ຫວຽດ​ນາມຍູ້​ແຮງ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໃນ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່

(VOVWORLD) -ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນກະທົບຢ່າງໜັກໜ່ວງໃນທຸກຂົງເຂດຢູ່ຫຼາຍປະເທດແລະເຂດແຄ້ວນໃນໂລກໃນນັ້ນມີຫວຽດນາມໄລຍະຜ່ານມາດ້ວຍແຜນນະໂຍບາຍຮັບມືກັໂລກລະບາດໂຄວິດ - 19 ຢ່າງມີໄຫວພິບມີປະສິດທິຜົນຂອງລັດຖະບານຫວຽດນາມໄດ້ຮັບມືແລະດຳລົງຊີວິດຮ່ວມກັບໂລກລະບາດໂຄວິດ - 19ຢ່າງປອດໄພເປັນເທື່ອລະກ້າວຄ່ອຍໆຟື້ນຟູບັນດາການເຄື່ອນໄຫວເສດຖະກິດປາຍແຫຼມຂອງລັດໃນນັ້ນຕ້ອງເວົ້າເຖິງການເຄື່ອນໄຫວເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນຄືນໃໝ່.

ຫວຽດ​ນາມຍູ້​ແຮງ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໃນ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່ - ảnh 1ທ່ານຫງວຽນຈຸງແຄ໊ງ, ຫົວໜ້າກົມໃຫຍ່ການທ່ອງທ່ຽວ (ພາບ: TITC)

ການທ່ອງທ່ຽວແມ່ນໜຶ່ງໃນບັນດາຂະແໜງຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19, ໃນ 2 ປີຜ່ານມາ, ໂລກລະບາດໂຄວິດ - 19 ເຮັດໃຫ້ວິສາຫະກິດທ່ອງທ່ຽວ, ບໍລິສັດທ່ອງທ່ຽວຫຼາຍແຫ່ງຕ້ອງປິດປະຕູ, ວຽກເຮັດງານທຳຖືກຢຸດສະຫງັກ, ຂາດເຂີນບຸກຄະລາກອນ. ດັ່ງນັ້ນ, ເພື່ອກະກຽມໃຫ້ແກ່ການເປີດປະຕູການທ່ອງທ່ຽວ, ຟື້ນຟູຂະແໜງເສດຖະກິດປາຍແຫຼມຫວຽດນາມໄດ້ສ້າງບັນດາມາດຕະການ, ຂັ້ນຕອນຕ້ອນຮັບແຂກທ່ອງທ່ຽວສາກົນໃນເງື່ອນໄຂປົກກະຕິໃໝ່, ຮັບປະກັນຄວາມປອດໄພ, ມີວິທະຍາສາດແລະປະສິດທິຜົນ. ໃນນັ້ນ, ປັດໄຈຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນປະຖົມປັດໄຈ. ທ່ານຫງວຽນຈຸງແຄ໊ງ, ຫົວໜ້າກົມໃຫຍ່ການທ່ອງທ່ຽວໃຫ້ຮູ້ວ່າ :

ພວກຂ້າພະເຈົ້າຖືວ່າມາຮອດປັດຈຸບັນ, ວຽກງານສຳຄັນກ່ວາໝູ່ນັ້ນແມ່ນການທ່ອງທ່ຽວຕ້ອງມີຄວາມປອດໄພ. ພວກເຮົາມີຄວາມອດໄພຍ້ອນວ່າ ປະຊາຊົນສ່ວນຫຼາຍຢູ່ຫວຽດນາມໄດ້ສັກວັກຊິນກັນໂຄວິດ - 19  ແລ້ວ, ປະຊາຊົນມີສະຕິໃນການປະຕິບັດ 5 ປະານຢ່າງເຂັ້ມງວດ. ໄປຄຽງຄູ່ກັນນັ້ນ, ຄວາມສາມາດທາງການແພດແລະ ຢາປິ່ນປົວໂຄວິດ - 19 ມີການປັບປຸງຫຼາຍພໍສົມຄວນ. ດ້ວຍຜົນງານທີ່ຕັ້ງໜ້າດັ່ງກ່າວ, ຫວຽດນາມພ້ອມແລ້ວທີ່ຈະຜັນຂະຫຍາຍບັນດາການເຄື່ອນໄຫວທ່ອງທ່ຽວໃນເງື່ອນໄຂປົກກະຕິໃໝ່.

