(vovworld) – ໂດຍນອນໃນ ຕະຫຼາດນ້ອຍໆບົນຖະໜົນ ຫງວຽນກາວ, ຫ່າງຈາກໜອງຮ່ວານກ໋ຽມປະມານ 2 ກມ, ຮ້ານອາຫານທີ່ຂາຍເຂົ້າປຸ້ນຂອງເອື້ອຍ ຖາວ ໄດ້ມີມາກ່ອນນີ້ 20 ປີແລ້ວ. ສຳລັບເອື້ອຍແລ້ວ, ຂາຍເຂົ້າປຸ້ນບໍ່ແມ່ນເພື່ອສ້າງຄວາມຮັ່ງມີ, ຫາກເພື່ອຮັກສາປະເພດອາຫານທີ່ເປັນມູນເຊື້ອເຊິ່ງໄດ້ຮັບສືບທອດຈາກແມ່ຜູ້ທີ່ໄດ້ລ່ວງລັບໄປແລ້ວ. ປະຈຸບັນ, ເຖິງວ່າລູກເຕົ້າລ້ວນແຕ່ເຕີບໃຫຍ່ແລ້ວ ແລະ ຊີວິດກໍ່ມີຄວາມອິ່ມໜຳສຳລານແລ້ວກໍ່ຕາມ, ແຕ່ເອື້ອຍຍັງຄົງສືບຕໍ່ອາຊີບນີ້ຢູ່. ເຖິງວ່າຢູ່ບ່ອນໃດບ່ອນໜຶ່ງເຂົ້າປຸ້ນຫອຍໄດ້ມີການປ່ຽນແປງຫຼາຍຢ່າງເພື່ອຕອບສະໜອງກັບ ຄວາມຕ້ອງການຂອງຜູ້ກິນກໍ່ຕາມ, ແຕ່ຍາມໃດເອື້ອຍຖາວກໍ່ເອກອ້າງທະນົງໃຈວ່າ, ຮ້ານອາຫານຂອງເອື້ອຍຍັງຄົງແມ່ນຮ້ານທີ່ຂາຍ “ເຂົ້າປຸ້ນທີ່ເປັນມູນເຊື້ອ“
ຮ້ານອາຫານຂອງເອື້ອຍ ຖາວ ບໍ່ມີຫຍັງພິເສດເມື່ອທຽບໃສ່ຮ້ານອາຫານອື່ນ, ດ້ວຍປ້າຍໂຄສະນາທີ່ເກົ່າແກ່ມີພຽງແຖວໜັງສືທີ່ວ່າ “ເຂົ້າປຸ້ນຫອຍ“ເທົ່ານັ້ນ, ປະຈຸບັນຜ່ານການເວລາປ້າຍໂຄສະນາໄດ້ຖືກປ່ຽນສີໄປແລ້ວ. ຮ້ານກວ້າງປະມານ 20 ຕາແມັດ, ພໍດີເພື່ອຕັ້ງໂຕະຕັ່ງ 3, 4 ຊຸດ ເພື່ອຮັບໃຊ້ແຂກມາກິນ. ສ່ວນເຮືອນຄົວນ້ອຍໆເຄິ່ງໜຶ່ງຕັ້ງໃນຮ້ານ, ເຄິ່ງໜຶ່ງໂປໂລອອກແຄມທາງ, ການຈັດເຮືອນຄົວແບບນີ້ເຮັດໃຫ້ແຂກສາມາດເຫັນປະຈັກຕາຂັ້ນຕອນແຫ່ງການປຸງແຕ່ງ. ເອື້ອຍຖາວ ທັງຈີ້ມຫອຍ, ທັງຍີ້ມຫົວເຊີນແຂກມາກິນ.
