(ຄະນະຈັດຕັ້ງ)
ລາຍການສິລະປະທົ່ວໂລກ “Global Eye“ ເລີ່ມຕົ້ນຢູ່ ສເກົາຫຼີໃນປີ 2009. ຢູ່ຫວຽດນາມ, ໂຄງການ“Vietnam Eye“ ພວມຢູ່ໃນໄລຍະເລືອກເຟັ້ນນັກສິລະປິນເພື່ອເຂົ້າຮ່ວມງານວາງສະແດງ “Vietnam Eye“. ໃນຂອບເຂດໂຄງການ “Vietnam Eye“, ງານວາງສະແດງ “Like a Life“ (ຄືດັ່ງການດຳລົງຊີວິດ) ເຊິ່ງໄດ້ຈັດຕັ້ງຢູ່ ຮ່າໂນ້ຍ, ແນະນຳບັນດາຮູບພາບສິລະປະຂອງສິລະປິນຖ່າຍຮູບ 2 ຄົນ ແມ່ນ ຫງວຽນຈຸງ ແລະ ຈູຫວຽດຮ່າ. ນັກສິລະປິນ ເຈິ່ນເລືອງ, ທີ່ປຶກສາໂຄງການສິລະປະ “Vietnam Eye“, ໃຫ້ຮູ້ວ່າ:
“ໂຄງການນີ້ໄດ້ດຳເນີນຢູ່ຫຼາຍປະເທດແລ້ວ, ສ່ວນຫຼາຍແມ່ນຢູ່ອາຊີຕາເວັນອອກ, ເຂົາເຈົ້າລົງທຶນເຂົ້າ ເພື່ອແນະນຳພື້ນຖານສິລະປະຂອງບັນດາປະເທດນີ້ອອກສູ່ໂລກ. ຫວຽດນາມແມ່ນປະເທດທີ 8 ທີ່ຜັນຂະຫຍາຍໂຄງການ, ຖັດຈາກ ສເກົາຫຼີ, ມາເລເຊຍ, ສິງຄະໂປ, ໄທ, ອິນໂດເນເຊຍ… ໂຄງການປະກອບສ່ວນພັດທະນາສິລະປະຍຸກປະຈຸບັນຂອງຫວຽດນາມ, ສິລະປະຍຸກປະຈຸບັນຂອງຫວຽດນາມມີທີ່ຕັ້ງໃນພາກພື້ນ ແລະ ສາກົນ“.
ງານວາງສະແດງຕົ້ນຕໍມີຊື່ວ່າ “Vietnam Eye“, ໄດ້ວາງສະແດງບັນດາຮູບຖ່າຍຂອງບັນດານັກສິລະປິນຖ່າຍຮູບທີ່ມີຊື່ສຽງໃນຍຸກປະຈຸບັນ ກໍ່ຄືບັນດານັກສິລະປິນໜຸ່ມທີ່ພວມພົ້ນເດັ່ນຂຶ້ນຂອງຫວຽດນາມ. ຄຽງຂ້າງການເຄື່ອນໄຫວວາງສະແດງຕົ້ນຕໍ, ນັບແຕ່ເດືອນ 1/2017, ໂຄງການ “Vietnam Eye“ ຍັງມີບັນດາການເຄື່ອນໄຫວວາງສະແດງຕົ້ນຕໍ, ນັບແຕ່ນີ້ເຖິງເດືອນ 1/2017, ໂຄງການ “Vietnam Eye“, ຍັງມີບັນດາການເຄື່ອນໄຫວຄື: ກອງປະຊຸມ, ກອງປະຊຸມສຳມະນາ ແລະ ເວທີປາໄສແລກປ່ຽນລະຫວ່າງບັນດານັກສິລະປິນ ຫວຽດນາມ ແລະ ຕ່າງປະເທດ. ນັກສິລະປິນຍຸກປະຈຸບັນທີ່ດີເດັ່ນ 75 ຄົນຂອງຫວຽດນາມ ຖືກແນະນຳໃນປື້ມທີ່ມີຊື່ວ່າ “Vietnam Eye“, ໄດ້ນຳມາໃຫ້ມະຫາຊົນວິໄສທັດສັງລວມ, ເລິກເຊິ່ງ ກ່ຽວກັບບັນດານັກສິລະປິນຍຸກປະຈຸບັນຂອງຫວຽດນາມ. ດ້ານອື່ນ, ຈະມີຜົນປະດິດແຕ່ງຫຼາຍຢ່າງຂອງບັນດານັກສິລະປິນ ຫວຽດນາມຖືກເລືອກເຟັ້ນເພື່ອເຂົ້າຮ່ວມງານຕະຫຼາດນັກສິລະປະ Saatchi ຢູ່ລອນດອນ, ອັງກິດໃນເດືອນ 9/2017. ນີ້ແມ່ນໂອກາດດີທີ່ສຸດເພື່ອໃຫ້ບັນດານັກສິລະປິນ ຫວຽດນາມສະແດງຄວາມສາມາດ ແລະ ນຳເອົາຜົນການປະດິດແຕ່ງຂອງຕົນອອກຕ່າງປະເທດ, ເຊື່ອມຕໍ່ກັບສິນລະປິນໂລກ.
