ຫໍພິພິທະພັນປະຫວັດສາດແຫ່ງຊາດສ້າງຄວາມດູດດື່ມໃຫ້ແກ່ເພື່ອນຫນຸ່ມທີ່ນິຍົມປະຫວັດສາດ

(vovworld)- ​ພາຍຫຼັງເຄື່ອນ​ໄຫວມາ​ເປັນ​ເວລາເກືອບ 2 ​ເດືອນ​, ສະ​ໂມ​ສອນ​ອາສາ​ສະໝັກ​ຂອງ​ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ​ໄດ້​ດຶງ​ດູດ​ເພື່ອນ​ຫນຸ່ມ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລວງຫລາຍ. ສະ​ໂມ​ສອນ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ຜູ້​ຊົມ​ກັບ​ຫໍພິພິທະ​ພັນຢ່າງ​ແທ້​ຈິງ. ​ບັນດາເພື່ອນ​ຫນຸ່ມ​ໄດ້​ນຳ​ພະລັງ​ຊີວິດ​ໃຫມ່ ມາ​​ໃຫ້​ຫໍພິພິທະ​ພັນ, ຕອບ​ສະຫນອງ​ຄວາມ​ຕ້ອງການ​ດ້ານ​ວັດທະນະທຳ, ຊອກ​ຮູ້​ບັນດາ​ຄຸນຄ່າ​ວັດທະນະທຳ, ປະຫວັດສາດ​ຂອງ​ຜູ້​ຊົມ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

        ເພື່ອນ​ຫນຸ່ມອາສາ​ສະໝັກ​ເກືອບ 80 ຄົນ​ຂອງ​ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ ລ້ວນ​ແຕ່​ແມ່ນ​ຜູ້​​ເມົາ​ມົວ​ກັບ​ຄວາ​ມຮູ້​ດ້ານ​ປະຫວັດສາດ, ວັດທະນະທຳ​ຊົນ​ເຜົ່າ. ​ເຂົາ​ເຈົ້າ​ແມ່ນນັກຮຽນ, ນັກ​ສຶກສາ​ຢູ່​ບັນດາ​ມະຫາວິທະຍ​າ​ໄລ, ​ໂຮງຮຽນ​ມັດທະຍົມ​ຢູ່ ຮ່າ​ໂນ້ຍ. ​ໃນ​ເວລາ​ເກືອບ 2 ​ເດືອນ​ເປັນ​ອາສາ​ສະໝັກ​ຂອງ​ຫໍພິພິທະ​ພັນ​ປະຫວັດສາດ, ບັນດາ​ເພື່ອນ​ຫນຸ່ມ​ໄດ້​ປະກອບສ່ວນ​​ໂຄສະນາ​ພາບ​ພົດ, ການ​ເຄື່ອນ​ໄຫວ​ຂອງ​ຫໍພິພິທະ​ພັນຢ່າງ​ມີ​ປະສິດທິ​ຜົນ​ຜ່ານ​ບົດ​ຂຽນ, ຮູບ​ເງົາ… ນາງ​ເລ​ຫວູ​ເຫົ້າ, ນັກ​ສຶກສາ​ປີ​ທີ 3, ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງປະ​ເທດ ຮ່າ​ໂນ້ຍ ​ເວົ້າ​ວ່າ:

        “ນ້ອງ​ຄິດ​ວ່າ​ເລື່ອງ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ວັດທະນະທຳ​ຂອງ​ປະ​ເທດ​ແມ່ນ​ສິ່ງ​ສຳຄັນທີ່​ສຸດ. ​ຫວຽດນາມ ກໍ​ຄື​ຫລາຍປະ​ເທດ​ອື່ນ​ໆ ລ້ວນ​ແຕ່​ມີ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ. ​ດັ່ງນັ້ນ ຖ້າມີ​ຄວາມ​ຮູ້​ດ້ານ​ປະຫວັດສາດ​ ​ຈະດີ​ທີ່​ສຸດ​ເພື່ອ​ແນະນຳ​ໃຫ້​ເພື່ອ​ນມິດ​ສາກົນ​ໄດ້ຮັບ​ຊາບ ກ່ຽວ​ກັບວັດທະນະທຳ ແລະ ປະຫວັດສາດຂອງ​ຫວຽດນາມ​”

