(vovworld) - ແນ່ນອນວ່າທຸກຄົນຍັງຈື່ຈຳທ້າວ James Joseph Kendall, ອ້າຍບ່າວຊາວ ອາເມລິກາ
ໄດ້, ເຊິ່ງເປັນຜູ້ທີ່ມີຊື່ສຽງໂດຍບັງເອີນພາຍຫຼັງທີ່ລາວໄດ້ລົງໄປຄອງເໝືອງຖືກມົນລະພິດຍ້ອນມີຂີ້ເຫຍື້ອຫຼາຍຢູ່ເມືອງເກົ່າໄຢ, ນະຄອນຫຼວງ ຮ່າໂນ້ຍ ເພື່ອເກັບຂີ້ເຫຍື້ອໃນເດືອນ 5/2015. ມາຮອດປະຈຸບັນ, ທ້າວ James ພ້ອມກັບກຸ່ມ Keep Hanoi Clean, ເຊິ່ງແມ່ນກຸ່ມອາສາສະໝັກເພື່ອສິ່ງແວດລ້ອມໂດຍລາວ ເປັນຜູ້ສ້າງຕັ້ງ, ຍັງຄົງສຸມຈິດສຸມໃຈກັບບັນດາໂຄງການເພື່ອແນໃສ່ເຮັດໃຫ້ນະຄອນຫຼວງ ຮ່າໂນ້ຍ ສະອາດ, ຂຽວ, ສວຍງາມກ່ວາ. ບົດຂຽນຂອງ ຖູຍຕຽນ, ດ້ວຍຫົວຂໍ້ວ່າ “ວຽກງານນ້ອຍແຕ່ມີຄວາມໝາຍສຳຄັນ, ສະໜິດຕິດພັນທັງວົງຄະນະຍາດ”.
ທ້າວ James Joseph Kendall, ອ້າຍບ່າວຊາວ ອາເມລິກາ
|
ຈາກບັນດາຄວາມຫຍຸ້ງຍາກໃນເບື້ອງຕົ້ນກ່ຽວກັບດ້ານການເງິນ ແລະ ການຂາດປະສົບການໃນການຄຸ້ມຄອງສະມາຄົມ, ມາຮອດປະຈຸບັນ, ທ້າວ James ແລະ ກຸ່ມ Keep Hanoi Clean ເຮັດໄດ້ວຽກງານຫຼາຍຢ່າງທີ່ເປັນໜ້ານິຍົມນັບຖື. ຄາດວ່າ, ມີຂີ້ເຫຍື້ອປະມານ 200 ໂຕນໂດຍບັນດານັກອາສາສະໝັກເກັບໂຮມມາໄດ້ຈາກສວນສາທາລະນະ ແລະ ໜອງຫຼາຍແຫ່ງ. ພ້ອມກັນນັ້ນ, ກຸ່ມຍັງໄດ້ທຳການໂຄສະນາໃຫ້ປະຊາຊົນບໍ່ໃຫ້ເຮັດເປື້ອນຖິ້ມຂີ້ເຫຍື້ອຊະຊາຍຢູ່ຖະໜົນສາຍຕ່າງໆທີ່ໄດ້ເຮັດອະນາໄມສະອາດແລ້ວ.
ໃນເວລາທ້າຍອາທິດ, ກຸ່ມ Keep Hanoi Clean ມີການເຄື່ອນໄຫວຍ່າງເກັບຂີ້ເຫຍື້ອຢູ່ບາງສະຖານທີ່ສາທາລະນະເປັນປະຈຳ ດ້ວຍການເຂົ້າຮ່ວມຂອງນັກອາສາສະໝັກປະມານ 50 ຄົນຢູ່ໃນທຸກເກນອາຍຸ, ເຮັດວຽກໃນທຸກຂະແໜງອາຊີບ ແລະ ຖືກທຸກສັນຊາດ.