(ທ່ານ Wayne Besant, ຜູ້ອຳນວຍການໃຫຍ່ AIA ຫວຽດນາມ)
ໂຄງການສິລະປະ “Vietnam Eye“ ໄດ້ຮັບການໜູນຊ່ວຍຈາກສະພາອັງກິດ, ທ່ານເອກອັກຄະລັດຖະທູດລາຊະອານາຈັກ ອັງກິດປະຈຳຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ ອີຕາລີ ປະຈຳຫວຽດນາມ ພ້ອມກັບບາງອົງການຂອງ ຫວຽດນາມ ແລະ ອັງກິດ. ທ່ານ Giles Lever, ເອກອັກຄະລັດຖະທູດລາຊະອານາຈັກ ອັງກິດປະຈຳ ຫວຽດນາມ, ໃຫ້ຮູ້ວ່າ:
“ໃນການຮ່ວມມືຍຸດທະສາດລະຫວ່າງສອງລັດຖະບານ, ພວກຂ້າພະເຈົ້າບຸລິມາສິດໜູນຊ່ວຍ ແລະ ແລກປ່ຽນບັນດາວຽກງານທີ່ກ່ຽວຂ້ອງເຖິງວັດທະນະທຳ, ສິລະປະ, ໃນນັ້ນມີງານວາງສະແດງສິລະປະ. ໂຄງການຢູ່ຫວຽດນາມຄັ້ງນີ້ ໄດ້ຊ່ວຍໃຫ້ບັນດານັກສິລະປິນຍຸກປະຈຸບັນຂອງຫວຽດນາມ ມີໂອກາດໄດ້ເຊື່ອມຕໍ່ກັບ ສິລະປະຍຸກປະຈຸບັນຢູ່ໃນໂລກ, ແນະນຳກັບມະຫາຊົນໂລກບັນດາຜົນການປະດິດແຕ່ງຂອງຕົນ.“
ທ່ານ Wayne Beasant, ຜູ້ອຳນວຍການໃຫຍ່ ປະກັນຊີວິດ AIA ຈຳກັດຢູ່ ຫວຽດນາມ. ເຊິ່ງແມ່ນໜຶ່ງໃນບັນດາຫົວໜ່ວຍປະຕິບັດໂຄງການ “Vietnam Eye“,ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເຊື່ອໝັ້ນຕໍ່ຄຸນຄ່າສິລະປະ, ສິລະປະແມ່ນກະແຈເພື່ອສາມາດຊ່ວຍໃຫ້ມະຫາຊົນມີຫົວຄິດປະດິດສ້າງ ກໍ່ຄືມີຄວາມສຳນຶກຫຼາຍກວ່າ. ດ້ານອື່ນສິລະປະກໍ່ມີຜົນສະທ້ອນຢ່າງຕັ້ງໜ້າເຖິງປະຊາຄົມ, ໃນນັ້ນມີບັນຫາທີ່ກ່ຽວຂ້ອງເຖິງວັດທະນະທຳ, ສັງຄົມ, ພວກຂ້າພະເຈົ້າໄດ້ມານະພະຍາຍາມປະກອບສ່ວນໃຫ້ສັງຄົມກໍ່ຄືການພັດທະນາດ້ານອື່ນໆຂອງຫວຽດນາມ, ໃນນັ້ນມີຂົງເຂດສິລະປະ.“
ມາຮອດປະຈຸບັນ, ລາຍການສິລະປະທົ່ວໂລກ “Global Eye“ໄດ້ຈັດຕັ້ງງານວາງສະແດງ 28 ຄັ້ງ, ຈຳໜ່າຍປື້ມ 8 ເຫຼັ້ມກ່ຽວກັບສິລະປະຍຸກປະຈຸບັນຢູ່ຫຼາຍປະເທດອາຊີ. ມີນັກສິລະປິນຫຼາຍຄົນຢູ່ບັນດາປະເທດໃນໂລກໄດ້ມີຊື່ສຽງຈາກລາຍການນີ້. ມາຮອດປະຈຸບັນ, ຈຳນວນແຂກມາຢ້ຽມຢາມຢູ່ງານວາງສະແດງແມ່ນ 3 ລ້ານກວ່າຄົນ. ໂຄງການ “Vietnam Eye“, ບໍ່ພຽງແຕ່ໜູນຊ່ວຍໃຫ້ບັນດານັກສິລະປິນຫວຽດນາມ, ພັດທະນາພື້ນຖານສິລະປະ ຫວຽດນາມເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການໂຄສະນາ, ແນະນຳສິລະປະຫວຽດນາມຢູ່ພາກພື້ນ ແລະ ສາກົນອີກດ້ວຍ.