ລາງວັນສື່ມວນຊົນລະດັບຊາດຄັ້ງທີ 8 ປີ 2013, ຖັນແຖວຜູ້ເຮັດວຽກງານ ສື່ມວນຊົນສັງກັດສຳນັກງານວິທະຍຸກະຈາຍສຽງຫວຽດນາມປະຈຳພາກກາງ(VOV ພາກກາງ) ພັດມີຄວາມເບີກບານໃຈ ຂະນະທີ່ໃນ 2 ປີລຽນຕິດໄດ້ຮັບລາງວັນ A ປະເພດບົດຂຽນເພື່ອອອກອາກາດທີ່ພາດຫົວຂໍ້ວ່າ “ ຊ່ອງວ່າງໃນການຄຸ້ມຄອງຊັບພະຍາກອນນ້ຳໂດຍສັງເກດຈາກການຕໍ່ສູ້ຍາດເອົານ້ຳຢູ່ພາກກາງ” ຂອງກຸ່ມນັກຂ່າວ ເລຟຸກ, ເລຫາຍເຊີນ ແລະ ຟານແທງຮ່າ
ນັກຂ່າວ ເລຫາຍເຊີນ ໄປປະຕິບັດງານ
|
ສຽງເວົ້າຟົດຟື້ນດຶງດູດໃຈຜູ້ຄົນທັງຫຼາຍໄດ້ກາຍເປັນ ສິ່ງທີ່ລຶ້ງເຄີຍກັບຜູ້ຟັງວິທະຍຸກະຈາຍສຽງຫວຽດນາມຜ່ານບັນດາລາຍການຖ່າຍທອດສົດການແຂ່ງຂັນເຕະບານໂລກຂອງນັກຂ່າວ ຫາຍເຊີນ VOV ພາກກາງ, ປະຈຸບັນພັດເພີ່ມຄວາມເປັນຫ່ວງໄຍ ແລະ ເຄັ່ງຕຶງເມື່ອໄດ້ຖ່າຍທຳວີດີໂອກ່ຽວກັບຮູບພາບກຳປັ່ນໃຫຍ່ຂອງຈີນພວມຕຳໃສ່ກຳປັ່ນຫາປາຂອງຫວຽດນາມ. ເທບບັນທຶກພາບນີ້ ຖືກຫາຍເຊີນ ປະຕິບັດໃນຕົ້ນເດືອນ 5 ແລ້ວນີ້ ເມື່ອຮ່ວມເດີນເຮືອຫາປາຂອງຊາວປະມົງເພື່ອປະກອບອາຊີບນັກຂ່າວຢູ່ເຂດທະເລຮ່ວາງຊາ ແຫ່ງທີ່ຈີນໄດ້ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດນ່ານທະເລຂອງຫວຽດນາມ. ນັກຂ່າວ ເລຫາຍເຊີນ ເປີດເຜີຍວ່າ :
“ ເວລານັ້ນ, ຂ້າພະເຈົ້າພວມຂີ່ເຮືອຫາປາຂອງຊາວປະມົງຢູ່ເຂດທະເລຮ່ວາງຊາ ແລະ ມຸ່ງສາຍຕາສູ່ກຳປັ່ນຫາປາລຳຕ່າງໆ ຂອງຊາວປະມົງພາກກາງຖືກກຳປັ່ນຂອງຈີນຕຳ ແລະ ເປັນໜ້າອັນຕະລາຍທີ່ສຸດ. ຝ່າຍຈີນໄດ້ໃຊ້ກຳປັ່ນໃຫຍ່, ທັນສະໄໝໂດຍປອມແປງເປັນກຳປັ່ນຫາປາເພື່ອເກາະຜິດຕໍ່ກຳປັ່ນຫາປາລຳນ້ອຍຂອງຫວຽດນາມ ”
ນັກຂ່າວ ແທງຮ່າ ເມື່ອລົງໄປເອົາຂ່າວຢູ່ເຂດຫ່າງໄກສອກຫຼີກ
|