ຖ້າຫາກວ່າຂະແໜງທ່ອງທ່ຽວໄດ້ຮັບການຟື້ນຟູຢ່າງແຮງກໍຈະນຳມາເຊິ່ງວຽກເຮັດງານທຳແລະລາຍຮັບສູງໃຫ້ແກ່ປະຊາຊົນ, ຈາກນັ້ນກາຍເປັນກຳລັງຫນູນດຶງດູດແຮງງານ. ທ່ານຫງວຽນຊວັນບິ່ງ, ຮອງຫົວໜ້າພະແນກການທ່ອງທ່ຽວນະຄອນດ່ານັ້ງໃຫ້ຮູ້ວ່າ :

ປັດຈຸບັນ, ຂະແໜງການທ່ອງທ່ຽວນະຄອນພວມສົມທົບກັບສະຫະສະມາຄົມການທ່ອງທ່ຽວແລະບັນດາວິຫະກິດເພື່ອຜັນຂະຫຍາຍວຽກງານກະກຽມຕ້ອນຮັແຂກທ່ອງທ່ຽວສາກົນ. ລະບົບການບໍລິການກໍ່ຄືພື້ນຖານໂຄງລ່າງມີຄວາມພ້ອມພໍສົມຄວນ. ພວກຂ້າພະເຈົ້າກໍ່ຕີລາຄາຄວາມຕ້ອງການທ່ອງທ່ຽວຂອງແຂກໃນໄລຍະຈະມາເຖິງເພື່ອສົມທົບກັບສະຫະສະມາຄົມການທ່ອງທ່ຽວກໍ່ຄືບັນດາວິສາຫະກິດການທ່ອງທ່ຽວກະກຽມແຫຼ່ງບຸກຄະລາກອນໃຫ້ເປັນຢ່າງດີທີ່ສຸຕອບສະໄດ້ຄວາມຮຽກຮ້ອງຕ້ອງການກ່ຽວກັບຄຸນນະພາບໃນການຮັບໃຊ້ໃຫ້ແກ່ສະຖານທີ່ທ່ອງທ່ຽວດ່ານັ້ງ.

ໄປຄຽງຄູ່ກັນນັ້ນ, ເພື່ອປັບຕົວໃຫ້ແທດເໝາະກັບສະພາບການປົກກະຕິໃໝ່, ເສີມຂະຫຍາຍຂະແໜງທ່ອງທ່ຽວຢ່າງສຸດຂີດ, ຫວຽດນາມໄດ້ນຳໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນວຽກງານດ້ານວິຊາການ.

ຖ້າຫາກ ທ້າຍປີ 2019 ຕົ້ນປີ 2020, ຫວຽດນາມຍັງນຳໃຊ້ວິທີການຄຸ້ມຄອງບໍລິຫານໂດຍກົງຕໍ່ກັບພະນັກງານແຕ່ລະຄົນໃນ 80%ການປະຕິບັດງານນັ້ນມາຮອດປັດຈຸບັນບັນດາເຄື່ອງມື, ວິທີການດີຈີຕອນໄດ້ໜູນຊ່ວຍວິສາຫະກິດໃນການເຄື່ອນໄຫວໃຫ້ດີທີ່ສຸດໃນສະພາບແວດລ້ອມແຫ່ງດີຈີຕອນ. ບັນດາບັນຫາວິຊາການອາດຈະໄດ້ຮັບການປະຕິບັດຢູ່ທຸກແຫ່ງ, ໃນທຸກເວລາເພື່ອຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍແລະເພີ່ມສະມັດຕະພາບ. ທ່ານຫງວຽນຈຸງແຄ໊ງໃຫ້ຮູ້ຕື່ມອີກວ່າ :

ສຳລັບການຫັນເປັນດີຈີຕອນໃນຂົງເຂດທ່ອງທ່ຽວ, ນີ້ແມ່ນໜ້າທີ່ສຳຄັນທີ່ສຸດໃນປີ 2022 ແລະຊຸມປີຕໍ່ໄປ. ຂະແໜງການທ່ອງທ່ຽວກໍ່ສະເໜີໃຫ້ລັດຖະບານກໍ່ຄື: ກະຊວງວັດທະນະທຳ, ກິລາແລະການທ່ອງທ່ຽວອະນຸຍາຜັນຂະຫຍາຍຫົວເລື່ອງສະເພາະຫັນເປັນດີຈີຕອນໃນຂະແໜງການທ່ອງທ່ຽວ, ໃນນັ້ນພວກຂ້າພະເຈົ້າຈະສຸມໃສ່ຜັນຂະຫຍາຍລະບົບການເຊື່ອມຕໍ່ໃນວຽກງານຄຸ້ມອງແຫ່ງລັດ, ອົງການຄຸ້ມຄອງແຫ່ງລັດຂັ້ນສູນກາງຕະຫຼອດຮອດບັນດາທ້ອງຖິ່ນ, ບັນດາວິສາຫະກິດເພື່ອປະຕິບັດການຄຸ້ມຄອງແຫ່ງລັດລົງເລິກຂະແໜງການ.

