ແຂວງ ຊອ​ັກ​ຈັງ ແຜ່​ຂະ​ຫຍາຍ​ຂະ​ບວນ​ການ​ບໍ​ລິ​ຈາກ​ເລືອດ​ໂດຍ​ສະ​ໝັກ​ໃຈ

(VOVWORLD) - ໄລຍະຜ່ານມາ, ຂະບວນການບໍລິຈາກເລືອດໂດຍບໍ່ສະໝັກໃຈຢູ່ບໍລິເວນແຂວງ ຊອັກຈັງ ໄດ້ຈັດຂຶ້ນເປັນປະຈຳ ແລະ ໄດ້ຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ ແລະ ດຶງດູດປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມເປັນຈຳນວນຫຼາຍ. ການພັດທະນາຂອງຂະບວນການບໍລິຈາກເລືອດ ບໍ່ພຽງແຕ່ຊ່ວຍເພີ່ມປະລິມານເລືອດສະສົມ ເພື່ອຕອບສະໜອງຄວາມຕ້ອງການປິ່ນປົວສຸກເສີນ ແລະ ປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກເທົ່ານັ້ນ, ຫາກຍັງແຜ່ຂະຫຍາຍສານວັດທະນະທຳມະນຸດເພື່ອວົງຄະນະຍາດອີກດ້ວຍ.
ແຂວງ ຊອ​ັກ​ຈັງ ແຜ່​ຂະ​ຫຍາຍ​ຂະ​ບວນ​ການ​ບໍ​ລິ​ຈາກ​ເລືອດ​ໂດຍ​ສະ​ໝັກ​ໃຈ - ảnh 1ຂະບວນການບໍລິຈາກເລືອດໂດຍສະໝັກໃຈ ຢູ່ຊອັກຈັງ ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງ (ພາບ: VOV)

ແຂວງ ຊອັກຈັງ ມີຜູ້ສະໝັກໃຈເຂົ້າຮ່ວມການບໍລິຈາກເລືອດຫຼາຍກວ່າ 11.000 ເທື່ອຄົນ, ໃນນັ້ນ ມີ 19 ສະໂມສອນບໍລິຈາກເລືອດ ດ້ວຍຈຳນວນສະມາຊິກ 490 ຄົນ. ປີ 2022, ທົ່ວແຂວງ ຊອັກຈັງ ໄດ້ເປີດບັ້ນບໍລິຈາກເລືອດ 44 ຄັ້ງ, ຮັບເລືອດບໍລິຈາກຂອງ 8.046 ເທື່ອຄົນ, ດ້ວຍປະລິມານເລືອດເກືອບ 10.300 ຖົງ, ເພີ່ມຂຶ້ນກວ່າ 1.500 ຖົງ ເມື່ອທຽບໃສ່ປີ 2021. ໃນ 6 ເດືອນຕົ້ນປີ 2023, ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດໂດຍສະໝັກໃຈທຸກຂັ້ນໃນແຂວງ ໄດ້ເປີດບັ້ນບໍລິຈາກເລືອດ 11 ຄັ້ງ ແລະ ໄດ້ຮັບເລືອດບໍລິຈາກ 2.560 ຖົງ. ນາງ ຫວໍທິເລະຮັ່ງ, ສັງກັດໂຮງຮຽນມັດທະຍົມຕອນຕົ້ນ ລອງຝູ A, ເມືອງ ລອງຝູ, ແຂວງ ຊອັກຈັງ ເຊິ່ງເປັນຄົນທີ່ໄດ້ບໍລິຈາກເລືອດຫຼາຍກວ່າ 30 ຄັ້ງ ແລະ ເປັນໜຶ່ງໃນຈຳນວນຄົນທີ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກສະພາກາແດງແຂວງ ຫວ່າງມໍ່ໆມານີ້ ໄດ້ແບ່ງປັນວ່າ:

