(vovworld)- ຢູ່ ຄຸ້ມບ້ານ ຫ້ວຍ Dzui ຕາແສງ ຕຸກຈຶງ ເມືອງ ດິ້ງກວານ ແຂວງ ດົງນາຍ, ຜູ້ໃດກໍຮູ້ຈັກທ່ານ ດີງກົງເຕີມ ເພາະວ່າ ທ່ານບໍ່ພຽງແຕ່ມີຊື່ສຽງຍ້ອນສ້າງເສດຖະກິດຟາມເກັ່ງເທົ່ານັ້ນ ຫາກຍັງສຸດຈິດສຸດໃຈຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ທຸກຍາກອີກດ້ວຍ. ທ່ານກໍແມ່ນຜູ້ມີອິດທິພົນໃນວົງຄະນາຍາດ ແລະ ເປັນແບບຢ່າງນຳຫນ້າໃນບັນດາຂະບວນການສັງຄົມຢູ່ທ້ອງຖິ່ນ.
ທ່ານ ດີງກົງເຕີມ ພວມບົວລະບັດສວນຕົ້ນໝາກມ່ວງ
|
ເລີ່ມປະກອບອາຊີບ ດ້ວຍເນື້ອທີ່ດິນພຽງ 2 ເຮັກຕາ ໂດຍລຸ້ນພໍ່ປະໄວ້ ແຕ່ດ້ວຍຄວາມຕັດສິນໃຈສ້າງຄວາມຮັ່ງມີໃນເຂດດິນແດນບ້ານເກີດເມືອງນອນຂອງຕົນ, ທ່ານ ດີງກົງເຕີມ ໄດ້ຄົ້ນຄວ້າເງື່ອນໄຂທີ່ດິນ, ທຳມະຊາດມາເປັນເວລາຫລາຍປີ ແລະ ສຸດທ້າຍຈຶ່ງຕັດສິນລົງທຶນປູກຕົ້ນໝາກມ່ວງເປັນ 3 ລະດູ. ໂດຍແມ່ນຜູ້ດຸໝັ່ນຂະຫຍັນພຽນ, ມີຄວາມອົດທົນ ແລະ ຂະຫຍັນຂັນເຄື່ອນ, ທ່ານ ເຕີມ ໄດ້ໝູນໃຊ້ວິທະຍາສາດເຕັກນິກທີ່ກ້າວຫນ້າເຂົ້າໃນການປູກຕົ້ນໄມ້. ທ່ານໄດ້ຕິດຕັ້ງລະບົບຫົດນ້ຳປະຢັດ, ໃສ່ຝຸ່ນຜ່ານທໍ່, ສີດຢາປາບສັດຕູພືດຢ່າງເໝາະສົມ.. ສະນັ້ນ ແຕ່ລະປີ ຟາມປູກຕົ້ນໝາກມ່ວງຂອງທ່ານເຕີມ ບັນລຸສະມັດຕະພາບສະເລ່ຍ 30 ໂຕນ/ເຮັກຕາ, ລາຍຮັບເກັບມາໄດ້ ແຕ່ 150 – 200 ລ້ານດົງ/ປີ. ຍ້ອນເຫດນັ້ນ, ຄອບຄົວທ່ານເຕີມ ບໍ່ພຽງແຕ່ສາມາດຫລຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ ຫາກຍັງບືນຕົວຂຶ້ນເປັນຄອບຄົວເຮັດເສດຖະກິດເກັ່ງແລະສ້າງລາຍຮັບສູງພໍສົມຄວນ. ບໍ່ພຽງແຕ່ສ້າງຄວາມຮັ່ງມີໃຫ້ຄອບຄົວຕົນເທົ່ານັ້ນ ທ່ານຍັງຕັ້ງຫນ້າເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ ແລະ ເຜີຍແຜ່ບົດຮຽນໃນການຜະລິດ, ຊ່ວຍເຫລືອພໍ່ແມ່ປະຊາຊົນພ້ອມກັນພັດທະນາເສດຖະກິດ. ທ່ານເຕີມ ໄດ້ຂົນຂວາຍບັນດາຄອບຄົວໃນຄຸ້ມບ້ານ ສະໝັກໃຈສ້າງຕັ້ງກຸ່ມອຸ້ມຊູຊ່ວຍເຫລືອດ້ານເຮືອນຢູ່ ລວມມີ ສະມາຊິກ 10 ຄອບຄົວ (ແຕ່ລະຄອບຄົວປະກອບຈຳນວນເງິນ 3 ລ້ານດົງ/ປີ). ທ່ານດີງກົງເຕີມໃຫ້ຮູ້ວ່າ:
“ແຕ່ລະຄອບຄົວປະກອບຈຳນວນເງິນຫນ້ອຍຫນຶ່ງເພື່ອໃຫ້ບັນດາຄອບຄົວທຸກຍາກພັດປ່ຽນກັນກູ້ຢືມເພື່ອທຳມາຫາກິນ. ໂດຍສະເພາະບຸລິມະສິດໃຫ້ຄອບຄົວໃດທຸກຍາກກວ່າໝູ່, ກໍ່ສ້າງເຮືອນຢູ່ໃຫ້ເຂົາເຈົ້າກ່ອນ ຫລັງຈາກນັ້ນເກັບທຶນຄືນແລ້ວມາຊ່ວຍເຫລືອຄອບຄົວທຸກຍາກອື່ນ.”