ນອກຈາກບັນດາເງື່ອນໄຂດັ່ງກ່າວ, ຄວາມສາມາດໃນການຮັບໃຊ້, ພື້ນຖານໂຄງລ່າງ, ຍົກສູງຄຸນນະພາບຜະລິດຕະພັນການທ່ອງທ່ຽວແລະກຳລັງຄວາມສາມາດໃນການແກ້ງແຍ່ງກໍ່ແມ່ນບັນດາປັດໄຈສຳຄັນຕໍ່ໄປເຊິ່ງບັນດາວິສາຫະກິດການທ່ອງທ່ຽວຕ້ອງເອົາໃຈໃສ່. ປັດຈຸບັນ, ຫລາຍທ້ອງຖິ່ນຢູ່ຫວຽດນາມມີຄວາມເປັນເຈົ້າການໃນການສ້າງຫຼາຍຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ໃໝ່ອ່ຽມແລະມີຄວາມດູດດື່ມເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດແກ້ງແຍ້ງ, ປະຕິຮູບຄຸນນະພາບຜະລິດຕະພັນ ແລະດຶງດູດແຂກທ່ອງທ່ຽວ. ໃນນັ້ນອາດຈະເວົ້າເຖິງບັນດາການເຄື່ອນໄຫວທ່ອງທ່ຽວທີ່ໜ້າສົນໃຈຄື: ຄົ້ນຫາຖ້ຳຟອງຍາດ້ວຍເຮືອ Kayak ຍາມກາງຄືນຂອງແຂວງກ໋ວາງບິ່ງ, ສິ່ງຍອດຍິ່ງຈ່າງອານຂອງແຂວງກວາງນາມ, Tour ຄົ້ນຫາຮ່າໂນ້ຍດ້ວຍລົດຖີບຂອງສະໂມສອນທ່ອງທ່ຽວແບບຍືນຍົງ… ທ່ານຮ່ວາງຈຸງແທັງ, ຮອງຫົວໜ້າພະແນກດຳເນີນທຸລະກິດ, ສູນທ່ອງທ່ຽວຟອງຍາ - ແກ໋ບາງ (ກ໋ວາງບິ່ງ) ແບ່ງປັນວ່າ :

 ສູນທ່ອງທ່ຽວຟອງຍາ - ແກ໋ບາງ ໄດ້ສ້າງ tour ທ່ອງທ່ຽວນີ້ ເພື່ອແນໃສ່ຫັນບັນດາຮູບແບບທ່ອງທ່ຽວເປັນຫຼາຍຮູບແບບ ແລະ ຊ່ວຍໃຫ້ແຂກທ່ອງທ່ຽວຄົ້ນຫາກ່ຽວກັບຖ້ຳຍາມກາງຄືນ. ໃນເມື່ອກ່ອນ, ເມື່ອມາຢ້ຽມຊົມຟອງຍາ - ແກ໋ບາງ, ແຂກທ່ອງທ່ຽວມັກຮູ້ສຶກຄິດງໍ້ໃຈກ່ຽວກັບເລື່ອງພັກອາໄສຍາມກາງຄືນ ຍ້ອນບໍ່ມີຫຍັງຫຼິ້ນ. ແຕ່ປັດຈຸບັນ, ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ເຮັດໃຫ້ມີຫຼາຍສະຖານທີ່ທ່ອງທ່ຽວ, ການລະຫຼິ້ນບັນເທີງທີ່ຍັງບໍ່ທັນເປີດປະຕູ, ແຕ່ເມື່ອຖ້ຳຟອງຍາໄດ້ເປີດປະຕູຕ້ອນຮັບແຂກທ່ອງທ່ຽວດ້ວຍ 3 ການເລືອກເຟັ້ນທີ່ແຕກຕ່າງກັນ, ຍາມກາງເວັນມີ 2 ແບບໃຫ້ເລືອກ ແລະ ຍາມກາງຄືນມີ 1 ແບບເພື່ອເພີ່ມການລົງພຶດຕິກຳຕົວຈິງໃຫ້ແກ່ແຂກທ່ອງທ່ຽວ.

ເພື່ອຟື້ນຟູຂະແໜງການທ່ອງທ່ຽວໃນເງື່ອນໄຂປົກກະຕິໃໝ່, ຫວຽດນາມຍັງຕ້ອງຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ແຕ່ດ້ວຍການຮ່ວມແຮງຮ່ວມໃຈແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ຈາກບັນດາກະຊວງ, ຂະແໜງການຈົນຮອດບັນດາບໍລິສັດການທ່ອງທ່ຽວ, ຜູ້ເຮັດວຽກງານການທ່ອງທ່ຽວ ແນ່ນອນວ່າ ໃນໄລຍະຈະມາເຖິງ ການທ່ອງທ່ຽວຫວຽດນາມ ຈະບັນລຸໄດ້ສັນຍານທີ່ຕັ້ງໜ້າຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