ວັດທະນະທຳຈິດວິນຍານຂອງຊາວ ຫວຽດນາມ ໄດ້ຮັບການຮັບຮອງຈາກໂລກ

(vovworld) - ຫວ່າງ​ແລ້ວ​ນີ້ ສຳ​ເນົາ​ເອກະສານ​ກ່ຽວ​ກັບ​ການ​ເຫລື້ອມ​ໃສ​​ໄຫວ້ບູຊາ​ເຈົ້າ​ຊີວິດ ຮຸ່ງ ຂອງ ຫວຽດນາມ ​​​ໄດ້​ຮັບ​ການ​ຍື່ນ​ສະ​ເຫ​ນີຕໍ່​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ສົນທິສັນຍາ​ປີ 2003 ພິຈາລະນາ​ເພື່ອ​ໃຫ້​ອົງການ​ວັດທະນະທຳ, ວິທະຍາສາດ ​ແລະ ສຶກສາ​ຂອງ ສປຊ (UNESCO) ຮັບຮອງ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຕາງໜ້າຂອງ​ມວນ​ມະນຸ​ດ. ນີ້​ແມ່ນ​ຂ່າວ​ດີ​ສຳລັບ​ປະຊາຊົນ​ແຂວງ ຟູ​ທໍ້ເວົ້າສະເພາະ ​ ​ແລະ ປະຊາຊົນ ຫວຽດນາມເວົ້າລວມ ​

        ​ໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດນາມ ​ແຕ່ລະຄົນ, ​ໃຜ​ໆ​ກໍ​ມີ​ຄວາມ​ເຄົາລົບ​ນັບຖື​ບັນດາ​ເຈົ້າ​ຊີວິດ​ຮຸ່ງ ຜູ້​ທີ່​ມີ​ຄຸນ​ງາ​ມຄວາມ​ດີ​ໃນ​ການ​ສ້າງ​ຕັ້ງ​ປະ​ເທດ​ຊາດຄື​ດັ່ງ​ຄຳ​ເວົ້າ​ຂອງ​ປະທານ​ໂຮ່ຈິ​ມິນ. ​ແຕ່ລະ​ປີ ​ເມື່ອ​ຮອດ​ເດືອນ 3 ຕາມ​ຈັນທະ​ປະຕິທິນ, ຊາວ ຫວຽດນາມ ຢູ່​ທ​ຸກ​ແຖບ​ຖິ່ນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່ ​ແຂວງ ຟູ​ທໍ້ ​ເພື່ອ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນຢ່າງ​ເລິກ​ເຊິ່ງ​ຕໍ່ບັນດາ​ເຈົ້າ​ຊີວິດ​ຮຸ່ງ. ​ແລະ​ປະຈຸ​ບັນ ຢູ່​ຫລາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ລ້ວນ​ແຕ່​ມີ​ສະຖານ​ທີ່​ໄຫວ້ບູຊາບັນດາ​ເຈົ້າ​ຊີວິດ​ຮູ່ງ. ສະ​ນັ້ນ ການເຫລື້ອມ​ໃສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ​ໄດ້​ກາຍ​ເປັນ​ສິສັນ​ວັດທະນະທຳ​ພິ​ເສດ​ຂອງ​ຊາດ ຫວຽດນາມ. ຮອງ​ສາ​ສະ​ດາ​ຈານ ​ເຈືອງ​ກວັກ​ບີ່​ງ (Trương Quốc Bình), ສັງກັດ​ສະ​ຖາ​ບັນ​ວັດທະນະທຳ​ສິລະ​ປະ ຫວຽດນາມ ​​ໄດ້​ຢືນຢັນ​ວ່າ: ຜ່ານ​ໄລຍະ​ນັບ​ພັນ​ປີ, ຢູ່ ຫວຽດນາມ ການ​ເຫລື້ອມ​ໃສ​ ໄຫວ້ບູຊາ​ປູ່​ຍາ​ຕ່າ​ຍາຍ​ໄດ້​ພັດທະນາ​ເປັນ​ການ​ເຫລື້ອມ​ໃສໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ໃນ​ທົ່ວ​ປະ​ເທດ​ຊາດ. ນີ້​ແມ່ນ​ປະກົດ​ການ​ຫນຶ່ງ​ດຽວ​ຢູ່​ໃນ​ໂລກ ​ເມື່ອປະຊາຊົນ​ໃນທົ່ວ​ປະ​ເທດ ຫວຽດນາມ ​ໄດ້​ຖື​ວ່າ​ຕົນ​ເອງ​ແມ່ນ​ມີ​ກົກ​ເຄົ້າ​ເຫງົ້າ​ກໍ​ດຽວກັນ ​ແລະ ສ້າງ​ຕັ້ງ​ສຸສານ​ລວມ, ຈັດ​ຕັ້ງວັນ​ບູຊາ​​ເຈົ້າ​ຊີວິດ​ຮຸ່ງ​ໃນ​ມື້​ດຽວ. ປ້າ ຟ້າ​ມງອກ​ຈຸກ(Phạm Ngọc Chúc) ຊາວ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ປີ​ໃດ​ຂ້າພະ​ເຈົ້າ​ກໍ​ພາ​ລູກ​ຫລານ​ກັບ​ຄືນ​ແຂວງ ຟູ​ທໍ້ ​ເພື່ອ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ. ​ເຮັດ​ຄື​ແນວ​ນັ້ນ ​​ເພື່ອ​ຕັກ​​ເຕືອນ​ໃຫ້​ພວກ​ຫລານ​ຕ້ອງ​ສະ​ແດງ​ຄວາມຮູ້​ບຸນຄຸນ​ເຖິງ​ປູ່​ຍ່າ​ຕາ​ຍາຍ, ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຕົນ. ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ການ​​ເຫລື້ອມ​ໃສໄຫວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ໄດ້​ຮັບ​ການຮັບຮອງ​ແມ​່ນມໍລະດົກ​ຂອງ​ໂລກ, ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຫລາຍ.”