ດ້ວຍບົດຮຽນ, ຄວາມເກັ່ງກ້າສາມາດ ແລະ ອິດທິພົນຂອງຕົນ, ທ່ານເຕີມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມຊາວກະສິກອນຕາແສງ, ຫົວຫນ້າສະໂມສອນໝາກມ່ວງບັນລຸສະມັດຕະພາບສູງ. ສຳລັບບັນດາຄອບຄົວໃນຄຸ້ມບ້ານ, ຜູ້ໃດມີຄວາມຕ້ອງການຊ່ວຍເຫລືອດ້ານຄວາມຮູ້ກ່ຽວກັບຕົ້ນມ່ວງ, ທ່ານ ເຕີມຍາມໃດກໍລົງສວນແນະນຳໂດຍກົງໃຫ້ພໍ່ແມ່ປະຊາຊົນ. ດ້ວຍອິດທິພົນຂອງຕົນ, ທ່ານເຕີມ ຄ້ຳປະກັນໃຫ້ 3 ຄອບຄົວຊາວຊົນເຜົ່າສ່ວນຫນ້ອຍທີ່ທຸກຍາກໄດ້ກູ້ຢືມທຶນຈາກແຫລ່ງທຶນຂອງກອງທຶນເພື່ອຄົນທຸກຍາກຂອງເມືອງ ເພື່ອລ້ຽງງົວພັນ ດ້ວຍຈຳນວນເງິນ 30 ລ້ານດົງ. ຍ້ອນເຫດນັ້ນ ບັນດາຄອບຄົວດັ່ງກ່າວໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ.
ດ້ວຍບັນດາວຽກງານທີ່ແທດຈິງ ຂອງຕົນ ທ່ານເຕີມໄດ້ຮັບການຕີລາຄາສູງຈາກອຳນາດການປົກຄອງທ້ອງຖິ່ນ. ທ່ານ ດວານແທງຮ່ວາງ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຕຸກຈຶງ ປາດຖະຫນາວ່າທ່ານ ເຕີມສືບຕໍ່ເສີມຂະຫຍາຍກຳລັງຄວາມສາມາດ, ຄຸນນະທາດຂອງຕົນ ຊ່ວຍເຫລືອພໍ່ແມ່ປະຊາຊົນໃນການຜະລິດດຳເນີນທຸລະກິດ.
“ປະຈຸບັນ ທ່ານເຕີມ ແມ່ນຜູ້ມີອິດທິພົນໃນໝູ່ຊາວຊົນເຜົ່າສ່ວນຫນ້ອຍຂອງຕາແສງ. ທ່ານໄດ້ເຂົ້າຮ່ວມສະໂມສອນອຸ້ມຊູຊ່ວຍເຫລືອເພື່ອຫນູນຊ່ວຍກັນທຳມາຫາກິນ. ໃນການຜະລິດດຳເນີນທຸລະກິດ ທ່ານເປັນແບບຢ່າງ. ນອກຈາກສ້າງຄວາມຮັ່ງມີໃຫ້ຄອບຄົວຕົນເທົ່ານັ້ນ ທ່ານຍັງຊ່ວຍເຫລືອພໍ່ແມ່ປະຊາຊົນໃນຄຸ້ມບ້ານພ້ອມກັນພັດທະນາເສດຖະກິດ. ທ່ານໄດ້ຕັ້ງຫນ້າແນະນຳດ້ານເຕັກນິກໃຫ້ພໍ່ແມ່ປະຊາຊົນປູກຕົ້ນໝາກມ່ວງພົ້ນລະດູການຢ່າງມີປະສິດທິຜົນ.”
ດ້ວຍບັນດາຜົນງານທີ່ບັນລຸໄດ້, ທ່ານດີງກົງເຕີມ ໄດ້ຮັບໃບຍ້ອງຍໍຫລາຍໃບໂດຍຄະນະກຳມະການປະຊາຊົນເມືອງ ດີ້ງກວານ ແລະ ດົງນາຍມອບໃຫ້. ແບບຢ່າງດີເດັ່ນໃນການຜະລິດດຳເນີນທຸລະກິດເກັ່ງຄືທ່ານເຕີມ ເປັນ ກຳລັງຫນູນສົ່ງເສີມພໍ່ແມ່ປະຊາຊົນຊົນເຜົ່າສ່ວນຫນ້ອຍຢູ່ແຂວງ ດົງນາຍແຂ່ງຂັນທຳການຜະລີດດຳເນີນທຸລະກິດເກັ່ງ, ສາມັກຄີຊ່ວຍເຫລືອກັນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ.