(vovworld)- ຄວາມສຸພາບຮຽບຮ້ອຍ, ການປະພຶດສີວິໄລ ນັ້ນແມ່ນບັນດາຄຸນຄ່າວັດທະນະທຳສະເພາະຂອງຊາວ ນະຄອນຫລວງ ຮ່າໂນ້ຍ. ການອະນຸລັກຮັກສາ ແລະ ນັບມື້ນັບທະວີຄູນ, ພັດທະນາບັນດາຄຸນຄ່າວັດທະນະທຳອັນດີງາມນັ້ນໃນຊີວິດວົງຄະນາຍາດແມ່ນຄຳຮຽກຮ້ອງຕ້ອງການສຳລັບ ຮ່າໂນ້ຍ, ພິເສດໃນສະພາວະໂລກາພິວັດປະຈຸບັນ.
ຫນອງໂຮ່ເກືອມ- ຮ່າໂນ້ຍ
ພາບ:hanoivisit.com
|
ພາຍຫລັງກວ່າ 1 ປີແຫ່ງການຜັນຂະຫຍາຍ, ໂຄງການ “ຮ່າໂນ້ຍ ນະຄອນສວຍງາມ ແລະ ບໍທັນສວຍງາມ” ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນວັນນະໃນສັງຄົມ, ພິເສດແມ່ນການຕອບສະຫນອງຢ່າງຫ້າວຫັນຂອງລຸ້ນຫນຸ່ມ. ໂຄງການດັ່ງກ່າວລວມມີຫລາຍເນື້ອໃນ, ໃນນັ້ນ ໄດ້ສ້າງເວັບໄຊພາບ ດ້ວຍລະຫັດ www.hanoidep.vn. ນີ້ແມ່ນຫນ້າເວັບເວົ້າເຖິງວັດທະນະທຳການປະພຶດຂອງຊາວນະຄອນຫລວງ ຮ່າໂນ້ຍ ເວົ້າສະເພາະ, ປະຊາຊົນໃນທົ່ວປະເທດເວົ້າລວມ ຜ່ານ 5 ຂົງເຂດ: ອາຫານການກິນ, ຊຸດອາພອນ, ການໄປມາ, ໂອ້ລົມສົນທະນານຳກັນ ແລະ ການລະຫລິ້ນບັນເທີງ. ຜ່ານລະຫັດດັ່ງກ່າວ, ທຸກຄົນສາມາດເຂົ້າຈົດທະບຽນເພື່ອອັບເດັດເນື້ອໃນດ້ວຍຫລາຍຮູບການຄື: ບົດຂຽນ, ພາບຖ່າຍ, ….ໄລ່ມາຮອດປະຈຸບັນ ມີກວ່າ 4000 ຜະລິດຕະພັນ ໂດຍແມ່ນເພື່ອນຫນຸ່ມແນະນຳໃນເວັບໄຊດັ່ງກ່າວ.
ອ້າຍຫວູແອງລອງ, ຮັບຜິດຊອບໂຄງການ “ຮ່າໂນ້ຍສວຍງາມ ແລະ ບໍ່ທັນສວຍງາມ”ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າສ້າງເວັບໄຊນີ້ ດ້ວຍຈຸດປະສົງຢາກສະຫງວນໃຫ້ແກ່ເປົ້າໝາຍຕົ້ນຕໍແມ່ນບັນດາເພື່ອນຫນຸ່ມ, ເພື່ອເຮັດແນວໃດປ່ຽນແປງວັດທະນະທຳໃນການ ປະພຶດ. ມີ ຮູບພາບ 2 ໝວດ, ພາບສວຍງາມ ແລະ ບໍ່ທັນສວຍງາມ ເພື່ອໃຫ້ທຸກຄົນສາມາດເຂົ້າເວັບໄຊ hanoidep.vn ເພື່ອຄັດເລືອກ ແລະ ຈະມີຂອງຂວັນມອບໃຫ້ຜູ້ດີເດັ່ນ. ຈຸດປະສົງຂອງພວກຂ້າພະເຈົ້າຢາກສ້າງປະຊາຄົມ ພ້ອມກັນປ່ຽນແປງຄວາມຊີນເຄີຍທີ່ບໍ່ດີເທື່ອລະກ້າວ.”
