ໃນຊຸມປີມໍ່ໆມານີ້, ຮ່າໂນ້ຍໄດ້ຖືກບັນດາສາລະສານ, ອົງການທ່ອງທ່ຽວທີ່ມີຊື່ສຽງໃນໂລກຈັດເຂົ້າບັນຊີລາຍຊື່ສະຖານທີ່ທ່ອງທ່ຽວທີ່ດູດດື່ມແຖວໜ້າຂອງໂລກ. ດ້ວຍບັນດາທິວທັດທຳມະຊາດທີ່ສວຍງາມ, ອາຫານແຊບນົວ, ຊາວຮ່າໂນ້ຍມີຈິດໃຈຮັກແພງແຂກ, ຮ່າໂນ້ຍຍາມໃດກໍແມ່ນ ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງແຂກທ່ອງທ່ຽວ.
ດື່ມເບຍສົດຢູ່ຖະໜົນຕະຫ້ຽນ |
ນະຄອນຫຼວງຮ່າໂນ້ຍມີຫຼາຍຈຸດທີ່ແຕກຕ່າງເຫັນໄດ້ຊັດເມື່ອທຽບໃສ່ທຸກໆເຂດຕົວເມືອງໃນທົ່ວປະເທດ ແລະ ພາກພື້ນອາຊີ. ສິ່ງນີ້ໄດ້ສ້າງຄວາມເປັນເອກະລັກສະເພາະຂອງ ນະຄອນຫຼວງຮ່າໂນ້ຍແຫ່ງອະລິຍະທຳ. ຜ່ານການເລືອກເຟັັ້ນຄັ້ງຕ່າງໆຂອງຜູ້ອ່ານນັບລ້ານຄົນໃນທົ່ວໂລກ, ບັນດາໜັງສືພິມ, ເວບໄຊ, ອົງການທ່ອງທ່ຽວທີ່ມີຊື່ສຽງໃນໂລກຈັດເຂົ້າບັນຊີລາຍຊື່ສະຖານທີ່ທ່ອງທ່ຽວທີ່ດູດດື່ມແຖວໜ້າຂອງໂລກ. ທ່ານໂດ້ດິງຮົ່ງ ຫົວໜ້າພະແນກທ່ອງທ່ຽວຮ່າໂນ້ຍໃຫ້ຮູ້ວ່າ :
“ ຜະລິດຕະພັນທາງດ້ານອາຫານການກິນແມ່ນໜຶ່ງໃນບັນດາປະເພດທີ່ພວກຂ້າພະເຈົ້າມີຄວາມເອົາໃຈໃສ່ເປັນພິເສດ. ອາຫານໃນບໍລິເວນນະຄອນຫຼວງຮ່າໂນ້ຍແມ່ນມີຫຼາຍເຍື່ອງ. ການຊອກໃຫ້ຮູ້ຄະຕິປະຈຳໃຈຂອງແຂກທ່ອງທ່ຽວແມ່ນສິ່ງສຳຄັນສຳລັບຂະແໜງທ່ອງທ່ຽວ ແລະ ບັນດາຜູ້ເຮັດອາຫານ. ພວກຂ້າພະເຈົ້າຕ້ອງແນະນຳ, ໂຄສະນາອາຫານແຕ່ລະເຍື່ອງ, ຄືເຝີຄືແນວໃດ, ເຂົ້າປຸ້ນຊີ້ນປີ້ງຄືແນວໃດ…. ”
ການດື່ມເບຍສົດດ້ວຍລາຄາຖືກໃນບັນຍາກາດຄຶກຄື້ນຢູ່ຄຸ້ມຖະໜົນເກົ່າທີ່ມີຜູ້ຄົນຄັບຄາໜາແໜ້ນ ກໍແມ່ນສິ່ງທີ່ດູດດື່ມສຳລັບແຂກທ່ອງທ່ຽວ. ຢູ່ຕາມທາງຍ່າງໃນຄຸ້ມຖະໜົນເກົ່າ ກໍມີຮ້ານຂາຍເບຍສົດຫຼາຍຮ້ານ. ຢູ່ນີ້ແມ່ນບ່ອນເຕົ້າໂຮມແຂກທ່ອງທ່ຽວສາກົນ, ຍົກຄົວຢ່າງຢູ່ຖະໜົນຕະຫ້ຽນ, ຖະໜົນເລືອງຫງອກກວຽນ. ນອກຈາກນັ້ນ, ຈິດໃຈຮັກແພງແຂກຂອງຊາວຮ່າໂນ້ຍໄດ້ເຮັດໃຫ້ແຂກທ່ອງທ່ຽວຕື້ນຕັນໃຈ. ນາງ ໂຊເຟຍ, ແຂກທ່ອງທ່ຽວຊາວຝະລັ່ງ ເປີດເຜີຍວ່າ :
