ຂະບວນເດີນທາງຂຽວຍ່າງຮອດນະຄອນຍ່າຈາງແຂວງແຄ້ງຮ່ວາ (ພາບ:Thidoanninhhoa.org)
ການເດີນທາງຂຽວ” ແມ່ນຊື່ຂອງອົງການເຄື່ອນໄຫວທາງສັງຄົມໂດຍມີການເຂົ້າຮ່ວມຂອງພວກໄວໜຸ່ມ, ນັກສຶກສາຫວຽດນາມໃນທົ່ວປະເທດດ້ວຍ ຈຸດປະສົງຮ່ວມສາມັກຄີ, ແບ່ງເບົ່າຄວາມເຈັບປວດ, ຊ່ວຍເຫຼືອຜູ້ທຸກຍາກ, ປົກປັກຮັກສາສິ່ງແວດລ້ອມ. ບົນຈິດໃຈອາສາສະໝັກ, ພວກໄວໜຸ່ມຫວຽດນາມໄດ້ມີ ບັນດາການ ເຄື່ອນໄຫວຕິດແທດຕົວຈິງເພື່ອວົງຄະນະຍາດດ້ວຍຄວາມກະຕືລືລົ້ນ ແລະ ຄວາມ ຫວັງອຸທິດສ່ວນຂອງໄວໜຸ່ມ.
ອົງການ“ການເດີນທາງຂຽວ” ໄດ້ຮັບການສ້າງຕັ້ງເມື່ອເດືອນພຶດສະພາ ປີ 2008 ໂດຍກຳເນີດຂຶ້ນຈາກສະໂມສອນຊາວໜຸ່ມອາສາສະໝັກ ປະຕິບັດການຂີ່ລົດຖີບຄັ້ງຕ່າງໆຈາກພາກເໜືອລົງຮອດພາກໄຕ້ຫວຽດນາມຜ່ານຫຼາຍທ້ອງຖິ່ນ ເພື່ອແນໃສ່ຊ່ວຍບັນດາຄອບຄົວຜູ້ປະສົບເຄາະຮ້າຍຈາກສານຜິດສີສົ້ມດີໂອຊິນ ແລະ ເຮັດວຽກງານເພື່ອການກຸສົນໃນສັງຄົມ. ຈາກການເຂົ້າຮ່ວມຂອງສະມາຊິກ 300 ຄົນໃນເບື້ອງຕົ້ນ, ມາຮອດປະຈຸບັນ, ອົງການສັງຄົມນີ້ໄດ້ຂະຫຍາຍຢ່າງກ້ວາງຂວາງ ດ້ວຍການເຂົ້າຮ່ວມຂອງນັບໝື່ນຄົນ ແລະ ມີຮາກຖານຢູ່ເກືອບທຸກໆແຂວງ, ນະຄອນໃນທົ່ວປະເທດ. ຈາກຮູບແບບຂີ່ລົດຖີບຈາກພາກເໜືອລົງຮອດພາກໄຕ້ຫວຽດນາມ, ມາຮອດປະຈຸບັນ, ອົງການ“ການເດີນທາງຂຽວ” ຍັງເປີດກ້ວາງຂອບເຂດການເຄື່ອນໄຫວໃນຫຼາຍຂົງເຂດທີ່ແຕກຕ່າງກັນຄື: ຍ່າງແຕ່ພາກເໜືອລົງຮອດພາກໄຕ້, ຊ່ວຍ ເດັກທຸກຍາກຜ່ານຜ່າຄວາມຫຍຸ້ງຍາກ, ສອນວິຊາຄອມພິວເຕິ, ໂຄສະນາກ່ຽວກັບຄວາມປອດໄພທາງຄົມມະນາຄົມ, ສະກັດກັ້ນໄພຢາເສບຕິດ ແລະ ອື່ນໆ.ອ້າຍ ເລແທງນາມ ຊຶ່ງແມ່ນຜູ້ສ້າງຕັ້ງສະໂມສອນ ຊາວໜຸ່ມອາສາສະໝັກ, ປະຈຸບັນແມ່ນອົງການ “ການເດີນທາງຂຽວ” ໃຫ້ຮູ້ວ່າ: “ ປີ 2011 ແມ່ນປີທຳອິດ ທີ່ອົງການ “ການເດີນທາງຂຽວ”ຫັນທິດເຄື່ອນໄຫວຈາກການ ຂີ່ລົດຖີບຈາກພາກເໜືອລົງຮອດພາກໄຕ້ ມາຍ່າງຈາກພາກເໜືອລົງຮອດພາກໄຕ້ຫວຽດນາມ, ແລະ ຜົນສຳເລັດຢ່າງໃຫຍ່ຫຼວງແມ່ນໄດ້ດຶງດູດການເຂົ້າຮ່ວມຂອງ 1000 ຄົນ, ໃນນັ້ນມີບັນດາການເຄື່ອນໄຫວຊຶ່ງມີການເຂົ້າຮ່ວມຂອງກ່ວາ 1 ແສນຄົນ. ອົງການ ໄດ້ມອບເຄື່ອງຄອມພິວເຕີຫຼາຍເຄື່ອງໃຫ້ແກ່ນັກຮຽນທຸກຍາກ, ແລະມອບຂອງຂວັນກ່ວາ 1000 ພູດໃຫ້ແກ່ບັນດາ ຜູ້ປະສົບເຄາະຮ້າຍຈາກສານຜິດສີສົ້ມດີໂອຊິນ”
ການຍ່າງຈາກພາກເໜືອລົງຮອດພາກໄຕ້ຫວຽດນາມ ປີ 2011 ທີ່ມີຊື່ວ່າ : “ ຈາກໝູ່ບ້ານ ແຊນ ຫາທ່າກຳປັ່ນ ຍ່າຣົງ ” ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນປະທານໂຮຈິມິນອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ ໄດ້ປະສົບຜົນສຳເລັດ ແລະ ໄດ້ມີຜົນກະທົບຕໍ່ສັງຕົມຢ່າງດີງາມ. ຂະບວນຄົນທີ່ເຂົ້າຮ່ວມ “ການເດີນທາງຂຽວ” ໄດ້ຜ່ານ 16 ແຂວງ, ນະຄອນລຽບຕາມທາງຫຼວງ 1A ຂອງປະເທດຊາດ. ເພື່ອນ ເຈີນແທງຕວຽນ ນັກສຶກສາສັງກັດມະຫາວິທະຍາໄລເສດຖະກິດ ຮ່າໂນ້ຍເປີດເຜີຍວ່າ: “ ໂດຍແມ່ນສະມາຊິກເຄີຍໄດ້ເຂົ້າຮ່ວມການຍ່າງຈາກພາກເໜືອລົງຮອດພາກໄຕ້ຫວຽດນາມ, ຂ້າພະເຈົ້າມີຄວາມຕື້ນຕັນໃຈຍ້ອນວ່າຕົນເອງສາມາດພິຊິດໄລຍະທາງທີ່ຍາວໄກ ຈາກແຂວງ ເງ້ອານ ລົງຮອດນະຄອນໂຮຈິມິນ ແລະ ຂ້າພະເຈົ້າຮູ້ສືກວ່າ ຕົນເອງຍັງມີສຸຂະພາບ, ຍັງມີຄວາມກະຕືລືລົ້ນຢູ່ ”
ການຍ່າງຈາກພາກເໜືອລົງຮອດພາກໄຕ້ຫວຽດນາມ ບໍ່ພຽງແຕ່ສາມາດເຕົ້າໂຮມນັກສຶກສາ, ໄວໜຸ່ມທົ່ວປະເທດເຂົ້າຮ່ວມເທົ່ານັ້ນ, ຫາກຍັງມີການເຂົ້າຮ່ວມຂອງວົງການນັກສິລະປິນ ດ້ວຍບົດບາດເປັນທູດແຫ່ງຄວາມເຊື່ອໝັ້ນ ຄື: ນັກດົນຕີ ຫງວຽນເກືອງ, ນັກສິລະປິນດີເດັ່ນ ກີງລຽນ, ນັກກະວີຫຼາຍຄົນອີກດ້ວຍ.
ໂຕຕວນ