ເຂົ້າປຸ້ນຫອຍເຢັນທີ່ເປັນມູນເຊື້ອ
ຫາກໍ່ມາຮອດປະຕູຮ້ານກໍ່ໄດ້ກິ່ນຫອມທີ່ເປັນເອກະລັກສະເພາະຂອງເຂົ້າສົ້ມຈາກໝໍ້ຕົ້ມຫອຍ. ເມື່ອແຂກມາກິນ, ເອື້ອຍ ຖາວຈຶ່ງເອົາຫອຍທີ່ຫາກໍ່ຈີ້ມໃສ່ຖ້ວຍເຂົ້າປຸ້ນຂາວ, ຫຼັງຈາກນັ້ນຈຶ່ງຕັກນຳ້ຫອຍທີ່ຕົ້ມພ້ອມກັບໝາກເລັ່ນ ແລະ ເຂົ້າສົ້ມໃສ່ຖ້ວຍເຂົ້າປຸ້ນດັ່ງກ່າວ. ສ່ວນແຂກກໍ່ສາມາດກິນກັບຜັກ ແລະ ຕື່ມໝາກເພັດຈຽວຕາມໃຈມັກ.
“ເອື້ອຍຂາຍເຂົ້າປຸ້ນນັບແຕ່ປີ 1991, ເວລານັ້ນຫາກໍ່ພັກກິນເບ້ຍບຳນານ, ບໍ່ຮູ້ວ່າຈະເຮັດວຽກຫຍັງເພື່ອລ້ຽງລູກນ້ອຍ 2 ຄົນ, ດັ່ງນັ້ນເອື້ອຍຈຶ່ງຕັດສິນໃຈສືບທອດອາຊີບຂອງແມ່. ໃນເບື້ອງຕົ້ນຄິດວ່າບໍ່ເຮັດໄດ້ ແຕ່ແມ່ໄດ້ເວົ້າວ່າຖ້າຮັກອາຊີບແມ່ນຈະເຮັດໄດ້. ເວລານັ້ນເອື້ອຍມີແຕ່ຂາຍເຂົ້າປຸ້ນຫອຍເຢັນທີ່ເປັນມູນເຊື້ອ, ຕໍ່ມາຈຶ່ງຂາຍເຂົ້າປຸ້ນຫອຍຮ້ອນຕື່ມອີກ. ແຕ່ເອື້ອຍເດັດດຽວບໍ່ໃສ່ຊີ້ນໄກ່, ຊີ້ນງົວ, ຖົ່ວໜໍ່ຕື່ມອີກ, ເພາະວ່ານັ້ນບໍ່ແມ່ນເຂົ້າປຸ້ນຫອຍທີ່ເປັນມູນເຊື້ອ“.
ແຕ່ລະມື້, ຮ້ານຂອງເອື້ອຍຂາຍເຂົ້າປຸ້ນຫອຍໄດ້ແຕ່ 200-250 ຖ້ວຍ, ແຕ່ເອື້ອຍກໍ່ບໍ່ສາມາດສ້າງຄວາມຮັ່ງມີຈາກອາຊີບຂາຍເຂົ້າປຸ້ນຫອຍໄດ້, ຍ້ອນວ່າບັນດາວັດຖຸທີ່ເອື້ອຍຊື້ມາລ້ວນແຕ່ສົດ ແລະ ບໍ່ມີສານພິດ, ດັ່ງນັ້ນລາຄາຈຶ່ງແພງພໍສົມຄວນ
“ຜັກກິນພ້ອມເອື້ອຍຊື້ຢູ່ຮ້ານທີ່ລື້ງເຄີຍແຕ່ປີ 1991, ດັ່ງນັ້ນຈຶ່ງສົດ ແລະ ຮັບປະກັນປອດສານພິດ. ເຖິງວ່າລາຄາຈະສູງກວ່າລາຄາຢູ່ທ້ອງຕະຫຼາດແຕ່ 30-50% ກໍ່ຕາມ, ບາງເທື່ອກໍ່ສູງກວ່າທົບສອງເທົ່າ, ແຕ່ຂ້າພະເຈົ້າຍັງຊື້ຢູ່. ສ່ວນໂຕຫອຍແມ່ນຊື້ມາຈາກເຂດທົ່ງນາບ່ອນທີ່ປູກເຂົ້າແຊບຄືນາມດິ້ງ, ທ້າຍບິ່ງ. ມື້ໃດຊື້ຫອຍຢູ່ເຂດດັ່ງກ່າວບໍ່ໄດ້ຂ້າພະເຈົ້າກໍ່ອັດປະຕູໄວ້ບໍ່ຂາຍອີກ“.
