(vovworld) - ເພື່ອຊອກຫາຮ້ານກາເຟແຊບຢູ່ ຮ່າໂນ້ຍແມ່ນບໍ່ຍາກ. ແຕ່ຢາກຊອກຮ້ານກາເຟທັງງາມ, ທັງມີ “ສີສັນພິເສດສະເພາະ“ ພັດຍາກຢູ່. ຮ້ານກາເຟກາດ (ຮ້ານກາເຟດິນຊາຍ), ແມ່ນຮ້ານກາເຟທີ່ຕອບສະໜອງໄດ້ທັງສອງມາດຖານດັ່ງກ່າວ. “ສີສັນພິເສດສະເພາະ“ ຢູ່ທີ່ນີ້ນັ້ນແມ່ນການອອກແບບບໍລິເວນຂອງຮ້ານ. ໃນບົດສາລະຄະດີມື້ນີ້, ພວກເຮົາຂໍແນະນຳຮ້ານກາເຟກາດ, ຜ່ານບົດຂຽນຂອງ ຢ້ຽວຮົ່ງ, ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ.
ກາເຟ Kát ທີ່ຮ່າໂນ້ຍ
ເວລາ 11 ໂມງມື້ຕົ້ນສັບປະດາ, ແສງແດດຮ້ອນເອົ້າທ້າຍລະດູຮ້ອນເຮັດໃຫ້ທຸກຄົນຮູ້ສຶກຄືດັ່ງຖືກດາດ. ແຕ່ເມື່ອເຂົ້າຮ້ານກາເຟກາດ, ຕັ້ງຢູ່ຖະໜົນ ໂຮ່ດັກຢີ ພັດຮູ້ສຶກວ່າເຢັນສະບາຍທີ່ສຸດ. ການອອກແບບຕົ້ນຕໍຂອງຮ້ານແມ່ນສຸມໃສ່ຊັ້ນ 3 ແລະ ຊັ້ນ 4. ໂຕະຕັ່ງນ້ອຍໆ 5 ຊຸດຖືກວາງເທິງຊັ້ນດິນຊາຍຂາວແຫຼກ, ໜາ 15 cm. ແສງແດດສ່ອງແສງລົງມາຜ່ານຝາຜະໜັງດ້ວຍແກ້ວ ຍິ່ງເຮັດໃຫ້ດິນຊາຍເຫຼື້ອມແວວວາວກວ່າ. ນັ່ງຢູ່ໃນຮ້ານ, ຜ່ານຝາແກ້ວ, ແຂກສາມາດມອງເຫັນໜອງນຳ້ຂຽວສະອາດ, ພ້ອມກັບແຖວຕົ້ນໄມ້ຂຽວອຸ່ມທູ່ມທີ່ສັ່ນສະເທືອນຕາມສາຍລົມຢູ່ນອກໄດ້. ເຖິງວ່າຮ້ານຕັ້ງຢູ່ຕາມຖະໜົນທີ່ມີລົດລາງແລ່ນໄປມາຢ່າງຄຶກໂຄມໜາແໜ້ນກໍ່ຕາມ, ແຕ່ຢູ່ໃນຮ້ານມີແຕ່ຟັງສຽງດົນຕີທັງໜຸ່ມແໜ້ນທັງຟົດຟື້ນໄດ້ເທົ່ານັ້ນ. ຢູ່ຕິດກັບຝາຜະໜັງດ້ວຍແກ້ວ, ບ່ອນທີ່ຮັບແສງແດດຫຼາຍກວ່າໝູ່ໃນຮ້ານ ມີຕັ່ງ ໂຊຟາ 2 ໜ່ວຍ, ພ້ອມກັບໝອນຫຼາຍໜ່ວຍທີ່ມີສີຫຼາກຫຼາຍ. ເອື້ອຍ ຮັ່ງ ພ້ອມກັບໝູ່ເພື່ອນເລືອກເອົາບ່ອນນັ່ງທີ່ສາມາດມອງເຫັນໜອງນຳ້ໄດ້. ພວກເອື້ອຍພວມເມົາມົວຫວນຄືນອະນຸສອນເວລາຍັງເປັນນັກຮຽນ. ເອື້ອຍ ຮັ່ງ ທັງໂອ້ລົມ, ທັງຈົກດິນຊາຍແລ້ວປ່ອຍລົງຕີນຂອງຕົນ, ສ່ວນພວກເພື່ອນຜູ້ອື່ນກໍ່ເຊື່ອງຕີນໃຕ້ຊັ້ນດິນຊາຍຄືດັ່ງພວມຫຼົກລີ້ແສງແດດ. ເຖິງວ່າບ່ອນເຮັດວຽກເອື້ອຍ ຮັ່ງ ຫ່າງຈາກຮ້ານກາເຟເຖິງເກືອບ 5 ຫຼັກກໍ່ຕາມ, ແຕ່ເອື້ອຍກໍ່ຍາດເວລາພັກຜ່ອນໃນຕອນທ່ຽງເພື່ອໄປຢາມ ແລະ ກິນກາເຟໃນຮ້ານນີ້, ບໍ່ແມ່ນວ່າຍ້ອນມີອາຫານແຊບ, ເຄື່ອງດື່ມພິເສດ, ຫາກຍ້ອນວ່າຮ້ານມີດິນຊາຍ:
“ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າມາຮ້ານກາເຟນີ້ຜ່ານການແນະນຳຂອງໝູ່ເພື່ອນ. ຂ້າພະເຈົ້າເຫັນວ່າບໍລິເວນຢູ່ທີ່ນີ້ຈັບອົກຈັບໃຈ ແລະ ມີສີສັນພິເສດສະເພາະ, ທັງດື່ມກາເຟ, ທັງເຊື່ອງຕີນໃຕ້ຊັ້ນດິນຊາຍຂາວສະອາດ, ຂ້າພະເຈົ້າຮູ້ສຶກວ່າມີຄວາມສະຫວາດສະເຫວີຍຄືດັ່ງໄດ້ກັບຄືນອານຸສອນຍາມເຍົາໄວຂອງຕົນທີ່ໄດ້ລະຫຼິ້ນຢູ່ເຂດຫາດຊາຍທະເລ. ບໍລິເວນໃນຮ້ານໄດ້ຮັບການອອກແບບຢ່າງງ່າຍດາຍ,ແຕ່ພັດສ້າງຄວາມປະທັບໃຈຢູ່, ເຮັດໃຫ້ແຂກຮູ້ສຶກຄືວ່າພວມນັ່ງຢູ່ຫາດຊາຍທະເລແທ້ໆ, ແຕ່ເຄື່ອງດື່ມກໍ່ບໍ່ແພງ, ຫາກມີລາຄາເທົ່າກັບຮ້ານກາເຟອື່ນໆ, ດ່ັງນັ້ນຂ້າພະເຈົ້າຄິດວ່າ, ນີ້ຈະແມ່ນສະຖານທີ່ດຶງດູດແຂກມາດື່ມກາເຟ“.
ຫ່າງຈາກບ່ອນເອື້ອຍ ຮັ່ງ ນັ່ງປະມານ 2 ແມັດ, ຫຼານ ແທງລາມ ພວມຫຼິ້ນດິນຊາຍພ້ອມກັບເຄື່ອງຫຼິ້ນດ້ວຍຢາງຄື: ຫຼົ້ວ, ຊາມ... ຢູ່ໃກ້ບ່ອນແມ່ນັ່ງ. ເມື່ອຮູ້ວ່າຈະໄດ້ມາຮ້ານກາເຟກາດ, ຫຼານໄດ້ເອົາເຄື່ອງຫຼິ້ນເຊິ່ງພໍ່ຊື້ມາໃຫ້ໃນໂອກາດໄປອາບນ້ຳທະເລເມື່ອເດືອນ 6 ໄປນຳ.
“ຫຼານມັກມານີ້ຫຼາຍ, ຫຼານມານີ້ກັບແມ່ສອງ, ສາມເທື່ອແລ້ວ. ແມ່ໂອ້ລົມກັບເພື່ອນ, ສ່ວນຫຼານນັ່ງຫຼິ້ນດິນຊາຍແຕ່ຜູ້ດຽວຄືດັ່ງໄດ້ໄປທະເລແທ້ໆ“.
