ຮອຍຂອງທ່ານປະທານໂຮ່ຈິມິນຢູ່ຝະລັ່ງ

105 ປີ​ໄດ້​ຜ່ານ​ພົ້ນ​ໄປ ນັບ​ຕັ້ງ​ແຕ່​ເວ​ລາ​ທ່ານປະ​ທານ​ໂຮ່​ຈິ​ມິນໄປ​ປະ​ເທດ​ຝະ​ລັ່ງ​ເປັນ​ຄັ້ງ​ທຳ​ອິດ. ປະ​ເທດນີ້​ແມ່ນ​ແຫ່ງ​ເປັນ​ສັກ​ຂີ​ພິ​ຍານ​ບາດ​ລ້ຽວໃນ​ການ​ອອກ​ເດີນ​ທາງໄປຕ່າງ​ປະ​ເທດເພື່ອ​ຊອກ​ຫາ​ເສັ້​ນ​ທາງ​ກູ້​ຊາດແລະໄດ້​ກາຍ​ເປັນ​ນັກ​ກອ​ມ ມູ​ນິດຄົນ​ທຳ​ອິດ​ຂອງ​ຫວຽດ​ນາມ.

ຮອຍຂອງທ່ານປະທານໂຮ່ຈິມິນຢູ່ຝະລັ່ງ - ảnh 1
ຄະ​ນະ​ພະ​ນັກ​ງານ​ສະ​ຖານທູດ​ຫວຽດ​ນາມ​ປະ​ຈຳ​ຝະ​ລັ່ງໄປ​ວາງ​ພວງ​ລວງ​ລາ​ຢູ່​ຕໍ່​ໜ້າເຮືອນ​ເລກ​ທີ 1 ຖະ​ໜົນ ອາດ​ມີ​ຣານ ກູ​ເບ , ເລີ​ຮາບ​ເຮີ ບ່ອນ​ທີ່ ທ່ານປະ​ທານ​ໂຮ່​ຈິ​ມິນ​ເຄີຍ​ອາ​ໄສ​ຢູ່

     ທ່ານປະ​ທານ​ໂຮ່​ຈິ​ມິນໄດ້​ພຳ​ນັກ​ຢູ່​ຝະ​ລັ່ງ​ເປັນ​ເວ​ລາ​ເກືອບ 7 ປີ. ໃນ​ປຶ້ມ​ອ່ານ​ທີ່​ມີ​ຊື່​ວ່າ : “​ໂຮ່​ຈິ​ມິນ” , ນັກ​ປະ​ພັນ Pierre Brocheux ໄດ້​ຂຽນ​ວ່າ : “ ອ້າຍ​ບາ (ຊື່​ຂອງ ທ່ານປະ​ທານ​ໂຮ່​ຈິ​ມິນ​ໃນ​ຄາວນັ້ນ) ໄປ​ຮອດ​ທ່າ​ກຳ​ປັ່ນ ມີ​ເງິນ​ພຽງ 10   ຝ​ຣັງ ໃນ​ຖົງເທົ່າ​ນັ້ນ ແລະ ລາວ​ຊອກ​ຫາໄດ້ຫຼາຍ​ສິ່ງຫຼາຍ​ຢ່າງ​ທີ່​ຈົບ​ງາມ​ຢູ່ນີ້​ກ່ຽວ​ກັບ​ປະ​ເທດ​ຝະ​ລັ່ງ” . ເມື່ອ​ສົມທຽບ​ລະ​ຫວ່າງ​ປະ​ເທດ​ຝະ​ລັ່ງ​ກັບ​ລັດ​ທິ​ລ​່າ​ເມືອງ​ຂຶ້ນ​ຝະ​ລັ່ງ​ຢູ່​ອິນ​ໂດ​ຈິນ, ນັກ​ປະ​ພັນ Pierre Brocheux ໃຫ້​ຮູ້​ວ່າ : 

