ຫວຽດ​ນາມ ຮັ​ບ​ຮູ້​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ເພື່ອນ​ມິດ ອາ​ເມ​ລິ​ກາ

(VOVWORLD) - ໄລຍະກວ່າ 50 ປີ ຜ່ານມາ, ມີເພື່ອນ ອາເມລິກາ ຫຼາຍຄົນຕິດພັນກັບ ຫວຽດນາມ. ບໍ່ພຽງແຕ່ຕໍ່ສູ້ເພື່ອຍາດເອົາເອກະລາດ ແລະ ຄວາມຍຸຕິທຳ, ຄັດຄ້ານສົງຄາມຂອງ ອາເມລິກາ ຢູ່ ຫວຽດນາມ ເທົ່ານັ້ນ, ເຂົາເຈົ້າຍັງສະຫງວນເວລາສ່ວນໃຫຍ່ຂອງຊີວິດ ເພື່ອເຮັດວຽກງານຮຳບາດແຜ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຮັດແໜ້ນນ້ຳໃຈໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ. ສຳລັບການປະກອບສ່ວນ ແຕ່ກໍມີປະສິດທິຜົນ ແລະ ເຕັມໄປດ້ວຍຄຸນຄ່າວັດທະນະທຳມະນຸດ ຂອງບັນດາເພື່ອນ ອາເມລິກາ ຍາມໃດປະຊາຊົນ ຫວຽດນາມ ກໍມີຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນ.
 ຫວຽດ​ນາມ ຮັ​ບ​ຮູ້​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ເພື່ອນ​ມິດ ອາ​ເມ​ລິ​ກາ - ảnh 1ພິທີປະດັບຫຼຽນກາທີ່ລະນຶກ (ພາບ: VOV)

ວັນທີ 17 ມິຖຸນາ, ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ, ທ່ານ ຟານແອັງເຊີນ, ຮອງປະທານ, ເລຂາທິການໃຫຍ່ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ໄດ້ໃຫ້ກຽດປະດັບຫຼຽນກາລະນຶກເພື່ອສັນຕິພາບມິດຕະພາບລະຫວ່າງບັນດາປະຊາຊາດ ໃຫ້ແກ່ເພື່ອນອາເມລິກາ 3 ຄົນ ທີ່ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການສະກັດກັ້ນສົງຄາມ ແລະ ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ຫວຽດນາມ - ອາເມລິກາ. ນີ້ແມ່ນລາງວັນອັນສູງສົ່ງທີ່ສຸດຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ເພື່ອແນໃສ່ຮັບຮູ້ການປະກອບສ່ວນອັນສຳຄັນຂອງບັນດາສ່ວນບຸກຄົນເຂົ້າໃນການສ້າງສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ ກັບປະຊາຊົນບັນດາປະເທດ.

 ຫວຽດ​ນາມ ຮັ​ບ​ຮູ້​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ເພື່ອນ​ມິດ ອາ​ເມ​ລິ​ກາ - ảnh 2ການປະດັບຫຼຽນກາທີ່ລະນຶກໃຫ້ແກ່ທ່ານ  Ron Carver (ພາບ: VOV)

        ນັ້ນແມ່ນທ່ານ Ron Carver, ນັກເຄື່ອນໄຫວເພື່ອສັນຕິພາບ, ນັກຮຽນຮູ້ທີ່ເຂົ້າຮ່ວມການແຫ່ຂະບວນປະທ້ວງຮຽກຮ້ອງໃຫ້ຢຸດຕິສົງຄາມຂອງ ອາເມລິກາ ຢູ່ ຫວຽດນາມ; ທ່ານ Ronald Haeberle, ນັກຂ່າວພາກສະໜາມ ແລະ ທ່ານ Daniel Ellsberg, ນັກຊ່ຽວຊານດ້ານການເມືອງ, ການທະຫານ, ເຊິ່ງເປັນຜູ້ທີ່ປະກອບສ່ວນຊ່ວຍໃຫ້ປະຊາຊົນ ອາເມລິກາ ແລະ ປະຊາຊົນໂລກມີຄວາມເຂົ້າໃຈຕື່ມອີກກ່ຽວກັບຄວາມໂຫດຮ້າຍປ່າເຖື່ອນຂອງສົງຄາມຢູ່ ຫວຽດນາມ.  ບໍ່ພຽງແຕ່ຄັດຄ້ານສົງຄາມ, ໃນຫຼາຍປີຜ່ານມາ, ເພື່ອນອາເມລິກາ 3 ຄົນດັ່ງກ່າວ ແລະ ປະຊາຊົນ ອາເມລິກາ ຫຼາຍຄົນ ໄດ້ຜັນຂະຫຍາຍປະຕິບັດຫຼາຍໂຄງການມະນຸດສະທຳ ຢູ່ ຫວຽດນາມ ເພື່ອໜູນຊ່ວຍການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະ ຫຼາຍກິດຈະກຳອື່ນໆ. ບັນດາການກະທຳນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ ແລະ ປັບປຸງໄມຕີຈິດມິດຕະພາບ ຫວຽດນາມ - ອາເມລິກາ. ເມື່ອແບ່ງປັນຄວາມຮູ້ສຶກຂອງຕົນໃນພິທີປະດັບຫຼຽນກາທີ່ລະນຶກ, ທ່ານ Ron Carver ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:

