(vovworld)- ສົກຮຽນ 2015-2016, ຊຸດອຸປະກອນການຮຽນເພື່ອພັດທະນາການເຄື່ອນເຫນັງ ຂອງເດັກ ຂອງເອື້ອຍຄູ ຟານທິຮວາເລ, ໂຮງຮຽນອະນຸບານ ຫວຽດ - ຈຽວຫຶວຫງີ້ ຢູ່ ເມືອງດົງດາ ຮ່າໂນ້ຍ ຍາດໄດ້ລາງວັນທີຫນຶ່ງໃນການເສັງ “ອຸປະກອນການສິດສອນເຮັດດ້ວຍຕົນເອງ-ຂະແຫນງສຶກສາ ແລະ ບຳລຸງສ້າງຮ່າໂນ້ຍ”; ລາງວັນທີຫນຶ່ງໃນການເສັງຄູສອນເກັ່ງ ຊັ້ນອະນຸບານນະຄອນ. ຊຸດອຸປະກອນການສິດສອນ ໂດຍເອື້ອຍຄູ ຟານທິຮວາເລ ປະດິດຄິດສ້າງ ບໍ່ພຽງແຕ່ປຸກລຸກຄວາມເມົາມົວຂອງເດັກເທົ່ານັ້ນ ຫາກຍັງສ້າງທັກສະໃນການເຄື່ອນເຫນັງທີ່ມີຄວາມກົມກຽວ, ດຸ່ນດ່ຽງ, ວ່ອງໄວ ແລະ ຄ່ອງແຄ້ວອີກດ້ວຍ.
ເອື້ອຍຄູ ຟານທິຮວາເລ ກັບເດັກນ້ອຍໃນໂຮງຮຽນອະນຸບານ
|
ເອື້ອຍຄູ ຟານທິຮວາເລ ໃຫ້ຮູ້ວ່າ: ພາຍຫລັງຮຽນຈົບວິທະຍາໄລສ້າງຄູອະນຸບານສູນກາງ 1, ເອື້ອຍໄດ້ກັບຄືນເມືອເຮັດວຽກຢູ່ໂຮງຮຽນອະນຸບານ ຫວຽດ - ຈຽວຫຶວຫງີ້ ຢູ່ ເມືອງດົງດາ ຮ່າໂນ້ຍ. ໃນໄລຍະ 12 ປີເຮັດວຽກຢູ່ໂຮງຮຽນດັ່ງກ່າວ, ເອື້ອຍຄູ ໄດ້ອອກແບບອຸປະກອນການສິດສອນຫລາຍຊຸດເພື່ອຊ່ວຍເດັກນ້ອຍບໍ່ພຽງແຕ່ພັດທະນາດ້ານພູມປັນຍາເທົ່ານັ້ນ ຫາກຍັງຝືກຝົນຄວາມຄ່ອງແຄ້ວ, ຄວາມເຊື່ອໝັ້ນຕົນເອງ, ຄວາມສາມາດເອກະລາດ. ປີ 2016 ໂດຍຕອບສະຫນອງ “ການເສັງອຸປະກອນການສິດສອນເຮັດເອງ”, ເອື້ອຍຄູ ຟານທິຮວາເລ ໄດ້ປະດິດຄິດສ້າງຊຸດອຸປະກອນການສິດສອນເພື່ອພັດທະນາການເຄື່ອນເຫນັງ ຂອງເດັກ. ບັນດາຊຸດເຄື່ອງຫລິ້ນຂອງເດັກໂດຍເອື້ອຍຄູຜະລິດໄດ້ດຶງດູດນ້ອງນ້ອຍເປັນຈຳນວນຫລວງຫລາຍ. ຫລານ ຫງວຽນງອກມີງ, ອາຍຸ 5 ປີ, ນັກຮຽນໂຮງຮຽນ ອະນຸບານ ຫວຽດ - ຈຽວຫຶວຫງີ້ ເວົ້າວ່າ:
“ຫລານມັກເຄື່ອງຫລິ້ນໂດຍເອື້ອຍຄູເລ ເຮັດເອງ. ໝູ່ເພື່ອນໃນຫ້ອງຮຽນ ກໍນິຍົມ ການລະຫລິ້ນເຫລົ່ານີ້”
ເອື້ອຍຄູ ຟານທິຮວາເລ ໃຫ້ຮູ້ວ່າ: ບັນດາຊຸດອຸປະກອນການສິດສອນ ຜະລິດດ້ວຍວັດຖຸອຸປະກອນທີ່ລຽບງ່າຍ, ຊອກງ່າຍ, ສ້າງເງື່ອນໄຂເພື່ອໃຫ້ເດັກເຕີບໃຫຍ່ຢ່າງເຂັ້ມແຂງ. ຜ່ານຫນຶ່ງປີທີ່ນຳໃຊ້ຊຸດອຸປະກອນດັ່ງກ່າວ, ນັກຮຽນ ຢູ່ ຫ້ອງຮຽນຂອງເອື້ອຍຄູເລ ລ້ວນແຕ່ມີທັກສະ, ຄວາມວ່ອງໄວ, ເກັ່ງກ້າ, ຄ່ອງແຄ້ວ ແລະ ເຊື່ອໝັ້ນເອງ. ເອື້ອຍຄູ ຟານທິຮວາເລ ແບ່ງປັນວ່າ:
“ໂດຍເລີ່ມມາຈາກຄວາມຈິງໃນການເບິ່ງແຍງດູແລ ແລະ ສິດສອນພວກຫລານນ້ອຍ, ຂ້າພະເຈົ້າຈຶ່ງເຫັນໄດ້ສິ່ງທີ່ພວກຫລານຕ້ອງການ ຈຶ່ງຕັດສິນໃຈຜະລິດອຸປະກອນການສິດສອນເພື່ອພັດທະນາການ ເຄື່ອນເຫນັງ ຂອງເດັກ.”
ຊຸດເຄື່ອງຫລິ້ນຂອງເດັກໂດຍເອື້ອຍຄູ ຟານທິຮວາເລ ເຮັດເອງ
|
ບັນດາຫົວຄິດປະດິດສ້າງຜ່ານແຕ່ລະຊົ່ວໂມງສິດສອນຂອງເອື້ອຍຄູເລ ໄດ້ປະກອບສ່ວນ, ປຸກລຸກຂະບວນການຜະລິດອຸປະກອນການສິດສອນໃນພະນັກງານ, ຄູອາຈານຢູ່ໂຮງຮຽນ. ມາຮອດປະຈຸບັນ, ໂຮງຮຽນ ອະນຸບານ ຫວຽດ - ຈຽວຫຶວຫງີ້ ມີອຸປະກອນການສິດສອນກວ່າ 100 ຊຸດ ໂດຍຄູອາຈານເຮັດເອງ. ເອື້ອຍຄູ ຫວູງອກລານຮວາ, ຮອງຜູ້ອຳນວຍການໂຮງຮຽນ ອະນຸບານ ຫວຽດ - ຈຽວຫຶວຫງີ້ ໃຫ້ຮູ້ວ່າ: ຄະນະອະທິການບໍດີ ຍາມໃດກໍ່ສົ່ງເສີມບັນດາຄູອາຈານ ປະດິດສ້າງບັນດາຊຸດອຸປະກອນການສິດສອນ. ບັນດາຫົວຄິດປະດິດສ້າງຂອງເອື້ອຍຄູ ຟານທີຮວາເລ ໄດ້ປຸກລຸກຂະບວນການຜະລິດອຸປະກອນການສິດສອນໃນພະນັກງານ, ຄູອາຈານຢູ່ໂຮງຮຽນ:
“ເຄື່ອງຫລິ້ນຂອງເດັກ ແມ່ນປື້ມຮຽນ ສະນັ້ນ ເດັກຈະໄດ້ຮ່ຳຮຽນຫລາຍສິ່ງຫລາຍຢ່າງຜ່ານເຄື່ອງຫລິ້ນທີ່ມີຫົວຄິດປະດິດສ້າງນີ້. ເອື້ອຍຄູ ຮວາເລ ໄດ້ເຕີບໃຫຍ່ຜ່ານບັນດາການເສັງໂດຍໂຮງຮຽນ ອະນຸບານ ຫວຽດ - ຈຽວຫຶວຫງີ້ ປຸກລະດົມ ແລະ ພາຍຫລັງຫລາຍປີທີ່ສະສົມ, ເອື້ອຍຄູ ຮວາເລ ໄດ້ຜະລິດອອກອຸປະກອນການສິດສອນຫລາຍຊຸດ ຊື່ງເຮັດດ້ວຍວັດຖຸອຸປະກອນລຽບງ່າຍ, ຊອກຫາກໍງ່າຍ. ຜົນສຳເລັດ ຈາກຫົວຄິດປະດິດສ້າງຂອງເອື້ອຍຄູ ຮວາເລ ໄດ້ປະກອບສ່ວນປຸກລຸກ, ການມີຫົວຄິດປະດິດສ້າງໃນການຜະລິດອຸປະກອນການສິດສອນໃນໂຮງຮຽນ.”
ບໍ່ພຽງແຕ່ແມ່ນອາຈານສອນເກັ່ງ, ມີຄວາມເມົາມົວໃນການປະດິດຄິດສ້າງເທົ່ານັ້ນ, ເອື້ອຍຄູ ຟານທິຮວາເລ ຍັງຕັ້ງຫນ້າເຂົ້າຮ່ວມບັນດາການເຄື່ອນໄຫວຕ່າງໆຢູ່ໂຮງຮຽນອີກດ້ວຍ. ດ້ວຍຄວາມເມົາມົວກັບອາຊີບ, ມີຄວາມຮັກແພງເດັກ, ເອື້ອຍຄູ ຟານທິຮວາເລ ແມ່ນຜູ້ມີຂໍ້ລິເລີ່ມຫລາຍຢ່າງໃນຂະບວນການອອກແຮງງານເກັ່ງ, ມີຫົວຄິດປະດິດສ້າງຢູ່ ໂຮງຮຽນອະນຸບານ ຫວຽດ - ຈຽວຫຶວຫງີ້ ແລະ ຂະແຫນງການສຶກສາ ຮ່າໂນ້ຍ. ດ້ວຍບັນດາຜົນງານທີ່ເອື້ອຍຄູ ຮວາເລ ໄດ້ປະກອບສ່ວນເຂົ້າໃນການປ່ຽນໃຫມ່ຄຸນນະພາບການສຶກສາຂອງໂຮງຮຽນ, ນຳໂຮງຮຽນ ອະນຸບານ ຫວຽດ - ຈຽວຫຶວຫງີ້ ກາຍເປັນໂຮງຮຽນດີເດັ່ນໃນວຽກງານການສຶກສາອະນຸບານຂອງນະຄອນຫລວງ.