(vovworld) - ເຕົາຮູ້ນຳ້ຫວານຖົ່ວຂຽວ ແມ່ນອາຫານເຊົ້າທີ່ຫຼາຍຄົນເລືອກເຟັ້ນແທນທີຈະກິນເຝີ, ເຂົ້າປຸ້ນໃນຊຸມວັນຮ້ອນເອົ້າຂອງລະດູຮ້ອນ. ສີເຫຼືອງອ່ອນຂອງຖົ່ວຂຽວ, ສີຂາວນວນຂອງເຕົາຮູ້ ພ້ອມກັບເມັດສາຄູ, ດອກຊ້ອນທີ່ຫອມຫວນບາງກີບ ແລະ ນຳ້ກ້ອນ້ອຍໜຶ່ງ, ໄດ້ກາຍເປັນອາຫານເຊົ້າທີ່ແປກໆແລະ ແຊບນົວ ແລະ ເໝາະສົມດິນຟ້າອາກາດໃນຍາມຮ້ອນ.
ເອື້ອຍ ຖູຍ ຂາຍເຄື່ອງແຕ່ເວລາ 6 - 11 ໂມງເຊົ້າ
ຮ້ານເຕົາຮູ້ຂອງເອື້ອຍຖູຍ (ຫຼືເອີ້ນວ່ານາງຕຸ້ຍ) ຍາມໃດກໍ່ມີແຂກມາກິນ ແລະ ຊື້ເອົາເມືອເປັນຈຳນວນຫຼວງຫຼາຍ. ຍ້ອນນຳ້ຫວານຢູ່ທີ່ນີ້ແຊບ, ການບໍລິການຮັບໃຊ້ທີ່ດີ ແລະ ວ່ອງໄວ. ແຂກມາແຫ່ງນີ້ບໍ່ພຽງແຕ່ກິນນຳ້ຫວານຢູ່ກັບທີ່ເທົ່ານັ້ນຫາກສ່ວນຫຼາຍແມ່ນຊື້ເອົາເມືອ. ເຖິງວ່າຈະເອີ້ນວ່າຮ້ານກໍ່ຕາມ ແຕ່ຄວາມຈິງນີ້ພຽງແຕ່ແມ່ນຮ້ານນ້ອຍທີ່ປະກອບດ້ວຍໝໍ້ໃຫຍ່ 4, 5 ອັນ, ບັນຈຸເຕົາຮູ້, ນຳ້ຫວານຖົ່ວຂຽວ, ນຳ້ຫວານຖົ່ວດຳ, ເກົ້າອີ້ດ້ວຍຢາງ 10 ກວ່າອັນ ພ້ອມກັບຖ້ວຍຢາງຫຼາຍອັນເທົ່ານັ້ນ. ຮ້ານນາງຕຸ້ຍຕັ້ງຢູ່ຕະຫຼາດບົນຖະໜົນແບກມາຍ, ນະຄອນຮ່າໂນ້ຍມາເປັນເວລາຫຼາຍປີແລ້ວ ແລະ ແຂກມາຮ້ານນີ້ສ່ວນຫຼາຍແມ່ນແຂກທີ່ເຄີຍມາກ່ອນ. ເຈົ້າຂອງຮ້ານໃຫ້ຮູ້ວ່ານາງໄດ້ຂາຍເຕົາຮູ້ນຳ້ຫວານນັບແຕ່ເລີ່ມດຳເນີນອາຊີບ ແລະ ບໍ່ຄິດເຖິງເລື່ອງປ່ຽນອາຊີບ:
“ເອື້ອຍຂາຍເຕົາຮູ້ນຳ້ຫວານຢູ່ຮ່ອມບ້ານ 105 ມາເປັນເວລາເກືອບ 18 ປີແລ້ວ, ແຕ່ລະມື້ຂາຍເຕົາຮູ້ໄດ້3 ໝໍ້, ນຳ້ຫວານຖົ່ວຂຽວໄດ້ 1 ໝໍ້, ນຳ້ຫວານຖົ່ວດຳ 1 ໝໍ້, ແຕ່ລະໝໍ້ລວມວັດຖຸດິບປະມານ 5 ກິໂລກຼາມ “.
ເຕົາຮູ້ (ເຮັດດ້ວຍຖົ່ວເຫຼືອງ, ມີສີຂາວນວນ, ມີລົດຫວານພໍດີ. ນີ້ແມ່ນອາຫານເຍື່ອງໜຶ່ງທີ່ໄດ້ຮັບຄວາມນິຍົມຂອງຊາວຫວຽດນາມ) ເຕົາຮູ້ແມ່ນມີຢູ່ຫຼາຍແຫ່ງ ແລະ ມີຫຼາຍຄົນຂາຍ ແຕ່ເຕົາຮູ້ຂອງນາງຕຸ້ຍພັດມີລົດຊາດພິເສດຍ້ອນສາມາດກິນພ້ອມກັບນຳ້ຫວານຖົ່ວຂຽວກໍ່ໄດ້. ເຕົາຮູ້ປະສົມນຳ້ຫວານຖົ່ວຂຽວມີລົດຊາດພິເສດສະເພາະ, ເຮັດໃຫ້ຜູ້ກິນຮູ້ສຶກວ່າແຊບ, ນົວ ແລະ ມັນກວ່າ. ຮ້ານນາງຕຸ້ຍ ຍາມໃດກໍ່ມີແຂກມາກິນ ແລະ ຊື້ເອົາເມືອເປັນຈຳນວນຫຼວງຫຼາຍ, ບໍ່ພຽງແຕ່ຍ້ອນເຕົາຮູ້ ແລະ ນຳ້ຫວານຂອງນາງແຊບ, ສະອາດ, ຮັບປະກັນຫຼັກອະນາໄມເທົ່ານັ້ນ, ຫາກຍັງມີສາຍເຫດອື່ນອີກ.