ຢູ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມປະຈຳພາກກາງ, ຖ້າຫາກຄື ຫາຍເຊີນມີຄວາມສາມາດຂຽນຂ່າວ ແລະ ບົດໄດ້ເປັນຢ່າງໄວນັ້ນ, ແຕ່ນັກຂ່າວ ແທງຮ່າພັດມີວິທີຂຽນຂ່າວ ແລະ ບົດດ້ວຍທ່າທີຄ່ຽມຄົມ, ມີຄວາມໝາຍເລິກເຊິ່ງ, ໜັກແໜ້ນເນື່ອງຈາກການກຳແໜ້ນເນື້ອແທ້ຂອງເຫດການ. 2 ປີລຽນຕິດເຂົາເຈົ້າໄດ້ຮັບລາງວັນສູງສຸດທີ່ງານປະກວດລາຍການກະຈາຍສຽງ ທົ່ວປະເທດ ແລະ ລາງວັນສື່ມວນຊົນລະດັບຊາດຄັ້ງທີ 8 ປີ 2013ດ້ວຍບົດຂຽນທີ່ພາດຫົວຂໍ້ວ່າ “ ຊ່ອງວ່າງໃນການຄຸ້ມຄອງຊັບພະຍາກອນນ້ຳໂດຍສັງເກດຈາກການຕໍ່ສູ້ຍາດເອົານ້ຳຢູ່ພາກກາງ”. ເມື່ອເວົ້າເຖິງຜົນກະທົບທາງສັງຄົມຂອງບັນດາບົດສາລະຄະດີສືບສວນນີ້, ນັກຂ່າວ ຟານແທງຮ່າ ໃຫ້ຮູ້ວ່າ :“
ໃນຊຸມປີມໍ່ໆມານີ້, ຢູ່ບັນດາແຂວງພາກກາງ, ການຍາດແຍ່ງເອົາແຫຼ່ງນ້ຳລະຫວ່າງເຂື່ອນໄຟຟ້ານ້ຳຕົກ ແລະ ຄວາມຕ້ອງການໃນຊີວິດປະຈຳວັນຄືນ້ຳໃຊ້, ນ້ຳຮັບໃຊ້ການຜະລິດ, ລະຫວ່າງທ້ອງຖິ່ນນີ້ກັບທ້ອງຖິ່ນອື່ນ ແລະ ອື່ນໆໄດ້ເກີດຂຶ້ນຢ່າງຮ້າຍແຮງໃນຍາມລະດູແລ້ງ. ໃນການໄປຊອກຫາຄວາມຈິງກ່ຽວກັບບັນຫານີ້, ພວກຂ້າພະເຈົ້າເຫັນວ່າ : ມະນຸດຈຶ່ງແມ່ນຕົວການກໍ່ໃຫ້ເກີດສະພາບຂາດແຄນນ້ຳ ”
ເມື່ອເວົ້າເຖິງເພື່ອນຮ່ວມອາຊີບຂອງຕົນ, ນັກຂ່າວ ມິນຮວາ ໃຫ້ຮູ້ວ່່າ:
“ ຂ້າພະເຈົ້າເຫັນວ່່າເພື່ອນຮ່ວມອາຊີບ 2 ຄົນຄື:ເລຫາຍເຊີນ ແລະ ຟານແທງຮ່າ ແມ່ນບັນດານັກຂ່າວມີນ້ຳໃຈຮັບຜິດຊອບສູງໃນວຽກງານຂອງຕົນ. ສຳລັບນັກຂ່າວ ຫາຍເຊີນ ແລ້ວ, ລາວແມ່ນນັກຂ່າວຄົນທຳອິດໄດ້ຮ່ວມເດີນເຮືອຫາປາພ້ອມກັບຊາວປະມົງ ອອກສູ່ເຂດທະເລຮ່ວາງຊາເພື່ອສ່ອງແສງເລື່ອງຈີນໄດ້ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດນ່ານທະເລຂອງຫວຽດນາມ.” .