        “ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ ເມື່ອໄດ້ຮັບຫຼຽນກາທີ່ລະນຶກ. ພ້ອມກັບໝູ່ຂອງຂ້າພະເຈົ້າ, ບັນດາການກະທຳຄັດຄ້ານສົງຄາມ ກ່ອນນີ້ 50 ປີ ກໍຄືການເຄື່ອນໄຫວຮຳບາດແຜສົງຄາມ ໃນ 6 ປີຜ່ານມາ, ດ້ວຍການຢ້ຽມຢາມ ຫວຽດນາມ 8 ຄັ້ງເພື່ອຊ່ວຍເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ຟື້ນຟູທີ່ດິນຜະລິດ, ຊ່ວຍເຫຼືອຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ແມ່ນມີຄວາມສຳຄັນທີ່ສຸດ, ຊຶ່ງໄດ້ຕິດພັນກັບຊີວິດຂ້າພະເຈົ້າ ນັບແຕ່ຄາວຍັງໜຸ່ມຈົນຮອດປັດຈຸບັນ. ນີ້ແມ່ນຈຸດເວລາທີ່ມີກຽດຢ່າງຍິ່ງໃນຊີວິດຂອງຂ້າພະເຈົ້າ”.

 ຫວຽດ​ນາມ ຮັ​ບ​ຮູ້​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ເພື່ອນ​ມິດ ອາ​ເມ​ລິ​ກາ - ảnh 3ການປະດັບຫຼຽນກາທີ່ລະນຶກໃຫ້ແກ່ ທ່ານ Ronald Haeberle  (ພາບ: VOV)

        ໂດຍເປັນນັກຂ່າວພາກສະໜາມ, ເປັນຜູ້ຖ່າຍຮູບກວ່າ 60 ແຜ່ນກ່ຽວກັບເຫດເຂັ່ນຂ້າສາມັນຊົນທີ່ນອງເລືອດຢູ່ ໝີລາຍ (ເຊີນໝີ, ແຂວງ ກວ໋າງງາຍ) ເມື່ອວັນທີ 16 ມີນາ 1968, ທ່ານ Ronald Haeberle ກໍມີໜ້າໃນພິທີປະດັບຫຼຽນກາທີ່ລະນຶກໃນວັນທີ 17 ມິຖຸນາ ຢູ່ວໍຊິງຕັນ ກໍບໍ່ສາມາດຊຸກເຊື່ອງຄວາມຕື້ນຕັນໃຈຂອງຕົນໄດ້. ບັນດາຮູບຖ່າຍທີ່ທ່ານໄດ້ຖ່າຍເອົາໃນຈຸດເວລານັ້ນ ໄດ້ປະກອບສ່ວນສຳຄັນເຂົ້າໃນການຕໍ່ສູ້ຍາດເອົາຄວາມຍຸຕິທຳ, ສ້າງປະຖົມປັດໄຈໃຫ້ແກ່ບັນດາຂະບວນການຄັດຄ້ານສົງຄາມຂອງ ອາເມລິກາ ຢູ່ ຫວຽດນາມ. ຂະບວນການຄັດຄ້ານສົງຄາມຢູ່ ຫວຽດນາມ ໄດ້ແຜ່ຂະຫຍາຍອອກສູ່ທົ່ວໂລກ ແລະ ນີ້ແມ່ນປັດໄຈທາງດ້ານຈິດໃຈທີ່ສຳຄັນທີ່ສຸດ ເພື່ອໃຫ້ ຫວຽດນາມ ມີຄວາມອົງອາດກ້າແກ່ນກວ່າສິ່ງໃດໝົດ ຢູ່ແນວຮົບການທະຫານ ແລະ ການທູດ, ນັ້ນແມ່ນການເຈລະຈາ ຢູ່ ປາຣີ, ປະເທດ ຝລັ່ງ.  ໄຊຊະນະໃນໂຕະເຈລະຈາ ສັນຍາ ປາຣີ ໄດ້ລົບລ້າງການແບ່ງແຍກຜືນແຜ່ນດິນ ຫວຽດນາມ ແລະ ບັງຄັບໃຫ້ອຳນາດການປົກຄອງ ອາເມລິກາ ຕ້ອງຖອນກຳລັງອອກ, ພາໃຫ້ ຫວຽດນາມ ຍາດໄດ້ໄຊຊະນະຢ່າງສິ້ນເຊີງ, ທ້ອນໂຮມປະເທດຊາດເປັນເອກະພາບ. ໄຊຊະນະດັ່ງກ່າວ ໄດ້ມີການປະກອບສ່ວນຢ່າງມີປະສິດທິຜົນ ແລະ ເຕັມໄປດ້ວຍວວັດທະນະທຳມະນຸດຂອງເພື່ອນມິດ ອາເມລິກາ ຄືທ່ານ Ronald Haeberle. 

