ເຕັກ​ໂນ​ໂລ​ຢີ blockchain ຊ່ວຍ​ແກ້​ໄຂ​​ໄພ​ການ​ຄ້າ​ມະນຸດ

(VOVWORLD) -ປັດຈຸບັນ, ໄພການຄ້າມະນຸດໄດ້ມີຜົນສະທ້ອນຢູ່ທຸກປະເທດໃນໂລກ, ເຊິ່ງແມ່ນບັນຫາໜຶ່ງທີ່ສັບສົນ ແລະ ເຈັບປວດ. ຕົວຈິງ, ຄາດວ່າໃນທົ່ວໂລກມີຜູ້ຄົນປະສົບເຄາະຮ້າຍປະມານ 20 ຫາ 40 ລ້ານຄົນ ພວມຖືກຕົກເປັນຂ້າທາດ, ສ່ວນລາຍຮັບທີ່ອາດຊະຍາກໍາເກັບມາໄດ້ໃນແຕ່ລະປີແມ່ນປະມານ 150 ຕື້  USD. ບັນຫາດັ່່ງກ່າວ ຍາກທີ່ຈະແກ້ໄຂໄດ້ຢ່າງສຸດກົກສຸດປາຍ. ເຖິງຢ່າງໃດກໍຕາມ, ດ້ວຍການພັດທະນາຢ່າງແຮງຂອງເຕັກໂນໂລຢີຄືໃນປັດຈຸບັນ, ເປັນຕົ້ນແມ່ນລະບົບ blockchain ແລະ ການເພີ່ມທະວີການແບ່ງປັນຂໍ້ມູນຂ່່າວສານ, ອາດຈະເປັນຮົ້ວກີດຂວາງສໍາລັບອາດຊະຍາກໍາການຄ້າມະນຸດ ໃນການຊອກຫາເຫຍື່ອ ແລະ ແຕ່ພັດສ້າງຄວາມສະດວກໃຫ້ແກ່ອໍານາດການປົກຄອງທ້ອງຖິ່ນ ໃນການກູ້ຊ່ວຍເອົາຜູ້ປະສົບເຄາະຮ້າຍໄດ້ຢ່າງງ່າຍດາຍ ແລະ ວ່ອງໄວກວ່າ.
ເຕັກ​ໂນ​ໂລ​ຢີ blockchain ຊ່ວຍ​ແກ້​ໄຂ​​ໄພ​ການ​ຄ້າ​ມະນຸດ - ảnh 1                         (ພາບປະກອບ: ອິນເຕີເນັດ)

ກຸ່ມຄໍາ “ການຄ້າມະນຸດ” ແມ່ນໄດ້ໝາຍເຖິງການຄ້າຂາຍຂອງມະນຸດ ດ້ວຍຈຸດປະສົງຂູດຮີດແຮງງານ, ບີບບັງຄັບ ຫຼື ການຄ້າປະເວນີ. ຜູ້ປະສົບເຄາະຮ້າຍ ສ່ວນຫຼາຍແມ່ນຖືກຍຸຍວງດ້ວຍຄໍາສັນຍາກ່ຽວກັບອະນາຄົດທີ່ສວຍງາມຄືຫາວຽກເຮັດງານທໍາທີ່ດີ ແລະ ໝັ້ນຄົງໃຫ້... ນອກຈາກນັ້ນ, ຍັງມີບາງເປົ້າໝາຍຖືກຕົກເປັນເຫຍື່ອຂອງການຄ້າມະນຸດຄື ຊາວໜຸ່ມຜູ້ທີ່ລອດຈາກການຕົກເປັນເຫື່ຍອ ແລະ ບໍ່ມີບ່ອນພັກພາອາໄສ, ຜູ້ປະສົບເຄາະຮ້າຍຈາກໃນການໃຊ້ຄວາມຮຸນແຮງໃນຄອບຄົວ, ຜູ້ທີ່ຖືກຄຸກຄາມທາງເພດ, ສົງຄາມ, ຂັດແຍ້ງກັນ ຫຼື ຖືກຈໍາແນກການປະພຶດໃນສັງຄົມ ເຊິ່ງບຸກຄົນດັ່ງກ່າວແມ່ນບັນດາເປົ້າໝາຍທີ່ພວກອາດຊະຍາກໍາການຄ້າມະນຸດມັກເລັ່ງໃສ່ຫຼາຍກວ່າ.