“ ຂ້າພະເຈົ້າຮັກຮ່າໂນ້ຍທີ່ສຸດ, ຍ້ອນຄວາມລຽບງ່າຍ, ຊາວຮ່າໂນ້ຍມີຈິດໃຈຮັກແພງແຂກ. ນີ້ແມ່ນເຫດຜົນທີ່ຂ້າພະເຈົ້າຊົມຊອບແຫ່ງນີ້ ແລະ ຮອດຍາມພັກແລ້ງ, ຂ້າພະເຈົ້າພ້ອມກັບຄອບຄົວໄດ້ມາທ່ອງທ່ຽວຢູ່ຮ່າໂນ້ຍ ”
ສ່ວນທ່ານ ຟີລິບ ແຂກທ່ອງທ່ຽວອັງກິດ ແບ່ງປັນວ່າ :
“ ຊາວຮ່າໂນ້ຍມີຄວາມສະຫງ່ຽມຄຽມຄົມ, ພ້ອມແລ້ວທີ່ຈະແບ່ງປັນເລື່ອງສ່ວນຕົວ, ເຂົາເຈົ້າມີຈິດໃຈຮັກແພງແຂກຄົນ. ເຂົາເຈົ້າຍັງຄົງຮັກສາວິຖີຊີວິດທີ່ມີມາແຕ່ດົນນານ, ພິເສດມີຄວາມເອກອ້າງທະນົງໃຈຕໍ່ປະຫວັດສາດຂອງຕົນ ”
ທ່ານ ປົນ ແຂກທ່ອງທ່ຽວອັງກິດທີ່ດຳລົງຊີວິດຢູ່ຮ່າໂນ້ຍເປັນເວລາກວ່າ 2 ປີແລ້ວ ໄດ້ແບ່ງປັນວ່າ :
“ ຊາວຮ່າໂນ້ຍມີຊີວິດຄຶກຄື້ນຢູ່ຕາມທາງຍ່າງ, ສະຖານທີ່ສາທາລະນະ. ຢູ່ເອີລົບເໜືອ, ພວກຂ້າພະເຈົ້າສ່ວນຫຼາຍຢູ່ໃນເຮືອນ, ເພາະອາກາດໜາວ ແລະ ຊຸມປຽກ. ຢູ່ນີ້ມີການເຄື່ອນໄຫວຟົດຟື້ນຢູ່ຕາມທາງ, ມີພວກເລາະຂາຍເຄື່ອງ, ມີລົດຈັກຮັບຈ້າງ. ຮອດຍາມຕອນຄ່ຳ, ຫຼາຍຄົນມັກພາກັນໄປເຕັ້ນລຳຢູ່ສວນສາທາລະນະ. ຂ້າພະເຈົ້າຮັກນະຄອນຫຼວງຮ່າໂນ້ຍທີ່ສຸດ ”
ຜ່ານໄລຍະເກືອບພັນປີແຫ່ງປະຫວັດສາດ, ວັນມ່ຽວກ໋ວກຕືຢາມ ຊຶ່ງແມ່ນມະຫາວິທະຍາໄລແຫ່ງທຳອິດໃນສະໄໝສັກດີນາຢູ່ຫວຽດນາມ, ວັດເສົາດຽວ ບໍ່ພຽງແຕ່ຕິດພັນກັບຄວາມງາມດ້ານວັດທະນະທຳຂອງສາສະໜາພຸດເທົ່ານັ້ນ, ຫາກຍັງແມ່ນໜຶ່ງໃນບັນດາສັນຍາລັກຂອງຮ່າໂນ້ຍອີກດ້ວຍ. ໃນມໍ່ມານີ້, ຮ່າໂນ້ຍໄດ້ທົດລອງເປີດກ້ວາງບໍລິເວນທາງຍ່າງຢູ່ອ້ອມແອ້ມໜອງຮ່ວານກຽມ ເພື່ອຊ່ວຍແຂກທ່ອງທ່ຽວເພີ່ມຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ຊາວນະຄອນຫຼວງຫຼາຍຂຶ້ນ. ສຳລັບບໍ່ວ່າຜູ້ໃດທີ່ໄດ້ມາຮ່າໂນ້ຍ, ແນ່ນອນວ່າມີຄວາມໝັ້ນໃຈຕໍ່ຮ່າໂນ້ຍຍ້ອນແມ່ນສະຖານທີ່ປອດໄພ,ດູດດື່ມ ແລະ ຊາວຮ່າໂນ້ຍມີຈິດໃຈຮັກແພງແຂກ.