ທ່ານ ຫງວຽນວຽດຮູ່ງ, ເຊິ່ງແມ່ນສະມາຊິກຄືນໃໝ່ຫາກໍ່ເຂົ້າຮ່ວມກຸ່ມ, ໄດ້ໃຫ້ຮູ້ເມື່ອເຂົ້າຮ່ວມການເກັບຂີ້ເຫຍື້ອໃນຕອນເຊົ້າວ່າ:
“ຂ້າພະເຈົ້າເຫັນວ່າ ຕົນເອງຍັງບໍ່ທັນໄດ້ເຂົ້າຮ່ວມບັນວຽກງານເຊັ່ນນີ້ຫຼາຍພໍປານໃດ, ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຕັດສິນໃຈວ່າ ທັງ 3 ພໍ່ລູກຕ້ອງເຂົ້າຮ່ວມການເຄື່ອນໄຫວມີຄວາມໝາຍນີ້. ຂ້າພະເຈົ້າຄິດວ່າ, ບັນດາການເຄື່ອນໄຫວອາສາສະໝັກໜູນຊ່ວຍສັງຄົມຄືແນວນີ້ທຸກໆຄົນຄວນເຂົ້າຮ່ວມ. ລູກ 2 ຄົນຂອງຂ້າພະເຈົ້າມີຄວາມກະຕຶລືລົ້ນທີ່ສຸດ.”
ປ້າ ຫງວຽນຖູ໋ຍຮ່າ, ພາລະກອນເຮັດອະນາໄມຢູ່ສວນສາທາລະນະ ເຫງັຍໂດ, ໄດ້ແບ່ງປັນວ່າ:
“ເຂົາເຈົ້າໄດ້ເຮັດອະນາໄມທຳຄວາມສະອາດໃຫ້ສວນສາທາລະນະ ແລະ ຂ້າພະເຈົ້າກໍ່ມີຄວາມເພິ່ງພໍໃຈທີ່ສຸດເມື່ອເຂົາເຈົ້າຊ່ວຍພວກຂ້າພະເຈົ້າບັນເທົາຄວາມໜັກໜາຂອງວຽກງານໄດ້ສ່ວນໃດສ່ວນໜຶ່ງ”
ເພື່ອຕອບສະໜອງເຫດການມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກປີນີ້, ທ້າວ James ໄດ້ປຸກລະດົມການເຄື່ອນໄຫວທີ່ປະທັບໃຈ ແລະ ມີຜົນປະໂຫຍດຫຼາຍຢ່າງ. ຄຽງຂ້າງເລື່ອງໄດ້ປະກົດຕົວໃນບັນດາພາຫະນະສື່ມວນຊົນ ເພື່ອໂຄສະນາກ່ຽວກັບວຽກງານຮັກສາສິ່ງແວດລ້ອມ, ທ້າວ James ແລະ ກຸ່ມໄດ້ສ້າງແຜນການຈັດຕັ້ງເຫດການຕ່າງໆຄື: ປ່ອຍໂຄມໄຟເຮັດດ້ວຍວັດສະດຸທີ່ເປັນມິດກັບສິ່ງແວດລ້ອມໃນເວລາມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ, ເກັບມ້ຽນຂີ້ເຫຍື້ອໃນບໍລິເວນນະຄອນຫຼວງ ຮ່າໂນ້ຍ ແລະ ຍ່າງເພື່ອສິ່ງແວດລ້ອມ. ຕາມທ້າວ James ແລ້ວ, ນີ້ແມ່ນບັນດາການເຄື່ອນໄຫວສະຫງວນໃຫ້ທຸກເພດທຸກໄວ, ໃຜໆກໍ່ສາມາດເຂົ້າຮ່ວມໄດ້ ແລະ ລາວຫວັງວ່າຈະມີຫຼາຍຄົນສົນໃຈ ແລະ ຮ່ວມແຮງຮ່ວມໃຈເຂົ້າໃນບັນດາເຫດການນີ້.
