ເພື່ອນຮ່ວມງານ, ຟິມຮູບເງົາພິເສດໃນປີມິດຕະພາບຫວຽດນາມ-ຍີປຸ່ນ

   
ວັນທີ 29/9, ສະຖານີໂທລະພາບຫວຽດນາມ ແລະ ສະຖານີໂທລະພາບ TBS
ຂອງ​ຍີ​ປຸ່ນຈະ​ນຳ​ຟິມຮູບ​ເງົາ“ເພື່ອນ​ຮ່ວມ​ງານ” ມາ​ສາຍ​ເພື່ອ​ແນະນຳ​ຕໍ່​ຜູ້​ຊົມ ຊຶ່ງ​ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-ຍີ​ປຸ່ນ. ຮູບ​ເງົາ​ເລື່ອງ​ນີ້​ແມ່ນ​ເວົ້າ​ເຖິງ​ນ້ຳ​ໃຈ​ເພື່ອນ​ມິດ​ອັນ​ສູງ​ສົ່ງ​ລະຫວ່າງ​ນັກ​ປັນຍາ​ຊົນ​ຜູ້​ຮັກ​ຊາດ ຟານ​ໂບ້ຍ​ເຈົາ ຂອງ​ຫວຽດນາມ ​ແລະ ທ່ານໝໍ Sakitaro Asaba ຂອງ​ຍີ​ປຸ່ນ ​ໃນ​ໄລຍະ​ກ່ອນ​ນີ້​ກ່ວາ 100 ປີ, ຂະນະ​ທີ່ ຟານ​ໂບ້ຍ​ເຈົາ ​ໄປ​ຍີ​ປຸ່ນ​ເພື່ອ​ຊອກ​ຫາ​ເສັ້ນທາງ​ປົດ​ປ່ອຍ​ຊາດ. ຮູບ​ເງົາ​ເລື່ອງ​ນີ້​ບໍ່​ພຽງ​ແຕ່​ບັນລຸ​ຄຸນ​ນະພາ​ບກ່ຽວ​ກັບ​ເນື້ອ​ໃນ, ສິລະ​ປະ​ເທົ່າ​ນັ້ນ, ຫາກ​ຍັງ​ສອດຄ່ອງ​ກັບ​ກັບ​ວັດທະນະທຳ, ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ຜູ້​ຊົມ 2 ປະ​ເທດ​ອີກ​ດ້ວຍ. 

ເພື່ອນຮ່ວມງານ, ຟິມຮູບເງົາພິເສດໃນປີມິດຕະພາບຫວຽດນາມ-ຍີປຸ່ນ - ảnh 1
ຟິມຮູບ​ເງົາ“ເພື່ອນ​ຮ່ວມ​ງານ” ຈະຖືກ​ສາຍ​ເພື່ອ​ແນະນຳ​ຕໍ່​ຜູ້​ຊົມ ຊຶ່ງ​ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-ຍີ​ປຸ່ນ
(ພາບ : dienanh)

