ເລື່ອງລາວກ່ຽວກັບຜູ້ປູກຕົ້ນຫູກວາງທຳອິດຢູ່ເກາະເຈືອງຊາເລີ້ນ

ເລື່ອງລາວກ່ຽວກັບຜູ້ປູກຕົ້ນຫູກວາງທຳອິດຢູ່ເກາະເຈືອງຊາເລີ້ນ - ảnh 1
ແຖວຕົ້ນຫູກວາງຢູ່ໝູ່ເກາະ ​ເຈືອງ​ຊາ
(ພາບ: baomoi.com )


ໃນ​ການ​ເດີນ​ເຮືອ​ໄປ​ຍັງ​ໝູ່ເກາະ ​ເຈືອງ​ຊາ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ມີ​ໂອກາດ​ພົບປະ​ກັບ​ນັກຮົບ​ຄົນ​ໜຶ່ງ ຊຶ່ງ​ໄດ້​ມີ​ຄວາມ​ຜູກ​ພັນ​ກັບ ໝູ່ເກາະ ​ເຈືອງ​ຊາ ເປັນເວລາ 10 ປີ, ນັ້ນແມ່ນພັນຕີ Le Van Tan ອະດີດ​ນາຍ​ເກາະ ​ເຈືອງ​ຊາ​ເລ​ີ້ນ ​ໄລຍະ 1978-1987. ສິ່ງ​ທີ່​ພິ​ເສດ​ກ່ວາ​ໝູ່, ນັ້ນ​ແມ່ນ​ລາວ​ເປັນ​ຜູ້ປູກ​ຕົ້ນຫູກວາງ​ຕົ້ນທຳ​ອິດ​ຢູ່​ເກາະ​ແຫ່ງ​ນີ້.

    ​ໃນປີ 1970, ອ້າຍ​ບາ​ວ Le Van Tan ບ້ານ​ເກີດ​ຢູ່​ແຂ​ວງ ​ແທງ​ຮ້ວາ ຄາວ​ນັ້ນ​ມີ​ອາຍຸ​ພຽງ 20 ປີ . ລາວ​ໄດ້​ເຂົ້າ​ຖັນ​ແຖວ​ກອງທັບ​ຕາມ​ຄຳ​ຮຽກຮ້ອງ​ຂອງ​ປະ​ເທດ​ຊາດ. ທາ່ນ​ໄດ້​ເລົ່າຄືນ​ສູ່​ຟັງ​ວ່າ ປີ 1971 ທ່ານ​ໄດ້​ຮັບ​ຄຳ​ສັ່ງ​ອອກ​ໄປ​ສະໜາມຮົບ ​ໄຕ​ງວຽນ ​ແລະ ​ໄດ້​ສູ້​ຮົບ​ເປັນ​ເວລາ 4 ປີ. ພາຍຫຼັງ​ພາກ​ໃຕ້​ຫວຽດນາມ​ໄດ້​ຮັບ​ການ​ປົດ​ປ່ອຍ, ປະ​ເທດ​ຊາດ​ໄດ້​ໂຮມ​ເຂົ້າກັນ​ເປັນ​ເອກະ​ພາບ, ດ້ວຍ​ຄວາມ​ຫວັງ​ຢາກ​ປົກ​ປັກ​ຮັກສາ​ປະ​ເທດ​ຂອງ​ອ້າ​ນທະຫານ​ລຸງ​ໂຮ່, ຕົ້ນ​ປີ 1976, ທ່ານ​ໄດ້​ເດີນທາງ​ຮັບ​ໜ້າ​ທີ່ຢູ່​ເກາະ ຊິງ​ຕົນ ທີ່​ຂຶ້ນ​ກັບໝູ່ເກາະ ​ເຈືອງ​ຊາ. ຫວນ​ຄືນ​ຊຸມ​ວັນ​ເດືອນ​ປີ​ຢູ່​ເກາະ ຊິງ​ຕົນ, ທ່ານ Le Van Tan ​ໃຫ້​ຮູ້​ວ່າ ຄາວ​ນັ້ນ ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ, ນັກຮົບ​ໃນ​ເກາະ ​ແມ່ນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ຮອດ​ຄາບ ​ເຂົ້າກໍ​ຢາກກິນ​ຜັກ​ທີ່​ສຸດ. ທ່ານ​ເວົ້າ​ວ່າ :

   “ ຢູ່​ເກາະ, ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈຂອງ​ອ້າຍ​ນ້ອງ​​ແມ່ນ​ຫຍຸ້ງຍາກ​ຫຼາຍ, ສ່ວນ​ໜຶ່ງ​ກໍ​ຂໍ​ນຳ​ດິນ​ຕໍ່​​ແຜ່ນ​ຊ່ວຍ​ເຫຼືອ​​ດ້ານອຸປະກອນ​ກໍ່ສ້າງ, ອຸປະກອນ​ເຮັດ​ເຄື່ອງ​ເຟີ​ນີ​ເຈີ ​ເພື່ອ​ຕັດ​ໄມ້​ປຸກ​ເຮືອນ, ​ເຮັດ​ຕູ້​ຕຽງ​ໃຫ້​ແກ້​ອ້າ​ຍນ້ອງ. ”

    ​ເມື່ອ​ການ​ດຳ​ລົງ​ຊີວິດ​ຢູ່​ເກາະ ຊິງ​ຕົນ ​ໄດ້​ເລີ່​ມ​ເປັນ​ປົກກະຕິ, ນັກຮົບ Le Van Tan ຖືກ​ຍົກຍ້າຍ​ໄປ​ປະຕິບັດ​ໜ້າ​ທີ່ຢູ່​ເກາະ ເຈືອງ​ຊາ​ເລ​ີ້ນ. ​ໃນ​ຄຳ່ຄືນລາ​ຈາກ​ກັນ, ພວກ​ນັກຮົບ​ຮ່ວມ​ກົມ​ກອງພຽງ​ແຕ່​ຮູ້​ຈັບ ກີ​ຕາ ພ້ອມ​ກັນ​ຂັບ​ຮ້ອງ ຄື​ເປັນ​ລະດົມ​ກຳລັງ​ໃຈ​ແກ​່ ນັກຮົບ Le Van Tan.

