ນັບແຕ່ເວລາທີ່ສົງຄາມພວມເກີດຂຶ້ນ, ລັດຖະບານຫວຽດນາມໄດ້ຊີ້ນຳກອງທັບ ແລະ ລະບົບສາທາລະນະສຸກມີມາດຕະການປິ່ນປົວໃຫ້ແກ່ບັນດາຜູ້ຕິດທາດພິດເຄມີ, ໃນນັ້ນທາດພິດສີສົ້ມ/ດີໂອຊິນ. ພາຍຫຼັງທີ່ປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບເມື່ອເດືອນ 4/1975. ລັດໄດ້ປະກາດໃຊ້ ແລະ ເພີ່ມເຕີມ, ສ້າງບັນດາລະບອບ, ນະໂຍບາຍສຳລັບຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນໃຫ້ສົມບູນແບບ, ລະດົມບັນດາແຫຼ່ງກຳລັງເພື່ອໜູນຊ່ວຍຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນກ່ຽວກັບການຜະລິດ, ສາທາລະນະສຸກ, ການສຶກສາ, ຟື້ນຟູສະມັດທະພາບ… ແນໃສ່ຊ່ວຍເຂົາເຈົ້າບືນຕົວຂຶ້ນໃນການດຳລົງຊີວິດ.
(ພາບປະກອບ) |
ໄລ່ມາຮອດປະຈຸບັນ, ຫວຽດນາມໄດ້ແກ້ໄຂດ້ານນະໂຍບາຍໃຫ້ແກ່ປະມານ 3 ແສນຄົນທີ່ເຂົ້າຮ່ວມການເຄຶ່ອນໄຫວຕໍ່ຕ້ານ ແລະ ລູດເຕົົ້າຂອງເຂົາເຈົ້າຖືກຕິດ ທາດພິດສີສົ້ມ/ດີໂອຊິນ. ມີ ປະມານ 30% ຈຳນວນຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ໄດ້ຊື້ປະກັນສຸຂະພາບ. ປະມານ 20-25% ຈຳນວນເດັກຖືກຕິດ ທາດພິດສີສົ້ມ/ດີໂອຊິນ ໄດ້ເຂົ້າຮ່ວມລາຍການເບິ່ງແຍງດູແລ, ຟື້ນຟູສະມັດທະພາບ.
ທ່ານ ຮອງສາດສະດາຈານ ຮ່ວາງແມ້ງອານ ຜູ້ອຳນວຍການໂຮງໝໍເສນາຮັກ 103ແລ້ວ, ໂຮງໝໍແມ່ນໜຶ່ງໃນບັນດາຫົວໜ່ວຍນຳໜ້າໃນການເຂົ້າຮ່ວມໜູນຊ່ວຍໃຫ້ແກ່ ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ຊຸມປີມໍ່ໆມານີ້, ທາງໂຮງໝໍໄດ້ຜັນຂະຫຍາຍວິທີລ້າງພິດຢ່າງມີປະສິດທິຜົນໃຫ້ແກ່ ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຕາມວິທີ Hubbard ຂອງໂລກ. ແຕ່ການປິ່ນປົວດ້ວຍວິທີນີ້ ຕ້ອງເສຍເງິນແຕ່ 13-15 ລ້ານດົງ/ຄົນເຈັບ. ໂດຍມີຄວາມເປັນຫ່ວງຕໍ່ສິ່ງນີ້, ທ່ານຮອງສາດສະດາຈານ ຮ່ວາງແມ້ງອານ ພ້ອມກັບບັນດາເພື່ອນຮ່ວມອາຊີບໄດ້ຄົ້ນຄ້ວາ, ຊອກຫາວິທີການປິ່ນປົວດ້ວຍຢາພື້ນເມືອງ. ທ່ານຮອງສາດສະດາຈານ ຮ່ວາງແມ້ງອານ ໃຫ້ຮູ້ວ່າ :
“ ດ້ວຍວິທີການນີ້, ພວກຂ້າພະເຈົ້າປະຕິບັດການປິ່ນປົວເປັນເວລາ 4 ອາທິດໃຫ້ແກ່ບັນດາຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ. ໝາກຜົນທີ່ໄດ້ຮັບ ກໍທຽບເທົ່າກັບວິທີ Hubbard . ນີ້ກໍແມ່ນໂອກາດທີ່ດີສຳລັບບັນດາຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ເພາະລາຄາປິນປົວແມ່ນຊ່ຳກັບ 1/3 ເມື່ອທຽບໃສ່ວິທີ Hubbard. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍວິທີປິ່ນປົວນີ້ ແມ່ນຈະສາມາດເພີີ່ມທະວີສຸຂະພາບໃຫ້ແກ່ ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ”
ໄປພ້ອມກັບການເບິ່ງແຍງດູແລສຸຂະພາບໃຫ້ແກ່ບັນດາຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນັ້ນ, ການລ້ຽງດູເດັກຖືກຕິດ ທາດພິດສີສົ້ມ/ດີໂອຊິນກໍໄດ້ຮັບການເອົາໃຈໃສ່ຈາກວົງຄະນະຍາດ. ທ່ານ ຫງວຽນວັນເກືອງ ຜູ້ຄຸ້ມຄອງ ສູນເບິ່ງແຍງລ້ຽງດູເດັກຕິດທາດພິດສີສົ້ມ/ດີໂອຊິນໃນແຂວງ ເລີມດົງໃຫ້ຮູ້ວ່າ :
