ປະເພນີຄ້ຽວໝາກແມ່ນໜຶ່ງໃນບັນດາຈຸດວັດທະນະທຳອັນດີງາມຂອງຊາວຫວຽດນາມ. ມິດຜ່າໝາກ, ຖາດໃສ່ໝາກ, ເຄື່ອງບົດໝາກ ….ແມ່ນວັດຖຸທີ່ຂາດບໍ່ໄດ້ໃນການຄ້ຽວໝາກ. ພ້ອມກັບປະເພນີຄ້ຽວໝາກ, ບັນດາວັດຖຸເຫຼົ່ານັ້ນພວມຄ່ອຍໆຖືກສູນຫາຍໄປໃນຊີວິດປະຈຳວັນຂອງຊາວຫວຽດນາມ. ໃນຊຸມວັນນີ້, ເມື່ອມາຢ້ຽມຢາມຫໍພິພິຕະພັນປະຫວັດສາດແຫ່ງຊາດ, ທຸກຄົນຈະໄດ້ເຫັນ ວັດຖຸດັ່ງກ່າວໃນງານວາງສະແດງ “ວັດທະນະທຳຄ້ຽວໝາກ“ ແລະ ຜ່ານນັ້ນຈະສາມາດວາດພາບວັດທະນະທຳຄ້ຽວໝາກຂອງຄົນລຸ້ນກ່ອນໄດ້.
(ພາບ:dantri.com.vn)
ຮູບພາບຖາດໃສ່ໝາກຖືກແກະສະລັກຢ່າງລະອຽດແນບນຽນພ້ອມກັບໜ່ວຍໝາກ, ໃບພູທີ່ວາງໄວ້ເທິງແທ່ນບູຊາຂອງຊາວຫວຽດນາມ ໃນສັດຕະວັດທີ 18 ໃນງານວາງສະແດງ ໄດ້ວາດພາບໃຫ້ເຫັນຈຸດວັດທະນະທຳຂອງຊາວຫວຽດນາມ ໃນເມື່ອກ່ອນຢ່າງມີຊີວິດຊີວາທີ່ສຸດ ແລະ ເຮັດໃຫ້ຜູ້ຊົມເຫັນໄດ້ຄວາມສຳຄັນຂອງໃບພູແລະໝາກໃນຊີວິດດ້ານວັດທະນະທຳ, ການເຫຼື້ອມໃສສາສະໜາຂອງຊາວຫວຽດນາມ. ທ່ານ Nguyen Van Cuong ຜູ້ອຳນວຍການຫໍພິພິຕະພັນປະຫວັດສາດແຫ່ງຊາດໃຫ້ຮູ້ວ່າ:
“ວັດທະນະທຳຄ້ຽວໝາກໄດ້ເກີດຂຶ້ນ ແລະ ພັດທະນາຈາກຊີວິດປະຈຳວັນຂອງປະຊາຊົນ ໂດຍບໍ່ຈຳແນກເຈົ້າຊີວິດ ຫລືສາມັນຊົນ. ວັດທະນະທຳຄ້ຽວໝາກໄດ້ຄອບງຳຊີວິດວັດທະນະທຳສັງຄົມຂອງຊາວຫວຽດນາມທີ່ສຸດ: ຈາກພິທີງານສົບ, ສູ່ຂໍ, ແຕ່ງດອງ ແລະ ບັນດາປະເພດສິລະປະອື່ນໆອີກ ວັດທະນະທຳມີມາແຕ່ນັບພັນປີກ່ອນນັ້ນໄດ້ສ້າງເປັນສີສັນສະເພາະຂອງຊາວຫວຽດນາມ”
ວັດຖຸພັນບູຮານກ່ວາ 100 ຊີ້ນຄື: ມິດຜ່າໝາກ, ຖາດໃສ່ໝາກ, ເຄື່ອງບົດໝາກ …. ດ້ວຍບັນດາຮູບແບບ, ເຮັດດ້ວຍວັດສະດຸແຕກຕ່າງກັນໄດ້ຊ່ວຍໃຫ້ແຂກມາຊົມວາດພາບໄດ້ກ່ຽວກັບປະເພນີຄ້ຽວໝາກ. ບັນດາວັດຖຸທີ່ລະອຽດແນບນຽນເຮັດດ້ວຍຄຳ, ເງິນ, ໄມ້ມີຄ່າ…ທີ່ແກະສະລັກລວດລາຍຢ່າງລະອຽດອ່ອນນັ້ນໄດ້ດູດດື່ມຜູ້ມາຊົມທີ່ສຸດ. ບັນດາຊຸດຄ້ຽວໝາກຂອງຊາວຊົນເຜົ່າສ່ວນໜ້ອຍຄື: ເຜົ່າຈຳ, ຂະແມ, ໄຕ, ໂລໂລ, ໄທ…ທີ່ຖືກນຳມາວາງສະແດງຢູ່ທີ່ນີ້ສະແດງໃຫ້ເຫັນຈຸດພິເສດສະເພາະໃນວັດທະນະທຳຄ້ຽວໝາກຂອງແຕ່ລະເຂດພາກ. ແຂກຕ່າງປະເທດຜູ້ໜຶ່ງມາຢ້ຽມຢາມງານວາງສະແດງໄດ້ເວົ້າວ່າ:
“ງານວາງສະແດງນີ້ພິເສດທີ່ສຸດ, ມັນຊ່ວຍໃຫ້ຂ້າພະເຈົ້າຮູ້ຈັກກ່ຽວກັບຈຸດວັດທະນະທຳຂອງພວກເພື່ອນຕື່ມອີກ. ວັດຖຸພັນໄດ້ວາງສະແດງຢູ່ນີ້ພິເສດທີ່ສຸດ. ເຂົ້າເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ເຫັນດັ່ງກ່າວບັນດາວັດຖຸພັນດັ່ງກ່າວ ແລະ ໄດ້ເຫັນຂົາເຈົ້າຄ້ຽວໝາກ”
(ພາບປະກອບ:vov.vn)
ບໍ່ພຽງແຕ່ສ້າງຄວາມໄດ້ດູດດື່ມແຂກຕ່າງປະເທດເທົ່ານັ້ນ, ງານວາງສະແດງ “ວັດທະນະທຳຄ້ຽວໝາກ“ ຍັງຄົງດູດດື່ມພວກເພື່ອນໜຸ່ມຍ້ອນຄວາມງາມຂອງວັດທະນະທຳບັນດາເຜົ່າອີກດ້ວຍ. ເພື່ອນ Pham Thuy Anh ໃຫ້ຮູ້ວ່າ:
“ແມ່ເຖົ້າຂອງຂ້ອຍເຄີຍຄ້ຽວໝາກ, ສະນັ້ນ, ຂ້າພະເຈົ້າກໍ່ຮູ້ຈັກກັບມິດຜ່າໝາກ, ຖາດໃສ່ໝາກ, ເຄື່ອງບົດໝາກ …. ແລ້ວ. ແຕ່ມື້ນີ້ຈຶ່ງເຫັນບັນດາວັດຖຸທີ່ເຮັດເຄື່ອງຄ້ຽວໝາກດ້ວຍບັນດາແບບທີ່ຕ່າງກັນ. ເຄື່ອງຄ້ຽວໝາກທີ່ສະຫງວນໃຫ້ພວກຂຸນນາງໃນເມື່ອກ່ອນແມ່ນງາມທີ່ສຸດ“
ເຖິງວ່າປະເພນີຄ້ຽວໝາກໃນປະຈຸບັນຍັງບໍ່ໄດ້ຮັບການເຜີຍແຜ່ອີກແລ້ວກໍ່ຕາມແຕ່ບັນດາເຄື່ອງໃຊ້ໃນການຄ້ຽວໝາກຍັງຄົງຮັກສາຄຸນຄ່າເດີມ ແລະ ແມ່ນຂີດໝາຍຂອງຮີດຄອງປະເພນີຊື່ງຊາວຫວຽດນາມ ໄດ້ຮັກສາໄວ້ນັບພັນປີມານີ້. ບັນດາວັດຖຸພັນທີ່ຕິດພັນກັບວັດທະນະທຳຄ້ຽວໝາກຊຶ່ງນຳມາວາງສະແດງຢູ່ຫໍພິພິຕະພັນປະຫວັດສາດແຫ່ງຊາດ ໄດ້ແນະນຳຮູບພາບທີ່ມີຊີວິດຊີວາຂອງວັດທະນະທຳພິເສດສະເພາະໃນຊີວິດຂອງຊາວຫວຽດນາມ, ຜ່ານນັ້ນໄດ້ສົ່ງສານກ່ຽວກັບການຮັກສາ, ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳພື້ນເມືອງອັນດີງາມ ຂອງຊາດເຖິງມະຫາຊົນ.