“ໃນເບື້ອງຕົ້ນ, ເອື້ອຍຂາຍເຕົາຮູ້ ແລະ ນຳ້ຫວານດ້ວຍລາຄາ 300, 500 ແລ້ວ 1.500 ດົ່ງ, ປະຈຸບັນແມ່ນ 3.000 ດົ່ງ/ຖ້ວຍ, ກຳໄລບໍ່ຫຼາຍປານໃດ, ແຕ່ຖ້າເພີ່ມລາຄາ, ຂາຍຈະບໍ່ໄດ້ຫຼາຍ. ດັ່ງນັ້ນເອື້ອຍຈຶ່ງຂາຍຖືກໃຫ້ມີຫຼາຍຄົນມາຊື້, ສ້າງກຳໄລດ້ວຍແຮງງານຂອງຕົນເທົ່ານັ້ນ“.
ເຕົາຮູ້ນ້ຳຫວານຖົ່ວຂຽວ
ເຕົາຮູ້ນຳ້ຫວານຖົ່ວຂຽວດ້ວຍລາຄາ 3.000 ດົ່ງ/ຖ້ວຍ (ເທົ່າກັບ 1.500 ກີບ), ຖ້າໃສ່ເມັດສາຄູຂາວໃສ (ທີ່ເຮັດດ້ວຍແປ້ງມັນຕົ້ນ, ຢູ່ໃນມີນວນໝາກພ້າວສົດ) ຕື່ມອີກຈະມີລາຄາ 4.000 ດົ່ງ. ນີ້ແມ່ນອາຫານເຊົ້າທີ່ຖືກ ແລະ ແຊບສຳລັບຜູ້ຍິງ ແລະ ເດັກນ້ອຍ.
ເອື້ອຍ ຈີ ຢູ່ ຖະໜົນ ດິ່ງດົງ, ລູກຄ້າຜູ້ຊິນເຄີຍຂອງນາງຕຸ້ຍໃຫ້ຮູ້ວ່າ, ເຕົາຮູ້ນຳ້ຫວານຖົ່ວຂຽວແມ່ນອາຫານເຊົ້າຂອງເອື້ອຍທັງ 30 ວັນໃນເດືອນ:
“ຂ້າພະເຈົ້າມັກກິນເຕົາຮູ້ນຳ້ຫວານຖົ່ວຂຽວຂອງນາງຕຸ້ຍບໍ່ພຽງແຕ່ຍ້ອນມັນແຊບ, ເປັນອາຫານທີ່ດີໃຫ້ສຸຂະພາບຍ້ອນວັດຖຸດິບທັງໝົດລ້ວນແຕ່ເຮັດດ້ວຍພືດ, ເຮັດໃຫ້ຜີວງາມເທົ່ານັ້ນ. ຫາກນີ້ຍັງແມ່ນອາຫານທີ່ມີປະໂຫຍດສຳລັບຜູ້ຢາກຫຼຸບນຳ້ໜັກອີກດ້ວຍ“.
ເມື່ອຖືກຖາມເອື້ອຍຢາກຍ້າຍໄປຂາຍເຄື່ອງຢູ່ບ່ອນອື່ນຫຼືບໍ? ນາງຕຸ້ຍແກວ່ງຫົວແລ້ວຕອບເລີຍວ່າ “ຂ້າພະເຈົ້າຍ້າຍໄປບ່ອນອື່ນລູກຄ້າຈະຄິດຮອດຂ້າພະເຈົ້າຫຼາຍ“. ມັນແມ່ນແນວນັ້ນແທ້, ຖ້າຫາກໄປຜ່ານຕະຫຼາດແຫ່ງນີ້ແຕ່ບໍ່ໄດ້ກິນເຕົາຮູ້ນຳ້ຫວານຖົ່ວຂຽວຫຼືຊື້ເອົາເມືອ ແລະ ບໍ່ໄດ້ຍິນສຽງຕັກເຕືອນທີ່ຊິນເຄີຍຂອງເອື້ອຍທີ່ວ່າ ”ຖ້າບໍ່ກິນຮັກສາໄວ້ໃນຕູ້ເຢັນແດ່ເດີ”, ຜູ້ທີ່ເຄີຍກິນເຕົາຮູ້ນຳ້ຫວານຖົ່ວຂຽວຢູ່ຮ້ານນາງຕຸ້ຍຈະຄິດຮອດຄິດເຖິງເອື້ອຍຫຼາຍ.