    “ ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຄື​ກັບ​ທຸກໆ​ຄົນ​ຜູ້​ທີ່​ໂຊກ​ດີ​ໄດ້​ຮູ້​ຈັກທ່ານປະ​ທານ​ໂຮ່​ຈິ​ມິນ. ນີ້​ແມ່ນ​ບຸກ​ຄົນ​ມີ​ຈິດ​ໃຈ​ວັດ​ທະ​ນະ​ທຳ​ມະ​ນຸດ ແຕ່​ກໍ​​ສາ​ມາດ​​ຊອກ​ຫາ​ວິ​ທີ​ການແກ້​ໄຂ ແລະ ຕັດ​ສິນໃຈ​ເຮັດ​ຈົນ​ຂັ້ນ​ສຸດ​ທ້າຍ​ດ້ວຍ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ. ພິ​ເສດ, ນັ້ນ​ແມ່ນ​ບຸກ​ຄົນ​ທີ່​ມີ​ຄວາມ​ສັດ​ຊື່​ບໍ​ລິ​ສຸດ ແລະ ມີ​ສາຍ​ຈິດ​ມິດ​ໃຈ, ລຽບ​ງ່າຍ. ທ່ານປະ​ທານ​ໂຮ່​ຈິ​ມິນໄດ້​ຜ່ານ​ບັນ​ດາ​ໄລ​ຍະ​ທີ່​ເຈັບ​ປວດ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ, ແຕ່​ເພິ່ນ​ສາ​ມາດ​ຜ່ານ​ຜ່າ​ໄດ້​ໝົດ ແລະ ເຫັນ​ໄດ້​ແຈ້ງ​ທຸກ​ສິ່ງ​ທີ່​ພວມ​ເກີດ​ຂຶ້ນ ແລະ ຖອດ​ຖອນ​ບົດ​ຮຽນມາ​ໄດ້​ຈາກນັ້ນ ”

     ນອກ​ຈາກ​ເຮືອນ​ເລກ​ທີ 1 ຖະ​ໜົນ ອາດ​ມີ​ຣານ ກູ​ເບ , ເລີ​ຮາບ​ເຮີ ບ່ອນ​ທີ່ ທ່ານປະ​ທານ​ໂຮ່​ຈິ​ມິນ​ເຄີຍ​ອາ​ໄສ​ຢູ່ນັ້ນ, ມີ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ຢູ່​ເທດ​ສະ​ບານ​ເມືອງ​ແຄມ​ທະ​ເລ​ຊານ​ນະ​ຄອນ ເລີ​ຮາບ​ເຮີ ກໍ​ແມ່ນ​ບ່ອນ​ທີ່ທ່ານປະ​ທານ​ໂຮ່​ຈິ​ມິນໄດ້​ເຮັດ​ສວນ​ຮັບ​ຈ້າງ​ໃຫ້​ຄອບ​ຄົວ​ໜຶ່ງທີ່ຮັ່ງ​ມີ ໃນ​ໄລ​ຍະ​ລໍ່​ຖ້າ​ສ​ອ້ມ​ແປງ​ກຳ​ປັ່ນ. ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ຈະ​ມີ​ໂຄງ​ການ​ສະ​ບັບ​ໜຶ່ງ​ຄົ້ນ​ຄ້​ວາ​ລະ​ອຽດ​ຈະ​ຮັບ​ການ​ປະ​ຕິ​ບັດ​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຂອງ​ຝະ​ລັງ່ ແລະ ຫວຽດ​ນາມ. ສະ​ແດງ​ຄວາມ​ຕື້ນ​ຕັນ​ໃຈ​ເມື່ອ​ພ້ອມ​ກັບ​ບັນ​ດາ​ພະ​ນັກ​ງານ​ຫວຽດ​ນາມ​ໄປ​ຢ້ຽມ​ຢາມ​ບັນ​ດາ​ສະ​ຖານ​ທີ່​ທີ່​ມີຮອຍ​ຂອງ ທ່ານປະ​ທານ​ໂຮ່​ຈິ​ມິນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຝະ​ລັ່ງ ຫງວຽນ​ຫງອກ​ເຊີນ ໃຫ້​ຮູ້​ວ່າ :