ຫໍພິພິທະພັນປະຫວັດສາດແຫ່ງຊາດສ້າງຄວາມດູດດື່ມໃຫ້ແກ່ເພື່ອນຫນຸ່ມທີ່ນິຍົມປະຫວັດສາດ - ảnh 1
ບັນດາສະມາຊິກໃນສະໂມສອນອາສາສະໝັກຫໍພິພິທະພັນແຫ່ງຊາດ
ພາບ:baotanglichsu.vn

        ສະ​ໂມ​ສອນ​ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​ເພື່ອ​ໃຫ້​ບັນດາ​ນັກ​ສຶກສາມີ​ໂອ​ກາດ​ໄດ້ຊອກ​ຮູ້​ກ່ຽວ​ກັບ​ປະຫວັດສາດ, ວັດທະນະທຳ​ຜ່ານ​ວັດຖຸ​ພັນ​ຕ່າງໆ​ຢູ່​ຫໍພິພິທະ​ພັນ​ເທົ່າ​ນັ້ນ ຫາກ​ເຂົາ​ເຈົ້າ​ຍັງ​ມີ​ໂອກາດ​ໄດ້​ພົບ​ປະ, ​ແລກປ່ຽນ​ກັບ​ບັນດາ​ນັກ​ປະຫວັດສາດ​ທີ່​ມີ​ຊື່​ສຽງ​, ​ໂອ້​ລົມ​ສົນທະນາ​ກັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ຢ້ຽມຢາມ​ຫໍ​ພິພິທະ​ພັນອີກ​ດ້ວຍ. ນັ້ນ​ກໍ​ແມ່ນ​ສິ່ງ​ດຶງ​ດູດ ຫງຽມທູ​ຮ່າ, ນັກ​ສຶກສາ​ປີ​ທີ 4, ພະ​ແນ​ກພາສາ​ຝລັ່ງ,​ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ​ເຂົ້າ​ຮ່ວມ​ສະ​ໂມ​ສອນ​. ສຳລັບ ທູ​ຮ່າ ​ແລ້ວ,​ ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​​ສຳ​ພັດກັບ​ສະພາບ​ຕົວ​ຈິງ.

        “ພວກ​ນ້ອງ​ຮຽນ​ພາສາ​ຕ່າງປະ​ເທດ ບໍ່​ມີ​ໂອກາດ​ຮຽນ​ວິຊາ​ວັດທະນະທຳ, ປະຫວັດສາດ ຫວຽດນາມ, ສະ​ນັ້ນ ນ້ອງ​ປາດຖະຫນາ​ວ່າ ຫໍພິພິທະ​ພັນ​ຈະຈັດ​ການ​ເຄື່ອນ​ໄຫວຫລາຍ​ຢ່າງ​ຄື​ແນວ​ນີ້​ ເພື່ອ​ຊ່ວຍ​ພວກ​ເພື່ອນນັກ​ສຶກສາ​​ຄື​ນ້ອງຊອກ​ຮູ້​ກ່ຽວ​ກັບ​ວັດທະນະທຳ, ປະຫວັດ​ສາດ ຫວຽດນາມຢ່າງ​ເລິກ​ເຊິ່ງ​ກວ່າ.”

