ສອນວິຊາຊີບໃຫ້ແກ່ຄົນພິການ

(vovworld) - ​ແຕ່ລະຄົນ​ເມື່ອ​ໄດ້​ກຳ​ເນີ​ດມາ​ກໍ່​ແມ່ນ​ສິ່ງ​ທີ່​ຜາ​ສຸກ​ແລ້ວ, ​ແຕ່​ບໍ່​ແມ່ນ​ຜູ້​ໃດ​ກໍ​ໄດ້​ຮັບ​ຄວາມ​ຜາ​ສຸກ​ນັ້ນ​ຢ່າງ​ຄົບ​ຖ້ວນ. ​ໃນ​ຊີວິດ​ຍັງ​ຄົງ​ມີ​ຫລາ​ຍຄົນ​ດ້ອຍ​ໂອກາດ​ກວ່າ​ພວກ​ເຮົາ​ເມື່ອ​ເຂົາ​ເຈົ້າ​ຂາດຄວາມສົມບູນດ້ານຮ່າງກາຍຫຼືມັນສະໝອງ, ແຕ່​ບໍ່​ແມ່ນຍ້ອນເຫດດັ່ງ​ນັ້ນ​ເຂົາ​ເຈົ້າຈະຂາດ​ຄວາມ​​ເຊື່ອໝ້ັນ​ຕໍ່​ຊີວິດ ​ເພາະວ່າ​ຄົນ​ພິການ​ຫລາຍ​ຄົນຮູ້​ສຶກວ່າ ຄຽງ​ຂ້າງ​ເຂົາ​ເຈົ້າ​ຍາມ​ໃດ​ກໍ​​ໄດ້​ຮັບ​ຄວາມ​ຮັກ​ແພງ, ຄວາ​ມ​ເອົາ​ໃຈ​ໃສ່, ​ດູ​ແລ​ຈາກ​ວົງ​ຄະນາ​ຍາດ ​ແລະ ສັງຄົມ.

ສອນວິຊາຊີບໃຫ້ແກ່ຄົນພິການ - ảnh 1
ອາຈານ Tran Duyen Hai  ພວມສອນວິທີຫຍິບເຄື່ອງ
ໃຫ້ເດັກພິການ
ພາບ: internet

        ສຽງ​ຈັກ​ຫຍິບດັງຟົດສະຫນັ່ນໄປທ່ົວ​ຫ້ອງ​ຮຽນ​ໃນ​ຫລັງຄາ​ເຮືອນ​ທີ່​ມີ​ລວງ​ກວ້າງ​ປະມານ 100 ຕາລາງ​ແມດ ຢູ່ ຫ່ອມທາງ Linh Quang ຕາ​ແສງ Van Chuong ​ເມືອງ Dong Da ນະຄອນ Ha Noi. ​ໃນ​ຫລາຍ​ປີ​ມາ​ນີ້, ເຮືອນ​ຫລັງ​ນີ້​ໄດ້​ກາຍ​ເປັນ​ສະຖານ​ທີ່​ຊີ​ນ​ເຄີຍ​ຂອງ​ບັນດາ​ຄົນ​ພິການ​ທີ່​ມາ​ຈາກ​ຫລາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ນັ້ນ​ແມ່ນ​ສູນ​ສອນ​ວິຊາ​ຊີບ​ມະນຸດສະທຳ ​ແລະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​​ແກ່​ເດັກ​ພິການ Linh Quang ຂອງ​ອາ​ຈານ Tran Duyen Hai. ຍ້ອນ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈຕໍ່​ບັນດາ​ຄົນ​ພິການ​ນັ້ນ, ອາຈານ Tran Duyen Hai ອະດີດ​ຄູ​ສອນ​ວິຊາ​ຊີບ​ຢູ່ ບໍລິສັດ​ຝ້າຍ, ​ແພ, ​ໄໝ ​ໄດ້​ສ້າງ​ຕັ້ງ​ສູ​ນດັ່ງກ່າວດ້ວຍ​ຕົນ​ເອງ​ພາຍຫລັງ​ປີ 1975 ດ້ວຍ​ຄວາມ​ປາດ​ຖະຫນາ​ວ່າ ຢາກ​ພ້ອມ​ກັບ​ສັງຄົມ​ຮ່ວມ​ແຮງ​ຮ່ວມ​ໃຈ​ຫນູນ​ຊ່ວຍ​ບັນດາ​ຄົນ​ພິການ. ຈາກ​ນັ້ນ ທ່ານ​ຈຶ່ງ​ເລ​ືອກ​ເຟັ້ນການ​ສອນ​ຕັດຫຍິບ​ໃຫ​້​ແກ່​ພວກ​ນ້ອງ ​ເພາະວ່າ ນີ້​ແມ່ນ​ວຽກ​ງານ​ທີ່​ເໝາະ​ສົມ​ກັບ​ພວກ​ນ້ອງ​ກວ່າ​ໝູ່. ຢູ່​ສູນ​ດັ່ງກ່າວ, ບັນດາ​ນັກ​ຮຽນ​ຊຶ່ງ​ແມ່ນ​ຄົນ​ພິການ​ໄດ້​ຮັບ​ການ​ສອນ​ວິຊາ​ຊີບ ​ແລະ ມີ​ບ່ອນ​ພັກອາ​ໄສ​ໂດຍ​ບໍ່​ເສຍ​ຄ່າ. ນອກ​ນັ້ນ ສູນ​ດັ່ງກ່າວ​ຍັງ​ເປີດ​ສູນ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ພິການ​ດ້ວຍ​ຈຸດປະສົງ​ເພື່ອຊອກ​ຫາ​ກາລະ​ໂອກາດ, ຊ່ວຍ​ຄົນ​ພິການ​ມີ​ວຽກ​ງານ​ເປັນ​ປົກກະຕິ. ທ່ານ Hai ​ໃຫ້​ຮູ້​ວ່າ​:

   “ພວກຂ້າພະເຈົ້າສົມທົບກັບບັນດາວິສາຫະກິດຕາມ 2 ຮູບການ. ທີຫນຶ່ງ ເພື່ອໃຫ້ນັກຮຽນມີວຽກເຮັດງານທຳ, ພວກຂ້າພະເຈົ້າໄດ້ຊອກຫາວຽກເຮັດງານທຳ​ໃຫ້​ແກ່​ພວກ​ນ້ອງ. ທີ​ສອງ ພວກ​ຂ້າພະ​ເຈົ້າ​ສົມທົບ​ກັບ​ບັນດາ​ວິ​ສາ​ຫະກິດ​ສະຫນອງ​ບັນດາ​ຜະລິດ​ຕະພັນເປັນຊິ້ນສ່ວນເພື່ອ​ໃຫ້​ພວກ​ນ້ອງ​ທັງ​ຍົກ​ສູງ​ສີມື​ການຊ່າງທັງ​ສ້າງ​ລາຍ​ຮັບ​ສ່ວນໃດສ່ວນ​ຫນຶ່ງ. ຢູ່ ສູນ​ສອນ​ວິຊາ​ຊີບ​ຂອງ​ພວກ​ຂ້າພະ​ເຈົ້າ ພວກ​ນ້ອງ​ໄດ້​ຊົມ​ໃຊ້ 100% ຄ່າ​ຜະລິດ​ຕະພັນ​ທີ່ເຮັດດ້ວຍຕົນ​ເອງ.”

 ​ໂດຍ​ແມ່ນ​ຄົນ​​ເປ້​ຍລ່ອຍ​ມາ​ແຕ່​ເກີດ, ​ເລື່ອງ​ໄປ​ມາ​ກໍ​ຫຍຸ້ງຍາກ​ຫລາຍ, ​ແຕ່​ບໍ່​ດັ່ງ​ນັ້ນ​ນາງ Ho Thi Thuong ຢູ່ ​ເມືອງ Quynh Luu ​ແຂວງ Nghe An ​ເສຍ​ຫວັງ​ຕໍ່​ຊີວິດ. ​ເຖິງ​ວ່າ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ນຳ​ໃຊ້​ຈັກ​ຫຍິບ​ກໍ​ຕາມ ​ແຕ່​ດ້ວຍ​ການ​ລະດົມກຳລັງ​ໃຈ, ການ​ສົ່ງ​ເສີມ​ແນະນຳ​ຂອງ​ຄູ​ສອນ​ໃນ​ສູນ​ສອນ​ວິຊາ​ຊີບ ບວກກັບ     ຄວາ​ມມານະ​ພະຍາຍາມ​ຂອງ​ຕົນ​ເອງ,  ພາຍ​ຫລັງ 8 ​ເດືອນ​​ນາງ Thuong ສາມາດຫຍິບ​​ເຄື່ອງຊຸດລາດຊະການໄດ້ຢ່າງຄອ່ງແຄ້ວ​