ວັດທະນະທຳຈິດວິນຍານຂອງຊາວ ຫວຽດນາມ ໄດ້ຮັບການຮັບຮອງຈາກໂລກ - ảnh 1
ປຊຊ ຫວຽດນາມ ກັບຄືນ ຟູທໍ້ ເພື່ອອາໄລຫາເຈົ້າຊີວິດຮຸ່ງ
ພາບ:giaoduc.com

        ຕາມ​ນັກ​ຄົ້ນ​ຄ້ວາ​ປະຫວັດສາດ​ຫລາຍ​ທ່ານ​ແລ້ວ, ບໍ່​ທັນ​ມີ​ປະ​ເທດ​ໃດ​ໃນ​ໂລກ ທຳ​ການ​ໄຫວ້ບູຊາ​ເຈົ້າ​ຊີວິດ​ຄື​ຢູ່ ຫວຽດນາມ. ​ເພາະສະ​ນັ້ນ ບັນດາ​ຄຸນຄ່າ​ພົ້ນ​ເດັ່ນ​ໃນ​ທົ່ວ​ໂລກ, ການ​ເຫລື້ອມ​ໃສ​ໄຫວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ ​​ໄດ້​ຮັບ​ການຍື່ນ​ສະ​ເຫ​ນີຕໍ່  UNESCO ​ເພື່ອ​ພິຈາລະນາ​ຮັບຮອງ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ. ທ່ານ​ນາງ ​ເລ​ທິມີນລີ (Lê Thị Minh Lý), ອະດີດ​ຮອງ​ຫົວຫນ້າ​ກົມ​ມໍລະດົກ​ວັດທະນະທຳ, ປະ​ຈຸ​ບັນ​ເປັນ​ກຳມະການ​ສະພາ​ມໍລະດົກ​ແຫ່ງ​ຊາດ, ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ວັດທະນະທຳ ສັງກັດ​ສະມາຄົມ​ມໍລະດົກ​ວັດທະນະທຳ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ການ​ພິຈາລະນາສຳ​ເນົາ​ເອກະສານ​ດັ່ງກ່າວ​ກໍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ ​ເພາະວ່າ ມັນ​ກ່ຽວຂ້ອງ​ເຖິງ​ຫລາຍ​ຂົງ​ເຂດ​ແຕກ​ຕ່າງ​ກັນ. ພິ​ເສດ ສຳລັບ​ມໍລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ, ບົດບາດ​ຂອງ​ວົງ​ຄະນາ​ຍາດ​ຕ້ອງ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນ​ການ​ອະນຸລັກ​ຮັກສາ​ມໍລະດົກ, ການ​ເຫລື້ອມ​ໃສໄຫວ້​ບູຊາ​ປູ່ຍ່າ​ຕາ​ຍາຍ.”

ວັດທະນະທຳຈິດວິນຍານຂອງຊາວ ຫວຽດນາມ ໄດ້ຮັບການຮັບຮອງຈາກໂລກ - ảnh 2
ພິທິໄຫວ້ບູຊາເຈົ້າຊີວິດຮຸ່ງ
ພາບ:internet

        ສຳ​ເນົາ​ເອກະສານ​ການ​ເຫລື້ອມ​ໃສໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ຂອງ ຫວຽດນາມ ​ຖືກ​ຍື່ນ​ສະ​ເຫ​ນີຕໍ່ UNESCO ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຸນຄ່າ​ຂອງ​ມໍລະດົກ, ສະ​ແດງ​​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​ທີ່​ມີ​ຕໍ່​ປູ່ຍ່າ​ຕາ​ຍາຍ. ມາ​ຮອດ​ປະຈຸ​ບັນ, ການ​ເຫລື້ອມ​ໃສ​ ໄຫວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ ​ແມ່ນ​ມໍລະດົກ​ຫນຶ່ງ​​ຂອງ ຫວຽດນາມ ​ໄດ້​ຮັບ​ຮອງ​ຈາກ UNESCO.

ຕອບກັບ

ຂ່າວ/ບົດ​ອື່ນ