ນອກຈາກຫນ້າເວັບ hanoidep.vn, ໂຄງການດັ່ງກ່າວຍັງໄດ້ຈັດການເຄື່ອນໄຫວຫລາຍຢ່າງເພື່ອວົງຄະນາຍາດ ແນໃສ່ສ້າງກາລະໂອກາດໃຫ້ເພື່ອນຫນຸ່ມພົວພັນແລກປ່ຽນ, ມຸ່ງໄປເຖິງການປະພຶດຕົນເປັນຄົນສຸພາບຮຽບຮ້ອຍ. ນາງ ຫງວຽນທິເລ້ກວຽນ, ເລຂາຂອງໂຄງການດັ່ງກ່າວໃຫ້ຮູ້ວ່າ:
“ພຽງໃນເວລາ 14 ເດືອນ, ໂຄງການໄດ້ຈັດຕັ້ງ 6 ເຫດການໃຫຍ່, ແຕ່ລະເຫດການລ້ວນແຕ່ມີປະມານກວ່າ 1.000 ຄົນເຂົ້າຮ່ວມ. ໃນນັ້ນ ຈັດການແຂ່ງຂັນເຕັ້ນ flashmob “ຂ້ອຍຮັກຮ່າໂນ້ຍ” ເມື່ອເດືອນ 11/2013 ແລະ ລາຍການຖ່າຍທອດສົດທາງໂທລະພາບເນື່ອງໃນໂອກາດສະເຫລີມສະຫລອງ 60 ປີແຫ່ງວັນປົດປ່ອຍນະຄອນຫລວງ ຮ່າໂນ້ຍ.”
ໂຄງການ “ຮ່າໂນ້ຍສວຍງາມ ແລະ ບໍ່ທັນສວຍງາມ” ຍັງຫນູນຊ່ວຍ ແລະ ອຸປະຖຳບັນດາເຫດການອື່ນເພື່ອວົງຄະນາຍາດໃຫ້ແກ່ບັນດາອົງການ, ສ່ວນບຸກຄົນອື່ນຢູ່ບໍລິເວນຮ່າໂນ້ຍ. ຈຸດປະສົງຂອງໂຄງການແມ່ນຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ ນະຄອນຫລວງ, ສ້າງໃຫ້ຊາວ ຮ່າໂນ້ຍ ເປັນຄົນສຸພາບຮຽບຮ້ອຍ, ສີວິໄລ. ໂຄງການແມ່ນສຸມໃສ່ເປົ້າໝາຍໄວຫນຸ່ມ, ພິເສດ ແມ່ນນັກຮຽນ, ນັກສຶກສາພວມຮ່ຳຮຽນ ແລະ ດຳລົງຊີວິດຢູ່ບໍລິເວນ ຮ່າໂນ້ຍ. ເຂົາເຈົ້າມີບົດບາດສຳຄັນໃນວົງຄະນາຍາດ, ທັງແມ່ນຖັນແຖວສືບທອດ ແລະ ທັງແມ່ນຖັນແຖວຈະເສີມຂະຫຍາຍ ແລະ ກຳນົດທິດໃຫ້ແກ່ຄົນລຸ້ນຫລັງ.
ຊື່ງແມ່ນຜູ້ຮ່ວມງານຂອງໂຄງການ “ຮ່າໂນ້ຍນະຄອນສວຍງາມ ແລະ ບໍ່ທັນສວຍງາມ” ນັບແຕ່ມື້ທຳອິດ, ຫງວຽນຕຽນບີງ ນັກສຶກສາມະຫາວິທະຍາໄລ ແທ່ງໂດ ແບ່ງປັນວ່າ:
“ຂ້າພະເຈົ້າຮຸ້ຈັກເຖິງໂຄງການນີ້ ຜ່ານບັນດາຊ່ອງຂໍ້ມູນຂ່າວສານ ແລະ ສື່ມວນຊົນ. ຊື່ງແມ່ນນັກສຶກສາຜູ້ທີ່ມັກເຂົ້າຮ່ວມບັນດາການເຄື່ອນໄຫວອາສາສະໝັກ, ສະນັ້ນ ເມື່ອຮຸ້ຈັກເຖິງໂຄງການກໍຄືຈຸດປະສົງ ແລະ ຄວາມໝາຍຂອງມັນ,ຂ້າພະເຈົ້າ ຍາດເວລາເຂົ້າຮ່ວມ.”
ມີພຽງກ້ອງຖ່າຍຮູບຫນ່ວຍຫນຶ່ງ ຫລື smartphone ອັນຫນຶ່ງ ມີຄຸນລັກສະນະ ອັດ video ແລະ ຖ່າຍຮູບໄດ້, ເພື່ອນສາມາດກາຍເປັນຜູ້ຮ່ວມງານກັບໂຄງການ “ຮ່າໂນ້ຍ ສວຍງາມ ແລະ ບໍ່ທັນສວຍງາມ”. ແທນໃຫ້ຄຳເວົ້າ, ບັນດາຮູບພາບ, video clip ສະຫນອງໃຫ້ຜູ້ຊົມບັນດາຮູບພາບສວຍງາມ, ການກະທຳບໍ່ທັນສຸພາບ, ຜ່ານນັ້ນ ຍົກສູງສະຕິຂອງພົນລະເມືອງແຕ່ລະຄົນຕໍ່ວົງຄະນາຍາດ, ສັງຄົມ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈສ້າງນະຄອນຫລວງ ຮ່າໂນ້ຍ ສີວິໄລ, ສຸພາບຮຽບຮ້ອຍ.