Thuong  ​ເວົ້າ​ວ່າ:       

        “ຂ້າພະ​ເຈົ້າ​ພຽງ​ແຕ່​ປາດ​ຖະຫນາ​ວ່າ ​ເຮັດ​ແນວ​ໃດ​ຕົນ​ເອງ​ມີ​ວຽກ​ເຮັດ​ງານ​ທຳ​.​ເມື່ອ​ຮຽນ​ໄດ້ອາຊີບ​ຕັດຫຍິບ ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ ​ເພາະວ່າ​ມີ​ອາຊີບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຕົນ​ມີ​ຄວາມ​ໝາຍ​ກວ່າ. ຢູ່​ທ່ີ​ນີ້ ຄູ​ສອນ​​ມີ​ຄວາມຮັກ​ແພງ ​ແລະ ​ເຫັນ​ອົກ​ເຫັນ​ໃຈ​ຕໍ່ນັກຮຽນ, ສອນໃຫ້​ນັກຮຽນ​ຮູ້ຈັກ​ເຖິງ​ວິທີ​ຕັດ​ຫຍິບ​ຢ່າງ​ລະອຽດ.”

        ສອນ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ທຳ​ມະ​ດາກໍຫຍຸ້ງຍາກ​ແລ້ວ, ດຽວນີ້​ມາສອນ​ໃຫ້​ຄົນ​ພິການ​ຍິ່ງ​ມີ​ຄວາມ​ຫຍຸ້ງຍາກ​ກວ່າ. ​ເອື້ອຍ​ຄູ Vu Thi Nga ​ແບ່ງປັນ​ວ່າ:

“ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ນ້ອງ​ແມ່​ນຜູ້​ດ້ອຍ​ໂອກາດ​ໃນ​ຊີ​ວິດ​ເມື່ອ​ທຽບ​ກັບ​ຄົນ​ທຳ​ມະ​ດາ​, ​ ຍາມ​ໃດເຂົາ​ເຈົ້າ​ ​ກໍ​ຢາກ​ມີ​ວຽກ​​ເຮັດ​ງານ​ທຳ ​ແລະ ​ເມື່ອ​ເຮັດ​ວຽກ​ເປັນ​ແລ້ວ ​ເຂົາ​ເຈົ້າ​ແມ່ນ​ຄົນ​ດຸ​ໝັ່ນ​ທີ່ສຸດ. ຂ້າພະ​ເຈົ້າ​ກໍ​ດີ​ໃຈ​ຫລາຍ​ເມ​ື່ອຊ່ວຍ​ເຫລືອ​ພວກ​ນ້ອງ​​ໄດ້ເຈືອ​ຈານ​ເຂົ້າກັບ​ວົງ​ຄະນາ​ຍາດ​​.”

ສຳລັບ​ຄົນ​ພິການ ບັນດາ​ສູນ​ສອນ​ວິຊາ​ຊີບ​ມະນຸດສະທຳ​ຄື ສູນ​ສອນ​ວິຊາ​ຊີບ​ມະນຸດ​ສະ​ທຳ Linh Quang ຫລື​ສູນ​ສອນ​ວິຊາ​ຊີບ​ມະນຸດສະທຳ​ແຫ່ງອື່ນ​ໃນ​ທົ່ວ​ປະ​ເທດ ​ແມ່ນ​ສະຖານ​ທີ່​ເພື່ອ​ເຮັດ​ໃຫ້​ຄົນ​ພິການ​ມີ​ຄວາມ​​ເຊື່ອໝັ້ນ​ຕໍ່​ຊີວິດ​ກວ່າ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຢັ້ງຢືນ​ກັບ​ສັງຄົມ​ວ່າ ຄົນ​ພິການກໍ​ຍັງ​ມີ​ປະ​ໂຫຍ​ດຕໍ່ສັງຄົມ.

 

ເລເຟືອງ

ຕອບກັບ

ຂ່າວ/ບົດ​ອື່ນ