“ຄັ້ງທຳອິດ, ຂ້າພະເຈົ້າໄດ້ບໍລິຈາກເລືອດ 250 ml, ແຕ່ຄັ້ງຕໍ່ໄປເພີ່ມຂຶ້ນເປັນ 350 ml. ຂ້າພະເຈົ້າໄດ້ບໍລິຈາກເລືອດເປັນປະຈຳ, 4 ເດືອນ ເທື່ອໜຶ່ງ, ໂດຍບໍ່ຂາດຈັກເທື່ອ. ຂ້າພະເຈົ້າຂຶ້ນຫ້ອງ ມື້ລະ 2 ຕອນ, ແຕ່ຂ້າພະເຈົ້າຍັງປະຕິບັດການສິດສອນ ແລະ ວຽກງານອື່ນໆໄດ້ເປັນຢ່າງດີ. ຂ້າພະເຈົ້າຮູ້ສຶກວ່າແຂງແຮງດີ, ສະນັ້ນ ຂ້າພະເຈົ້າຈຶ່ງຂົນຂວາຍໝູ່ເພື່ອນ, ເພື່ອນຮ່ວມອາຊີບໄປບໍລິຈາກເລືອດ ແລະ ມີຫຼາຍຄົນກໍຕອບສະໜອງນຳ.

ເພື່ອໃຫ້ຂະບວນການດັ່ງກ່າວນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ສະພາກາແດງແຂວງ ດ້ວຍບົດບາດເປັນອົງການປະຈຳຄະນະຊີ້ນຳຂົນຂວາຍກໍ່ສ້າງແຜນການ ແລະ ຈັດຕັ້ງການບໍລິຈາກເລືອດຂອງແຂວງ ໄດ້ເປັນເຈົ້າການສ້າງແຜນການ ແລະ ຈັດຕັ້ງການບໍລິຈາກເລືອດ, ມອບຄາດໝາຍລະອຽດໃຫ້ແກ່ຄະນະຊີ້ນຳຂັ້ນເມືອງ ແລະ ຫົວໜ່ວຍຕ່າງໆ. ພ້ອມດຽວກັນນັ້ນ, ກໍຍູ້ແຮງວຽກງານໂຄສະນາເຜີຍແຜ່ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ. ຜ່ານນັ້ນ, ຄວາມຮັບຮູ້ກ່ຽວກັບຂະບວນການອາສາສະໝັກບໍລິຈາກເລືອດຂອງປະຊາຊົນທຸກຊັ້ນວັນນະໃນບໍລິເວນແຂວງ ກໍນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ໂດຍເປັນແບບຢ່າງໃນຂະບວນການບໍລິຈາກເລືອດ, ອ້າຍຮວິ່ງຫືວບັ່ງ, ເລຂາຄະນະຊາວໜຸ່ມເທດສະບານເມືອງ ລອງຝູ ໃຫ້ຮູ້ວ່າ:

“ໃນຕະຫຼອດໄລຍະຜ່ານມາ, ຂ້າພະເຈົ້າເອງກໍເຂົ້າຮ່ວມການບໍລິຈາກເລືອດໂດຍເມືອງຈັດຂຶ້ນ. ຂ້າພະເຈົ້າກໍຕັ້ງໜ້າໂຄສະນາໃຫ້ບັນດາສະມາຊິກຊາວໜຸ່ມເຂົ້າໃຈແຈ້ງກວ່າກ່ຽວກັບຄວາມສຳຄັນໃນວຽກງານບໍລິຈາກເລືອດໂດຍສະໝັກໃຈ ເພື່ອແຜ່ຂະຫຍາຍອອກສູ່ວົງຄະນະຍາດ, ຊ່ວຍເຫຼືອຜູ້ທີ່ມີຄວາມຕ້ອງການເລືອດ”.