“ ຜ່ານການເຄື່ອນໄຫວເປັນເວລາ 3 ປີ, ສູນເບິ່ງແຍງລ້ຽງດູເດັກຕິດທາດພິດສີສົ້ມ/ດີໂອຊິນໃນແຂວງ ເລີມດົງ ໄດ້ຮັບເອົາເດັກ 40 ຄົນມາລ້ຽງດູ, ໃນນັ້ນ ມີ 13 ຄົນຖືກໂລກຈິດປັນຍາອ່ອນ, ດັ່ງນັ້ນ ທາງສູນ ຕົ້ນຕໍ່ແມ່ນສອນໃຫ້ພວກນ້ອງຮູ້ອ່ານຮູ້ຂຽນໜັງສື ເພື່ອເຊື່ອມຕົວເຂົ້າກັບສັງຄົມ ”
ການໜູນຊ່ວຍຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຍັງລວມທັງການສອນວິຊາຊີບ, ສ້າງວຽກເຮັດງານທຳ, ສ້າງການດຳລົງຊີວິດເປັນປົກກະຕິໃຫ້ ຜູ້ຮັບເຄາະຮ້າຍ. ທ່ານ ເລກ໋ວກບາວ ປະທານສະມາຄົມຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ຕຽນຢາງ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າໄດ້ເລັ່ງໃສ່ກວດກາ, ສຳຫຼວດ, ຈັດປະເພດຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ເພື່ອຊ່ວຍເຂົາເຈົ້າໄດ້ຮັບຄວາມເອົາໃຈໃສ່. ບັນດາລາຍການທີ່ພວກຂ້າພະເຈົ້າເອົາໃຈໃສ່ແມ່ນ ໜູນຊ່ວຍທຶນສຶກສາ, ສ້າງວຽກເຮັດງານທຳ ກໍຄືການເງິນ ເພື່ອຊ່ວຍເຂົາເຈົ້າມີເງື່ນໄຂຜ່ານຜ່າຄວາມຫຍຸ້ງຍາກ ຄື: ລ້ຽງງົວ, ລ້ຽງແບ້, ຄ້າຂາຍຍ່ອຍ. ທີ 2 ແມ່ນຊ່ວຍເຫຼືອພວກຫຼານນ້ອຍ ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ມີເງື່ອນໄຂໄປຮຽນວິຊາຊີບ. ພວກຂ້າພະເຈົ້າໄດ້ສົມທົບກັບບັນດາສະມາຄົມຊາວຫວຽດນາມອາໄສຢູ່ຝະລັງ ແລະ ບາງຂະແໜງການເພື່ອຊ່ວຍພວກຫຼານ”
ນັບຕັ້ງແຕ່ສະມາຄົມ ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2004 ນັ້ນ, ມາຮອດປະຈຸບັນ, ສະມາຄົມຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ, ໃນນັ້ນມີຫຼາຍແຂວງ, ນະຄອນໄດ້ມີ 100% ຈຳນວນເມືອງ, ຕາແສງ ກໍໄດ້ມີສະມາຄົມ. ໃນໄລຍະ 5 ປີ 2011-2016, ທົ່ວສະມາຄົມໄດ້ຂົນຂວາຍແຜ່ບໍລິຈາກເງິນໄດ້ 1115 ຕື້ດົງ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫຼືອດ່ວນໃຫ້ແກ່ ບັນດາຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ທ່ານນາງ ຫງວຽນທິຮ່ຽນ ປະທານສະມາຄົມ ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນະຄອນດານັ້ງ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າເຄີຍເອີ້ນ ສະມາຄົມຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຂອງຕົນວ່າ : “ ແທກຊີ ”, ເອີ້ນຢູ່ໃສກໍມີ. ພວກຂ້າພະເຈົ້າ ບໍ່ໄດ້ພັກວັນທິດ, ພະນັກງານທຸກໆຄົນ ຖ້າຫາກມີວຽກ ກໍລົງມືເຮັດເລີຍ. ເຮົາຊ່ວຍໃຫ້ຜູ້ຮັບເຄາະຮ້າຍບັນເທົ່າຄວາມເຈັບປວດທາງດ້ານຮ່າງກາຍກໍຄືຈິດໃຈ ໄດ້ສ່ວນໃດສ່ວນໜຶ່ງ ກໍຖືວ່າແມ່ນຄວາມສຸກຂອງບັນດາພະນັກງານໃນສະມາຄົມ”
ຮ່ວມແຮງຮ່ວມໃຈ ເບິ່ງແຍງດູແລໃຫ້ແກ່ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ ກໍແມ່ນວິທີຊຶ່ງລັດຖະບານ ແລະ ປະຊາຊົນຫວຽດນາມພວມປະຕິບັດເພື່ອບັນເທົ່າຄວາມເຈັບປວດໃຫ້ແກ່ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.