   ພາຍຫຼັງ​ກັບ​ບ້ານ​ຈາກ​ເກາະ​ເປັນ​ເວລາ 30 ປີ, ​ເມື່ອ​ກັບ​ຄືນ​ຢ້ຽມຢາມ ໝູ່ເກາະ ​ເຈືອງ​ຊາ ​ແຫ່ງ​ທີ່​ທ່ານ​ມີ​ຄວາມຜູ​ກພັນ​​ເປັນ​ເວລາ​10 ປີ, ທ່ານ​ໄດ້​ມີ​​ໂອກາດນັ່ງ​ໃຕ້​ຮົ່ມ​​ເຢັນຂອງ​ຕົ້ນ​ຫູກວາງ​ໃຫຍ່​ໂດຍ​ທ່ານ​ປູກ​ເອງ​​ກ່ອນ​ນີ້​ກ່ວາ 30 ປີ . ທ່ານ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ຄິດ​ເຖິງ​ຊຸມ​ວັນ​ທຳ​ອິດ​ຢູ່​ເກາະ.

   “ ມີ​ບາງ​ຄັ້ງ​ຄາວ, ທັງ​ເກາະ ບໍ່​ມີ​ວິທະຍຸ, ມີ​ໜ່ວຍ​ໜຶ່ງ ​ແຕ່​ຖືກ​ເພ​ແລ້ວ ຕ້ອງ​ສົ່ງກັບ​ເມື່ອ​ດິນ​ຕໍ່​​ແຜ່ນ​ເພື່ອ​ສ້ອມ​ແປງ. ຜູ້​ບັນຊາ​ການ​ທະຫານ​ຢູ່​ນີ້​ຕ້ອງ​ນຳ​ໃຊ້​ເຄື່ອງ​ສື່ສານ, ກະຈາຍ​ໄຟຟ້າ ​ສົ່ງ​ສັນຍານ​ກະຈາຍ​ສຽງ​ເພື່ອ​ໃຫ້​ພະນັກ​ງານ​ຮັບ​ຟັງ​ລາຍການ​ສົ່ງ​ທ້າຍ​ປີ​ເກົ​່າຕ້ອນຮັບ​ປີ​ໃໝ່ 1978. ຄາວ​ນັ້ນ​ແມ່ນ​ທຸກ​ຍາກ​ລຳບາກ​ຫຼາຍ ”

    ທ່ານ Le Van Tan ​ເລົ່າຄືນ​ສູ່​ຟັງ​ວ່າ ​ໃນ​ການ​ໄປ​ລາດຕະ​ເວນບົນທະເລ ຄັ້ງໜຶ່ງ, ບັງເອີນທ່ານພົບເຫັນໝາກໄມ້ຊະນິດໜຶ່ງພວງໄຫຼລ່ອງຕາມກະແສ ຄື້ນຟອງເຂົ້າມາເກາະ, ທ່ານໄດ້ເອົາເມືອເກາະລອງປູກເບິ່ງ. ໄລຍະເວລາ ຜ່ານພົ້ນ​ໄປ, ດ້ວຍ​ການ​ບົວລະບັດ​ຮັກສາ, ຫົດ​ນ້ຳ​ຈືດ, ໝາກ​ໄມ້​ນີ້​ໄດ້​ອອກ​ໜໍ່, ອອກ​ຮາກ , ເກີດ​ໃບ ​ແລ​ະ ​ໄດ້​ເຕີບ​ໂຕ​ຄື​ໃນ​ວັນ​ນີ້. ທ່ານ​ຊີ້​ນິ້ວມື​ໃສ່​ຕົ້ນ​ຫູກວາງໃຫຍ່​ກ່ວາ​ໝູ່​ໃນ​ເກາະ ​ແລະ​ເວົ້າວ່າ :

   “ ຫັ້ນ​ແຫຼະ, ນັ້ນ​ແມ່ນຕົ້ນ​ຫູກວາງທີ່​ຂ້າພະ​ເຈົ້າ​ໄດ້​ປູກ​ກ່ອນ​ນີ້ 30 ກວ່າ​ປີ. ຈາກ​ຕົ້ນ​ໄມ້​ຕົ້ນ​ນີ້, ຕົ້ນ​ຫູກວາງກໍ​ ​ທະວີ​ຄຸນຫຼາຍຂຶ້ນ​ຊຶ່ງຖືກ​ປູກ​ຢູ່​ເກາະ​ຕ່າງໆ​ໃນ​ໝູ່ເກາະ ​ເຈືອງ​ຊາ. ​​ກອ່ນນີ້ ​ຮອດ​ຍາມ​ບຸນ​ເຕັດ, ​ເມື່ອ​ຫໍ່​ເຂົ້າຕົ້ມ ​ແມ່ນ​ບໍ່​ມີ​ໃບຕອງ​ຈິງ, ອ້າຍ​ນ້ອງ​ຢູ່​ເກາະ​ໄດ້​ໃຊ້​ໃບ​ຫູກວາງ​ເພື່ອ​ຫໍ່​ແທນ​ໃຫ້​ໃບຕອງ​ຈິງ ”

 

ຕອບກັບ

ຂ່າວ/ບົດ​ອື່ນ