     ຟິມຮູບ​ເງົາ“ເພື່ອນ​ຮ່ວມ​ງານ” ​ແມ່ນ​ໝູນ​ອ້ອມ​ເລ່ືອງ​ລາວ​ທີ່​ປະສົມ​ປະສານ​ລະຫວ່າງ​ອະດີດຕະການ ​ແລະ ປະຈຸ​ບັນ​ໂດຍ​ຜ່ານ​ບັນດາ​ການພົບ​ປະ​ທີ່​ບໍ່​ຕັ້ງ​ໃຈ​ລະຫວ່າງ​ບັນດາ​ເພື່ອນ​ຫວຽດນາມ ​ແລະ​ ຍີ​ປຸ່ນ. Tetsuya ​ແມ່ນ​ນັກທຸລະກິດ​ຍີ​ປຸ່ນທີ່​ມາ​ຫວຽດນາມ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ທຸລະ​ກິດ. ​​ເມື່ອ​ພົບ​ປະ​ກັບ ​ແທ່ງ​ນາມ ຜູ້ອຳນວຍການ​ທີ່​ຍັງ​ໜຸ່ມຂອງ​ບໍລິສັດ​ຕັດຫຍິບ​ອາຊີ, Tetsuya ​ຕົກສະ​ເງີ້​ທີ່​ສຸດ​ຕໍ່ໜ້າ​ເງື່ອນ​ໄຂ​ຮ່ວມ​ມື​ທີ່ ​ແທ່ງ​ນາມ ນຳ​ສະ​ເໜີ. ນັ້ນ​ແມ່ນ​ເລື່ອງ Tetsuya ຕ້ອງ​ໄປ​ຊອກ​ຫາ​ສາງ​ວັດຖຸ​ປະ​ເສີດ​ທີ່​ກ່ຽວຂ້ອງ​ເຖິງ​ພາບ​ຖ່າຍ ​ແລະ ຊື່​ຂອງ​ຊາວ​ຫວຽດນາມ​ຄົນ​ໜຶ່ງ ນັ້ນ​ແມ່ນ ຟານ​ໂບ້ຍ​ເຈົາ. Tetsuya ​ໄດ້​ເລີ່​ມ​ເດີນທາງ​ຊອກ​ຫາ​ຄຳ​ຕອບ ​ແລະ ຄວາມ​ລັບ​ຈາກ​ບັນດາ​ເລື່ອງ​ລາວ​ມີ​ຈິງ​ກ່ຽວ​ກັບ ຟານ​ໂບ້ຍ​ເຈົາ ຊຶ່ງ​ແມ່ນ​ຜູ້​ໄດ້​ເຄີຍ​ໄປ​ຍີ​ປຸ່ນ​ໃນ​ຈຸດ​ເວລາກ່ອນ​ນີ້ 100 ປີ​ເພື່ອ​ຊອກ​ຫາ​ເສັ້ນທາງ​ປົດ​ປ່ອຍ​ຊາດ ​ໄດ້​ຄ່ອຍໆ​ຖືກ​ເປີດ​ເຜີ​ຍ. ສຸດ​ທ້າຍ Tetsuya ບໍ່​ພຽງ​ແຕ່​ເຊັນ​ໄດ້​ໂຄງການ​ຮ່ວມ​ມື​ກັບ​ເພື່ອນ​ຮ່ວມ​ງານ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ເຫັນ​ໄດ້​ເຖິງ​ຄຸນ​ຄ່າ​ແທ້​ຈິງຂອງ​ຄວາມ​ຮັກ, ການ​ແບ່ງປັນ​ລະຫວ່າງ​ລາວ​ກັບ ຮົ່ງລຽນ ​ເພື່ອນ​ຍິງຊາວ​ຫວຽດນາມ. ທ່ານ Jun Muto ຜູ້​ກຳກັບ​ການສະ​ແດງຟິມຮູບ​ເງົາ“ເພື່ອນ​ຮ່ວມ​ງານ” ​ໃຫ້​ຮູ້​ວ່າ : 

   “ ຮູບ​ພາບ ນັກ​ປັນຍາ​ຊົນ​ຜູ້​ຮັກ​ຊາດ ຟານ​ໂບ້ຍ​ເຈົາ ​ໄດ້​ຍອມ​ເສຍສະຫຼະ​ຊີວິດ​ເພື່ອ​ກູ້​ຊາດ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ແອກ​ຄອບ​ຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ແລະ ​ໄດ້​ປຸກລຸກ​ຂະ​ບວນການ ດົງ​ຢູ່ ​ແມ່ນ​ບຸ​ກຄົນ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ນິຍົມ​ນັບຖື. ຂ້າພະ​ເຈົ້າ​ຫວັງ​ວ່າ ຮູບ​ເງົາ​ເລື່ອງ​ນີ້​ຈະ​ຊ່ວຍ​ໃຫ້​ປະຊາຊົນ 2 ປະ​ເທດ​ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ສາຍ​ພົວພັນ​ທີ່​ສະໜິດ​ຕິດ​ພັນ​ລະຫວ່າງ​ຫວຽດນາມ-ຍີ​ປຸ່ນ”