ແຂວງ ຊອ​ັກ​ຈັງ ແຜ່​ຂະ​ຫຍາຍ​ຂະ​ບວນ​ການ​ບໍ​ລິ​ຈາກ​ເລືອດ​ໂດຍ​ສະ​ໝັກ​ໃຈ - ảnh 2 ປີ 2022, ທົ່ວແຂວງ ຊອັກຈັງ ໄດ້ເປີດບັ້ນບໍລິຈາກເລືອດ 44 ຄັ້ງ, ຮັບເລືອດບໍລິຈາກຂອງ 8.046 ເທື່ອຄົນ (ພາບ: VOV)

ການບໍລິຈາກເລືອດໂດຍສະໝັກໃຈ ໄດ້ກາຍເປັນຄວາມງາມທີ່ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດຂອງແຕ່ລະສ່ວນບຸກຄົນ ແລະ ອົງການຈັດຕັ້ງ. ຢູ່ແຂວງ ຊອັກຈັງ, ໃນໄລຍະຜ່ານມາ ຂະບວນການບໍລິຈາກເລືອດໂດຍສະໝັກໃຈຂອງແຂວງ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຊີ້ນຳນຳພາຈາກຄະນະພັກ, ອຳນາດການປົກຄອງ ແລະ ໝາກຜົນບັນລຸໄດ້ກໍນັບມື້ນັບດີຂຶ້ນ. ທ່ານ ໂດະວັນຕວັນ, ປະທານສະພາກາແດງແຂວງ ຊອັກຈັງ ໃຫ້ຮູ້ວ່າ:

“ສຳລັບສິດຜົນປະໂຫຍດຂອງຜູ້ບໍລິຈາກເລືອດ ກ່ອນອື່ນໝົດແມ່ນ ແຕ່ລະເທື່ອທີ່ບໍລິຈາກເລືອ ເຮົາຈະໄດ້ກວດສຸຂະພາບຢ່າງຄົບຊຸດໂດຍບໍ່ເສຍຄ່າ. ທີສອງແມ່ນ ເມື່ອເຂົ້າຮ່ວມການບໍລິຈາກເລືອແມ່ນເຮົາໄດ້ປ່ຽນເລືອເກົ່າຈຳນວນໜຶ່ງ ເພື່ອສ້າງເລືອດໃໝ່ທີ່ແຂງແຮງກວ່າ ເພື່ອກະຕຸ້ນການພັດທະນາການເຄື່ອນໄຫວຂອງຮ່າງກາຍໄດ້ດີກວ່າ. ທີສາມແມ່ນ ເມື່ອພວກເຮົາມີຄວາມຕ້ອງການນຳໃຊ້ເລືອດ ພວກເຮົາກໍຈະໄດ້ນຳໃຊ້ເລືອດໂດຍບໍ່ເສຍຄ່າໃນຂອບເຂດທົ່ວປະເທດ. ນັ້ນແມ່ນສິ່ງທີ່ລ້ຳຄ່າທີ່ສຸດ ແມ່ນບັນຫາວັດທະນະທຳມະນຸດ, ມີຄວາມໝາຍທາງດ້ານຈິດໃຈ, ພວກເຮົາສາມາດນຳຄວາມສຸກມາໃຫ້ຄົນເຈັບ, ຄອບຄົວ ແລະ ສັງຄົມ”.

ເພື່ອໃຫ້ຂະບວນການດັ່ງກ່າວສືບຕໍ່ແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ, ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດໂດຍສະໝັກໃຈທຸກຂັ້ນຂອງແຂວງ ຊອັກຈັງ ກໍໄດ້ເສີມຂະຫຍາຍບົດບາດແກ່ນສານຂອງສະມາຊິກສະພາກາແດງ, ປັບປຸງບັນດາສະໂມສອນ, ພິເສດແມ່ນສະໂມສອນບໍລິຈາກເລືອດທີ່ຫາຍາກ ເພື່ອກຽມພ້ອມເຂົ້າຮ່ວມການບໍລິຈາກເລືອດໃນກໍລະນີຈຳເປັນ. ພິເສດ, ແຕ່ລະປີ, ຄະນະປະຈຳຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດໂດຍສະໝັກໃຈ ກໍຍັງຈັດກອງປະຊຸມຍ້ອງຍໍຊົມເຊີຍບັນດາສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານບໍລິຈາກເລືອດ, ປະກອບສ່ວນຂົນຂວາຍ, ລະດົມກຳລັງໃຈໃຫ້ປະຊາຊົນເຂົ້າຮ່ວມການບໍລິຈາກເລືອດມະນຸດສະທຳອີກດ້ວຍ./.


ຕອບກັບ

ຂ່າວ/ບົດ​ອື່ນ