ຮ້ານເຂົ້າປຸ້ນຫອຍຂອງ ເອື້ອຍຖາວ
- “ໃຫ້ຫຼານເຂົ້າປຸ້ນຫອຍ, ໃສ່ຕື່ມຊີ້ນງົວແດ່“
- “ຢູ່ນີ້ບໍ່ຂາຍເຂົ້າປຸ້ນຫອຍໃສ່ຊີ້ນງົວດອກ, ຢາກກິນເຂົ້າປຸ້ນຫອຍພື້ນເມືອງຈຶ່ງມີ, ຖ້າມັກໃສ່ຊີ້ງົວຕ້ອງໄປຮ້າຍອື່ນ“.
“ແຂກຫຼາຍຄົນຢາກກິນເຂົ້າປຸ້ນຫອຍພ້ອມກັບຊີ້ນງົວ ແລະ ປາ
ແດດ, ແຕ່ເອື້ອຍພັດບໍ່ຂາຍ. ຢູ່ທີ່ນີ້ມີແຕ່ຂາຍເຂົ້າປຸ້ນຫອຍທີ່ເປັນມູນເຊື້ອເທົ່ານັ້ນ“.
ຍ້ອນເຫດນັ້ນ, ແຂກມາຮ້າຍຂອງເອື້ອຍ ຖາວ ສ່ວນຫຼາຍແມ່ນແຂກ
ຊີນເຄີຍມາກ່ອນ. ຕົວຢ່າງຄືປ້າ ຟີ ທັງແມ່ນແຂກ, ທັງແມ່ນຜູ້ຢູ່ໃກ້ຄຽງກັບເຮືອນຂອງເອື້ອຍ ຖາວ ມາເປັນເວລາເກືອບ 20 ປີ ແລ້ວ. ແຕ່ລະສັບປະດາ, ປ້າເຄີຍກິນເຂົ້າປຸ້ນຫອຍຢູ່ທີ່ນີ້ແຕ່ 1-2 ເທື່ອ:
“ປ້າໄດ້ກິນເຂົ້າປຸ້ນຫອຍຢູ່ຫຼາຍຮ້ານໃນຮ່າໂນ້ຍແລ້ວ, ຕົວຢ່າງຄືເຂົ້າປຸ້ນຫອຍໃນຕະຫຼາດອາຫານການກິນ, ເຂົ້າປຸ້ນຫອຍໂຮ່ໄຕ, ແຕ່ບໍ່ແຊບເທົ່າກັບ ເຂົ້າປຸ້ນຫອຍຢູ່ທີ່ນີ້. ເພາະເຂົາເຈົ້າໄດ້ໃສ່ຕື່ມຫຼາຍອັນ, ດັ່ງນັ້ນຈຶ່ງບໍ່ຮັກສາລົດຊາດທີ່ເປັນມູນເຊື້ອໄດ້. ປະຈຸບັນ, ເພື່ອຊອກຫາຮ້ານຂາຍເຂົ້າ ປຸ້ນຫອຍທີ່ມີລົດຊາດ ຄືແນວນີ້ແມ່ນຍາກຫຼາຍ “.
ເມື່ອຖືກຖາມວ່າເອື້ອຍຢາກຂະຫຍາຍຮ້ານອາຫານໃຫ້ກວ້າງກວ່າອີກຫຼືບໍ. ເອື້ອຍ ຖາວ ທັງຍີ້ມທັງແກວ່ງຫົວແລ້ວຕອບວ່າ “ເຮັດຄືແນວນີ້ກໍ່ພໍດີແລ້ວ ເພາະເອື້ອຍຢາກຮັກສາມູນເຊື້ອຈາກແມ່, ຫາກຂະຫຍາຍຮ້ານໃຫ້ກວ້າງອອກຈະຕ້ອງຕອບສະໜອງຄວາມຕ້ອງການຂອງຜູ້ກິນໃນປະຈຸບັນ, ເວລານັ້ນຍາກທີ່ຈະຮັກສາອາຊີບຕົ້ມເຂົ້າປຸ້ນຫອຍມີ່ເປັນມູນເຊື້ອໄວ້ໄດ້“.