     ​ໃນຮູບ​ເງົາ​ເລື່ອງ​ນີ້, ນັກສະ​ແດງ​ຮູບ​ເງົາ ຮີ່ງດົງ ຂອງ​ຫວຽດນາມ ​ໄດ້​ສວມ​ບົດທັງ 2 ຕົວ​ລະຄອນ​ຄື : ຟານ​ໂບ້ຍ​ເຈົາ ​ແລະ ຜູ້ອຳນວຍການ ແທ່ງ​ນາມ. ນັກສະ​ແດງ​ຮູບ​ເງົາ ຮີ່ງດົງ ​ແບ່ງ​ປັນ​ວ່າ ລາວ​ສວມ​ບົດ​ຕົວ​ລະຄອນ​ໃນ​ຍຸກ​ທັນ​ສະ​ໄໝ ​ແລະ ອີກ​ຕົວ​ລະຄອນ​ໜຶ່ງ​​ໃນ​ອະດີດຕະການ. ​ເຖິງ​ວ່າ 2 ຕົວ​ລະຄອນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ສະພາວ​ະ ​ແລະ ການ​ນຸ່ງ​ຖື ກໍ​ຄື​ກິ​ລີ​ຍາ​ທ່າ​ທາງ, ​ແຕ່ລະຫວ່າງ 2 ຕົວ​ລະຄອນ ​ພັດ​ມີ​ຄວາມ​ສະ​ເໜ່​ເພື່ອ​ສ້າງ​ເປັນ​ສາຍ​ພົວພັນ​ເພື່ອ​ນ ມິດ​ໃນ​ລຸ່ນຄົນ​ຕໍ່​ໄປ. ນັກສະ​ແດງ​ຮູບ​ເງົາ ຮີ່ງດົງ ​ເວົ້າ​ວ່າ : 

   “ ຂ້າພະ​ເຈົ້າ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ຜູ້​ໜຶ່ງສືບ​ທອດຄົນ​ລຸ່ນກ່ອນ, ສືບ​ທອດ​ສາຍສຳພັນ​ທີ່​ດີງາມ​ຊຶ່ງ​ພໍ່​ຕູ້ ຟານ​ໂບ້ຍ​ເຈົາ ​ໄດ້​ສ້າງ​ຂຶ້ນ​ລະຫວ່າງ​ຊາວ​ຫວຽດນາມ ​ແລະ ຍີ​ປຸ່ນ. ຂ້າພະ​ເຈົາປາຖະໜາ​ວ່າ ຜ່ານ ຮູບ​ເງົາ​ເລື່ອງ​ນີ້, ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ຫວຽດນາມ-ຍີ​ປຸ່ນຈະ​ນັບ​ມື້​ນັບ​ດີ​ກ່ວາ​ເກົ່າ

     ສ່ວນນັກສະ​ແດງ​ຮູບ​ເງົາ Noriyuki Higashiyama ຂອງຍີ​ປຸ່ນ ກໍ​ສວມ​ບົດ​ທັງ 2 ຕົວ​ລະຄອນ​ຄື : ຕົວ​ລະຄອນ ທ່ານໝໍ Sakitaro Asaba ​ແລະ ​​ນັກທຸລະກິດ Tetsuya. Noriyuki Higashiyama ​ເວົ້າ​ວ່າ :

   “ ​ເລື່ອງ​ລາວ​ກ່ອນ​ນີ້ 100 ປີ​ນັ້ນ, ຂ້າພະ​ເຈົາ້​ເອງ ກໍ​ຍັງ​ບໍ່​ທັນ​ຮູ້. ​​ເນື່ອງ​ໃນ ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-ຍີ​ປຸ່ນ, ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ເຂົ້າ​ຮ່ວມ​ການສະ​ແດງ​ຮູບ​ເງົານີ້ ຊຶ່ງ​ໄດ້​ຫວນ​ຄືນ​ອະນຸສອນ​ທີ່​ດີງາມ, ສາຍສຳພັນ​​ເພື່ອນມິດ​ຫວຽດນາມ-ຍີ​ປຸ່ນກ່ອນ​ນີ້ 100 ປີ. ນີ້​ແມ່ນ​ຜາ​ສຸກ​ຢ່າງ​ໃຫຍ່​ຫຼວງ​ສຳລັບ​ຂ້າພະ​ເຈົ້າ ” .

ຕອບກັບ

ຂ່າວ/ບົດ​ອື່ນ