ໃນສະໄໝເຕັກນິກດີຈີຕອນນັບມື້ນັບມີການພັດທະນາຄືໃນປັດຈຸບັນ, ເລື່ອງປະຊາກອນແຕ່ລະຄົນຕ້ອງມີເລກລະຫັດເຕັກນິກດີຈີຕອນເພື່ອກໍານົດຊື່ ແລະ ນາມສະກຸນ (ID) ບໍ່ແມ່ນເລື່ອງທີ່ແປກໃໝ່ ຄືກັບສອງສາມທົດສະວັດກ່ອນນີ້ແລ້ວ. ລະອຽດ, ຂໍ້ມູນຂອງປະຊາກອນແຕ່ລະຄົນ ຈະໄດ້ບັນທຶກໄວ້ ໃນລະບົບເຕັກໂນໂລຢີ blockchain ຕ່າງຫາກ ດ້ວຍການນໍາໃຊ້ຂໍ້ມູນຂອງການກໍານົດລັກສະນະບຸກຄົນຜ່ານການວິໄຈລາຍນິ້ວມື ແລະ ຫາງຕາ.

        ເມື່ອບັນດາຂໍ້ມູນດັ່່ງກ່າວຖືກບັນທຶກຢູ່ໃນລະບົບ blockchain ແລ້ວ ຈະບໍ່ສາມາດປ່ຽນແປງ ຫຼື ປອມແປງໄດ້, ໝາຍຄວາມວ່າ ພວກການຄ້າມະນຸດຈະບໍ່ສາມາດປອມແປງ ຫຼື ປ່ຽນຊື່ ແລະ ນາມສະກຸນຂອງຜູ້ປະສົບເຄາະໄດ້ ເຊິ່ງເປັນວິທີທີ່ພວກການຄ້າມະນຸດມັກໃຊ້ເພື່ອນໍາເຫຍື່ອສາມາດຜ່ານການກວດກາຢູ່ດ່ານຊາຍແດນ.

        ສິ່ງສໍາຄັນແມ່ນ ລະບົບເຕັກໂນໂລຢີ blockchain ມີການແບ່ງຂັ້ນ, ໝາຍຄວາມວ່າ ຂໍ້ມູນຈະມີຄວາມປອດໄພກວ່າຫຼາຍເທົ່າ ເມື່ອທຽບໃສ່ການບັນທຶກຂໍ້ມູນໄວ້ຢູ່ຄອມພິວເຕີລວມສູນ. ລະບົບ blockchain ແມ່ນເຕັກໂນໂລຢີທີ່ບໍ່ມີພົມແດນ, ຂໍ້ມູນ ID blockchain ແລະ ການຕິດຕາມກວດກາສາມາດດໍາເນີນບໍ່ວ່າຢູ່ບ່ອນໃດ, ພຽງແຕ່ວ່າ ບັນດາອົງການກ່ຽວຂ້ອງຮ່ວມມື ແລະ ສົມທົບກັນໃນການຮັບປະກັນຄວາມຊັດເຈນຂອງຂໍ້ມູນເມື່ອນໍາເຂົ້າລະບົບດັ່ງກ່າວ.

        ຂະແໜງອຸດສາຫະກໍາດັ່ງກ່າວ ຍັງຄົງສືບຕໍ່ຢູ່ໃນທ່າພັດທະນາ, ແຕ່ເລື່ອງນໍາໃຊ້ລະບົບ blockchain ໃນການແກ້ໄຂບັນດາບັນຫາສັງຄົມໃນປັດຈຸບັນ, ເປັນຕົ້ນແມ່ນການຮັບມືກັບອາດຊະຍາກໍາການຄ້າມະນຸດ ແມ່ນມີຄວາມເປັນໄປໄດ້ສູງ ແລະ ຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