        ພາຍຫຼັງສັນຕິພາບໄດ້ກັບຕ່າວຄືນມາ, ທ່ານ Ronald Haeberle ໄດ້ກັບເມືອເຂດບ້ານນາ ເຊີນໝີ ເປັນຫຼາຍຄັ້ງ ເພື່ອປະຕິບັດບັນດາການເຄື່ອນໄຫວມະນຸດສະທຳ ເປັນຕົ້ນແມ່ນການສຶກສາກ່ຽວກັບການປ້ອງກັນ, ຕ້ານອຸບັດຕິເຫດຈາກລູກລະເບີດບໍ່ທັນແຕກ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ, ຄົນພິການ. ໃນການຊ່ວຍເຫຼືອປະຊາຊົນແຂວງ ກວ໋າງງາຍ ແລະ ກວ໋າງຈິ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ ເຊິ່ງເກີດຂຶ້ນເມື່ອທ້າຍປີ 2020, ທ່ານ Ronald Haeberle  ໄດ້ຮຽກຮ້ອງໃຫ້ແຜ່ບໍລິຈາກເງິນຊ່ວຍເຫຼືອໄດ້ກວ່າ 28.000 USD ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກໄພນ້ຳຖ້ວມ ຢູ່ 2 ແຂວງດັ່ງກ່າວ. ທ່ານ Ronald Haeberle ຢັ້ງຢືນວ່າ ຈະສືບຕໍ່ຊ່ວຍເຫຼືອປະຊາຊົນ ຫວຽດນາມ ຢູ່ບ່ອນທີ່ຕ້ອງການຄວາມຊ່ວຍເຫຼືອມະນຸດສະທຳ ແລະ ເຊື່ອໝັ້ນວ່າ ການພົວພັນ ຫວຽດນາມ - ອາເມລິກາ ຈະນັບມື້ນັບໝັ້ນແກ່ນ.

        “ຂ້າພະເຈົ້າຄິດວ່າ ການພົວພັນ ຫວຽດນາມ ແລະ ອາເມລິກາ ໃນຊຸມປີຈະມາເຖິງ ຈະນັບມື້ນັບໜຽວແໜ້ນ ແລະ ຜູກພັນກັນກວ່າອີກ, ມຸ່ງໄປເຖິງການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ດ້ວຍບັນດາຂໍ້ຕົກລົງທີ່ເໝາະສົມ. ຂ້າພະເຈົ້າຢືນຢັນຢ່າງແນວແນ່ວ່າ ການພົວພັນລະຫວ່າງສອງປະເທດ ຈະນັບມື້ນັບຜູກພັນຢ່າງໜຽວແໜ້ນກວ່າ ແລະ ນັ້ນແມ່ນສິ່ງສຸດຍອດທີ່ສຸດ”.

        ໃນຂະນະນັ້ນ, ທ່ານ Daniel Ellsberg, ນັກເຄື່ອນໄຫວດ້ານການເມືອງ ຊາວ ອາເມລິກາ, ຜູ້ໄດ້ຮັບຖືວ່າ ເປັນຜູ້ກ້າຫານຂອງ ອາເມລິກາ ພາຍຫຼັງທີ່ເປີດເຜີຍຂໍ້ມູນເອກະສານທຳນຽບຫ້າແຈກ່ຽວກັບສົງຄາມຢູ່ ຫວຽດນາມ, ເຊິ່ງບໍ່ສາມາດເຂົ້າຮ່ວມພິທີປະດັບຫຼຽນກາທີ່ລະນຶກໄດ້ ຍ້ອນບັນຫາສຸຂະພາບ ແລະ ບັນດາຮູບພາບກ່ຽວກັບຂອງຂວັນຕອບແທນຂອງ ຫວຽດນາມ ກໍໄດ້ສົ່ງເຖິງມືຂອງທ່ານ.

        ປີ 2023, ຫວຽດນາມ ແລະ ອາເມລິກາ ສະເຫຼີມສະຫຼອງວັນເຊັນສົນທິສັນຍາ ປາຣີ ຢຸດຕິສົງຄາມຢູ່ ຫວຽດນາມ ຄົບຮອບ 50 ປີ (1973-2023) ແລະ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດຄົບຮອບ 10 ປີ (2013-2023). ພິທີຍ້ອງຍໍຊົມເຊີຍເພື່ອນມິດຂອງ ຫວຽດນາມ ໄດ້ເປັນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ຮັດແໜ້ນໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