທຳ​ການສະ​ແດງ​ເປັນ​ເວລາ​ຫຼາຍ​ປີ, ພວກ​ຂ້າພະ​ເຈົ້າ​ສາມາດ​ສ້າງ​ລາຍການ​ທີ່​ມີ​ລັກສະນະ​ໃໝ່​ອຽມ, ມີ​ປັດ​ໄຈ​ທົດ​ລອງ​ຫຼາຍ​ກ່ວາ, ສາມາດ​ປະສານ​ສົມທົບ​ລະຫວ່າງທຳນອງ​ດົນຕີ​ທັນ​ສະ​ໄໝ​ກັບ ທຳນອງ​ດົນຕີພື້ນ​ເມືອງ ” 

ຕອບກັບ

ຂ່າວ/ບົດ​ອື່ນ