        ​ໃນ​ຫນຶ່ງ​ປີຜ່ານມາ, ຟານ​ທູ​ຮ່າ ນັກ​ສຶກສາ​ປີ​ທີ 4 ມະຫາວິທະຍາ​​ໄລ​ເສດຖະກິດ​ແຫ່ງ​ຊາດ ​ໄດ້​​ສະໝັກ​​ໃຈເຂົ້າ​ຮ່ວມ​​ການ​ເຄື່ອນ​ໄຫວຕ່າງໆ​ຂອງ​ຫໍພິພິທະ​ພັນ​ປະຫວັດສາດ.  ວຽກ​ງານ​ນີ້​ໄດ​້ຊ່ວຍ​ໃຫ້​ນ້ອງ​ບໍ່​ພຽງ​ແຕ່​ຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ປະຫວັດສາດ, ວັດທະນະທຳ​ເທ່ົາ​ນັ້ນ ຫາກ​ຍັງ​ຮູ້​ວິທີ​ວາງ​ແຜນການ, ຂຽນບົດ​ລາຍ​ງານໄດ້​ດີ​ກວ່າ ​ແລະ ມີ​ໝູ່​ເພື່ອນ​​ຫລາຍ​ກວ່າ.

ຫໍພິພິທະພັນປະຫວັດສາດແຫ່ງຊາດສ້າງຄວາມດູດດື່ມໃຫ້ແກ່ເພື່ອນຫນຸ່ມທີ່ນິຍົມປະຫວັດສາດ - ảnh 2
ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ
ພາບ:baotanglichsu.vn

        ​ເອື້ອຍ​ໂຕທິທູ່​ຍ​ເລີມ, ຮອງ​ຫົວຫນ້າ​ພະ​ແນ​ກ​ສື່ສານ, ຫົວຫນ້າ​ສະ​ໂມ​ສອນ​ອາສາ​ສະໝັກ​ຂອງ​ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດຕີ​ລາຄາ​ວ່າ:

        “ພວກ​ນ້ອງ​ນັກ​ຮຽນ, ນັກ​ສຶກ​ສາແມ່ນ​ຜູ້​ມີ​ພອນ​ສະຫວັນ​, ມັກ​ຊອກ​ຮູ້​ກ່ຽວ​ກັບ​ປະຫວັດສາດ, ວັດ​ທະ​ນະ​ທຳ ແລະ ໄດ້ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​​ຕ່າງໆຢ່າງ​ມີ​ປະສິດທິ​ຜົນ. ພວກ​ນ້ອງ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ເຂົ້າ​ໃນການ​ເຄື່ອນ​ໄຫວ​​ລວມຂອງ​ຫໍພິພິທະ​ພັນ.”

        ຈາກ​ຮູບ​ແບບ​ສະ​ໂມ​ສອນ “ນ້ອງ​ນິ​ຍົມ​ປະຫວັດສາດ,” “​ຊົ່ວ​ໂມງ​ຮຽນ​ປະຫວັດສາດ” ​ທີ່ສະຫງວນ​ໃຫ້​ແກ່​ພວກ​ນ້ອງ​ນັກຮຽນ​ຈາກ​ຊັ້ນ​ປະຖົມ, ມັດທະຍົມ​ຕອນ​ຕົ້ນ​ຕະຫລອດ​ຮອດ​ຊັ້ນ​ມັດທະຍົມ​ຕອນ​ປາຍ, ​ເລື່ອງ​ສ້າງ​ຕັ້ງ​ສະ​ໂມ​ສອນ​ອາສາ​ສະໝັກ​ຂອງ​ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ​ໄດ້​ສ້າງ​​ເງື່ອນ​ໄຂເພື່ອ​ໃຫ້​ບັນດາ​ເພື່ອນຫນຸ່ມ​​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ປະຫວັດສາດ, ວັດທະນະທຳ, ຈາກນັ້ນ ສ້າງ​ຄວາມ​ດຶງ​ດູດ​ເຮັດ​ໃຫ້​ພວກ​ນ້ອງ​​ເມົາ​ມົວ​ກັບ​ວິຊາ​ປະຫວັດສາດ ແລະ ວັດ​ທະ​ນະ​ທຳ​ຂອງ​ຊາດກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