ເທິງຝາຜະໜັງສີຂາວຖືກແຂວນບັນດາໂຕຫອຍໃຫຍ່ເທົ່າກັບກຳມືທີ່ປູກເຄືອໄຕ່. ນອກນັ້ນຍັງປະດັບປະດາດ້ວຍມອງຫາປາເກົ່າອີກ, ເທິງພື້ນສີຂີ້ເທົ່າຂອງມອງຫາປາແມ່ນພົ້ນເດັ່ນຂຶ້ນດ້ວຍທຸ່ນລອຍສີສົ້ມ ແລະ ສະໝໍສີຟ້າ. ເທິງໂຕະວາງຕົ້ນໄມ້ນ້ອຍໆ, ພ້ອມກັບຕະກຽງເຕືອນພາຍຸດ້ວຍຫຼາຍສີ. ອັນໄດ້ສ້າງຄວາມຮູ້ສຶກວ່າພວມຢູ່ໃນຫາດຊາຍທະເລທີ່ຮົກເຮື້ອວ່າງເປົ່າ. ອ້າຍ ຮ່າ, ຜູ້ຄຸ້ມຄອງຮ້ານກາເຟໃຫ້ຮູ້ວ່າ: ດິນຊາຍຢູ່ໃນຮ້ານແມ່ນຖືກນຳມາຈາກທະເລ ຍາຈາງຈຶ່ງມີສີຂາວຄືແນວນັ້ນ:
“ປະຈຸບັນ, ຮ້ານກາເຟໃຫຍ່, ນ້ອຍມີນັບຮ້ອຍແຫ່ງ, ແຕ່ລະຮ້ານກໍ່ມີຄວາມດຶງດູດສະເພາະ, ແລະຮ້ານກາເຟກາດກໍ່ມີຈຸດປະສົງສ້າງຄວາມປະທັບໃຈໃຫ້ແກ່ແຂກ. ນອກນັ້ນ, ພວກຂ້າພະເຈົ້າຍັງຢາກສ້າງບໍລິເວນແບບທຳມະຊາດເພື່ອໃຫ້ແຂກຮູ້ສຶກສະບາຍໃຈທີ່ສຸດ“.
ມີເດັກນ້ອຍບາງຄົນນຸ່ງຊຸດເຄື່ອງແບບມັດທະຍົມຕອນປ່າຍເຂົ້າຮ້ານ. ໃນເວລາລໍຖ້າເຄື່ອງດື່ມ, ພວກເພື່ອນໜຸ່ມຍາດເວລາ Selfie ແລະ ອ້າງກັນຮູບພາບທີ່ຕົນຫາກໍ່ຖ່າຍດ້ວຍ smart phone. ອ້າຍ ຮ່າ, ນັກຄຸ້ມຄອງ ຮ້ານໃຫ້ຮູ້ວ່າ: ຍ້ອນກຳໄດ້ຈິດຕະຂອງໄວໜຸ່ມຍຸກປະຈຸບັນ, ດັ່ງນັ້ນຮ້ານຕ້ອງງາມ ແລະ ມີສີສັນພິເສດສະເພາະຈຶ່ງສາມາດດຶງດູດແຂກໄດ້.
“ພວກເພື່ອນໜຸ່ມເຂົ້າຮ້ານດື່ມກາເຟ, ຖ່າຍຮູບເປັນທີ່ລະນຶກ. ພວກຂ້າພະເຈົ້າຮູ້ຄວາມນິຍົມຂອງທຸກຄົນແມ່ນ check in, ດັ່ງນັ້ນຈຶ່ງອອກແບບໃຫ້ຮ້ານມີສີສັນພິເສດສະເພາະເພື່ອດຶງດູດແຂກ. ເບິ່ງລ້າໆເຫັນວ່າທຳມະດາງ່າຍດາຍ, ແຕ່ເມື່ອຖ່າຍຮູບກໍ່ເຫັນວ່າງາມຫຼາຍ, ເພາະວ່າໃນກາງເວນມີແສງແດດ, ໃນຍາມກາງຄືນພັດງາມແບບມະຫັດສະຈັນດ້ວຍແສງໄຟຟ້າທີ່ມີສີຫຼາກຫຼາຍ“.
ດິນຊາຍຢູ່ທີ່ນີ້ໄດ້ຮັບການເຂິງໃຫ້ສະອາດໃນແຕ່ລະສັບປະດາ. ລາຄາເຄື່ອງດຶ່ມໃນຮ້ານແມ່ນແຕ່ 25.000-60.000 ດົ່ງ, ອີງຕາມເຄື່ອງດຶ່ມແຕ່ລະຊະນິດ. ລາຄານີ້ແມ່ນບໍ່ແພງສຳລັບຮ້ານໜຶ່ງທັງສວຍງາມ, ທັງມີສີສັນພິເສດສະເພາະ. ອ້າຍ ຮ່າ ຍັງໃຫ້ຮູ້ຕື່ມອີກວ່າ, ແຕ່ລະມື້ຮ້ານໄດ້ຕ້ອນຮັບແຂກກວ່າ 100 ຄົນ, ແຂກມາຫຼາຍທີ່ສຸດແມ່ນໃນຍາມຄຳ່ຄືນທ້າຍສັບປະດາ. ດັ່ງນັ້ນ, ຖ້າຫາກເພື່ອນຢາກມາດຶ່ມກາເຟໃນຮ້ານນີ້ຢ່າລືມຈອງບ່ອນກ່ອນຜ່ານເບີໂທ: 0972 22 52 92 ແດ່ແດີ.