   “ ມານີ້, ຂ້າ​ພະ​ເຈົ້າ​ເອງ ຮູ້​ສຶກ​ໄດ້ເຖິງ​ອາ​ລົມ​ຈິດ​ຄວາມ​ຮັກ​ແພງ​ຢ່າງ​ຈິງ​ໃຈ​ຂອງ​ບັນ​ດາ​ເພື່ອ​ຝະ​ລັ່ງ​ທີ່​ສະ​ຫງວນ​ໃຫ້​ແກ່ທ່ານປະ​ທານ​ໂຮ່​ຈິ​ມິນ​ເວົ້າສະ​ເພາະ ແລະ ຫວຽດ​ນາມ​ເວົ້າ​ລ​ວມ. ໃນ​ໄລ​ຍະ​ທີ່​ຈະ​ເຖິງ, ສະ​ຖານ​ທູດ​ຫວຽດ​ນາມ​ຈະ​ຈັດ​ຕັ້ງ​ການ​ໄປ​ຢ້ຽມ​ຢາມ​ບ່ອນ​ທີ່ທ່ານປະ​ທານ​ໂຮ່​ຈິ​ມິນ​ເຄີຍ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ຝະ​ລັ່ງ​ເພື່ອ​ຫວນ​ຄືນ​ໄລ​ຍະ​ທີ່​ເພິ່ນ​​ອອກ​ເດີນ​ທາງໄປຕ່າງ​ປະ​ເທດເພື່ອ​ຊອກ​ຫາ​  ເສັ້​ນ​ທາງ​ກູ້​ຊາດ ”

     ສ່ວນ​ນາງ Olivia Pelltier ຜູ້​ຊ່ຽວ​ຊານ​ຮັບ​ຜິດ​ຊອບ​ສາງ​ເອ​ກະ​ສານ​ກ່ຽວ​ກັບ​ອິນ​ໂດ​ຈີນ, ໃນ​ນັ້ນ​ລວມ​ທ​ັງ​ບັນ​ດາ​ວັດ​ຖຸ​ເອ​ກະ​ສານ​ທີ່​ສຳ​ຄັນ​ກ່ຽວ​ກັບ​ທ່ານປະ​ທານ​ໂຮ່​ຈິ​ມິນ ຢູ່​ສູນ​ເກັບ​ຮັກ​ສາ​ຕ່າງ​ແດນ​ຝະ​ລັ່ງ​ໃຫ້​ຮູ້​ວ່າ :

    “ ມີຫຼາຍ​ຄົນ​ສົນ​ໃຈ​ເຖິງ​ຊຸດ​ວັດ​ຖຸ​ເອ​ກະ​ສານປະ​ທານ​ໂຮ່​ຈິ​ມິນ ຊຶ່ງ​ພວກ​ເຮົາ​ເກັບ​ຮັກ​ສາ​ຢູ່ນີ້. ມີ​ນັກ​ຄົ້ນ​ຄ້​ວາ​ຂອງ​ປະ​ເທດ​ຕ່າງໆ, ພິ​ເສດ​ແມ່ນ​ຫວຽດ​ນາມ​ໄດ້​ມາ​ຫາ​ສູນ​ແຫ່ງນີ້​ເພື່ອ​ຄົ້ນ​ຄ້​ວາ​ບັນ​ດາ​ວັດ​ຖຸ​ເອ​ກະ​ສານ​ກ່ຽວ​ກັບທ່ານປະ​ທານ​ໂຮ່​ຈິ​ມິນ. ໄດ້​ມີ​ເພື່ອນ​ຮ່ວມ​ອາ​ຊີບຫຼາຍ​ຄົນ​ເຮັດ​ວຽກ​ຢູ່​ຫໍ​ພິ​ພິ​ທະ​ພັນ​ໂຮ່​ຈິ​ມິນໄດ້​ມານີ້ ແລະ ພໍ​ໃຈ​ທີ່​ສຸດ​ເພື່ອ​ເຫັນ​ບັນ​ດາ​ວັດ​ຖຸ​ເອ​ກະ​ສານ​ອັນ​ລ້ຳ​ຄ່າ​ຢູ່ນີ້ ”

ຕອບກັບ

ຂ່າວ/ບົດ​ອື່ນ