James ປາດຖະໜາຢາກ ຈະເປີດກ້ວາງຂອບຂະໜາດການເຄື່ອນໄຫວຂອງກຸ່ມ Keep Hanoi Clean ອອກສູ່ທົ່ວປະເທດ. ປະຈຸບັນ, ລາວ ພວມປະຕິບັດໂຄງການທີ່ໄດ້ກະກຽມມາແຕ່ດົນແລ້ວນັ້ນແມ່ນອອກແບບຖັງໃສ່ຂີ້ເຫຍື້ອທີ່ເປັນມິດກັບສິ່ງແວດລ້ອມ ແລະ ງາມຕາເພື່ອເອົາໄປຕັ້ງຢູ່ຕາມບັນດາໂຮງຮຽນ, ຫຼັງຈາກນັ້ນ, ຈຶ່ງຮ່ວມສຳພັນກັບບໍລິສັດສິ່ງແວດລ້ອມຕົວເມືອງ ຮ່າໂນ້ຍ ຈຳກັດຜູ້ດຽວ (URENCO) ເພື່ອເປີດກ້ວາງໂຄງການອອກສູ່ທົ່ວນະຄອນ:
“ໃຜໆກໍ່ສາມາດຮັກສາສິ່ງແວດລ້ອມໄດ້, ບໍ່ພຽງແຕ່ແມ່ນຂ້າພະເຈົ້າ ຫຼື ອົງການເຄື່ອນໄຫວອາສາສະໝັກເພື່ອສິ່ງແວດລ້ອມໃດໜຶ່ງ. ສິ່ງແວດລ້ອມຖືກມົນລະພິດແລ້ວ ແຕ່ບໍ່ ໝາຍຄວາມວ່າພວກເຮົາບໍ່ສາມາດເຮັດອະນາໄມໃຫ້ສະອາດໄດ້. ຍາມໃດຂ້າພະເຈົ້າກໍ່ຄິດເຖິງອະນາຄົດ, ອະນາຄົດຂອງ ຫວຽດນາມ, ອະນາຄົດຂອງມວນມະນຸດ ແລະ ຕາມຂ້າພະເຈົ້າແລ້ວ, ທຸກຄົນຕ້ອງຄິດເຖິງເລື່ອງນີ້ ຍ້ອນວ່າຖ້າສິ່ງແວດລ້ອມຖືກທຳລາຍ ໝາຍຄວາມວ່າມະນຸດຈະຖືກທຳລາຍຄ້າຍຄືກັນ. ຍາມໃດກໍ່ມີວິທີເພື່ອແກ້ໄຂທຸກໆບັນຫາ ແລະ ຂ້າພະເຈົ້າຄິດວ່າເລື່ອງປົກປັກຮັກສາສິ່ງແວດລ້ອມບໍ່ແມ່ນວ່າມັນແມ່ນວຽກງານທີ່ຍັງຍາກ ແຕ່ວ່າມັນຕ້ອງໄດ້ຮັບການປະຕິບັດ.”
ບັນດາວຽກງານທີ່ James ພວມພະຍາຍາມປະຕິບັດລ້ວນແຕ່ເລີ່ມມາຈາກຄວາມຮັກທີ່ມີຕໍ່ປະເທດ ຫວຽດນາມ, ເຊິ່ງລາວຖືວ່າແມ່ນບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ. ດ້ວຍຄວາມຫວັງວ່າ ຢາກໃຫ້ປະຊາຊົນເຫັນໄດ້ຄວາມສຳຄັນຂອງການຮັກສາສິ່ງແວດລ້ອມ ກໍ່ແມ່ນປົກປັກຮັກສາໃຫ້ອະນາຄົດພັດທະນາຍືນຍົງ, ອະນາຄົດອັນດີງາມໃຫ້ແກ່ລຸ້ນລູກລຸ້ນຫຼານ, ສານຂອງ James ໄດ້ຖືກສົ່ງໄປທົ່ວທຸກແຫ່ງ ແລະ ໄດ້ມີຜົນກະທົບຢ່າງແຮງເຖິງປະຊາຄົມ. ຮອດເວລາແລ້ວ, ທີ່ພວກເຮົາຕ້ອງຍົກສູງຄວາມຮັບຜິດຊອບ ແລະ ຮ່ວມແຮງຮ່ວມໃຈກັນເພື່ອຮັກສາສິ່ງແວດລ້ອມຂຽວ, ສະອາດ ແລະ ສວຍງາມ.