(vovworld) - ຢູ່ຫວຽດນາມ ມີຕະຫຼາດນັດຕົ້ນລະດູບານໃໝ່ແຫ່ງໜຶ່ງ ທີ່ນຳມາເຊິ່ງຄວາມເບີກບານມ່ວນຊື່ນ ແລະ ຄວາມໂຊກດີໃຫ້ທັງຜູ້ຊື້ ແລະ ຜູ້ຂາຍ, ນັ້ນແມ່ນຕະຫຼາດວ່ຽງ ຢູ່ແຂວງນາມດິ້ງ. ຕະຫຼາດພຽງແຕ່ຈັດຂຶ້ນປີລະເທື່ອ, ນັບແຕ່ກາງຄືນວັນທີ 7 - ຮຸ່ງເຊົ້າວັນທີ 8 ເດືອນໜຶ່ງ ໄລ່ຕາມຈັນທະປະຕິທິນເທົ່ານັ້ນ. ຈຸດພິເສດນັ້ນແມ່ນ, ຢູ່ຕະຫຼາດ, ທັງຜູ້ຊື້ ແລະ ຜູ້ຂາຍ ບໍ່ຄິດເຖິງກຳໄລ ຫຼືລາຄາຖືກ, ແພງ, ຫາກພຽງແຕ່ປາຖະໜາ “ຢາກຊື້ເອົາຄວາມໂຊກດີ“ໃນໂອກາດຕົ້ນປີເທົ່ານັ້ນ. ຕະຫຼາດວ່ຽງ ໄດ້ກາຍເປັນວັດທະນະທຳອັນດີງາມຂອງປະຊາຊົນໃນເຂດທົ່ງພຽງພາກເໜືອ.
ຕະຫຼາດວ່ຽງ
(ພາບອິນເຕີແນດ)
ນັບແຕ່ຕອນບ່າຍວັນທີ 7 ຂອງບຸນປີໃໝ່ປະຈຳຊາດ (ບຸນເຕັດ), ປະຊາຊົນທີ່ມາຈາກບັນດາແຂວງໃນເຂດທົ່ງພຽງພາກເໜືອເປັນຈຳນວນຫຼວງຫຼາຍ ໄດ້ພາກັນໄປຍັງນາມດິ້ງ ເພື່ອເຂົ້າຮ່ວມຕະຫຼາດວ່ຽງ. ບໍ່ຮູ້ວ່ານັບແຕ່ເວລາໃດຢູ່ນາມດິ້ງ ໄດ້ມີຕະຫຼາດວ່ຽງ 2 ແຫ່ງ, ນັ້ນແມ່ນ ຕະຫຼາດວ່ຽງຝູ ຢູ່ຕາແສງກິມທ໋າຍ, ເມືອງວຸບານ ແລະ ຕະຫຼາດວ່ຽງຈົ່ວ, ໃນເທດສະບານນາມຢາງ, ເມືອງນາມຈືກ. ໄປຕະຫຼາດວ່ຽງຕົ້ນລະດູບານໃໝ່, ຜູ້ໃດກໍ່ພະຍາຍາມຊື້ເຄື່ອງຂອງໃດໜຶ່ງເພື່ອນຳເອົາຄວາມໂຊກດີມາໃຫ້ຄອບຄົວ. ທ່ານ ຫງວຽນຕ໋ຽນຢຸງ, ຢູ່ເທດສະບານນາມຢາງ, ເມືອງນາມຈືກ, ເລົ່າສູ່ຟັງວ່າ:
“ຕະຫຼາດວ່ຽງ ແມ່ນຕະຫຼາດ “ຊື້ຄວາມໂຊກດີ, ຂາຍແພງ“, ມີແຕ່ຊື້ເອົາຄວາມໂຊກດີ ຫາກບໍ່ຄິດໄລ່ເຖິງເລື່ອງລາຄາແພງຫຼືຖືກ. ເຂົາເຈົ້ານຳເອົາຜະລິດຕະພັນກະເສດຄືມັນດາງ, ໝາກຖົ່ວດິນ, ຜັກ ຫຼືເຄື່ອງມືຮັບໃຊ້ວຽກງານກະສີກຳໄປຂາຍຢູ່ຕະຫຼາດ, ບາງເທື່ອບໍ່ຊື້ຂາຍດ້ວຍເງິນ, ຫາກ ແລກປ່ຽນເຄື່ອງຂອງນຳກັນໄດ້… ນັ້ນແມ່ນຈຸດພິເສດຂອງຕະຫຼາດ“
ເຄື່ອງຂອງທີ່ຂາຍຢູ່ຕະຫຼາດວ່ຽງ
(ພາບອິນເຕີແນດ)
ຕາມເລື່ອງລາວທີ່ເລົ່າຂານກັນມາແລ້ວ, ໃນກາງຄືນວັນທີ 7/1 ແມ່ນຈຸດເວລາດຳເນີນການແລກປ່ຽນຊື້ຂາຍລະຫວ່າງໂລກມະນຸດ ແລະ ນາລົກ, ດັ່ງນັ້ນຖ້າໄປຕະຫຼາດວ່ຽງ ແມ່ນຕ້ອງໄປກ່ອນເວລາກາງຄືນ. ພິເສດ, ໃນບໍລິເວນ ຕະຫຼາດວ່ຽງຝູ ມີວິຫານບູຊາເຈົ້າແມ່ ຫຼຽວແຮ້ງ (Lieu Hanh), ດັ່ງນັ້ນ, ກ່ອນທີ່ຈະເຂົ້າຕະຫຼາດ, ປະຊາຊົນຫຼາຍຄົນໄດ້ເຂົ້າວິຫານຖະຫວາຍທູບທຽນ ພາວະນາຂໍມີໂຊກມີລາບ, ມີຄວາມຜາສຸກໃຫ້ທັງຄອບຄົວ. ປ້າ ຫງວຽນທິອານ, ຜູ້ໄປວິຫານ, ໃຫ້ຮູ້ວ່າ:
“ນີ້ແມ່ນແຫ່ງບູຊາເຈົ້າແມ່ ຫຼຽວແຮ້ງ, ຜູ້ທີ່ໄດ້ກໍ່ຕັ້ງຕະຫຼາດວ່ຽງ ເພື່ອໃຫ້ລູກຫຼານມາຊື້ຄວາມໂຊກດີ. ຕະຫຼາດມີລັກສະນະກຸສົນ. ທຸກຄົນມາແຫ່ງນີ້ລ້ວນແຕ່ປາຖະໜາຢາກໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມສະຫງົບສຸກ“.
ສຳລັບຜູ້ໄປຕະຫຼາດຕົ້ນປີໃໝ່, ຕ່າງກໍ່ສະແດງຄວາມປາຖະໜາວ່າປີໃໝ່ຈະປະສົບແຕ່ຄວາມໂຊກດີ. ທ່ານ ຫງວຽນຕ໋ຽນຢຸງ, ໃຫ້ຮູ້ຕື່ມອີກວ່າ:
“ກ່ອນນີ້, ຕະຫຼາດວ່ຽງບູຮານຕັ້ງຫ່າງຈາກວັດ ດ້າຍບີ ປະມານ 1 ກມ, ແຕ່ສຽງລະຄັງໃນວັດໄດ້ດັງກ້ອງກັງວານເຖິງຕະຫຼາດວ່ຽງ, ອັນໄດ້ເຮັດໃຫ້ຜູ້ຄົນທັງຫຼາຍຮູ້ສຶກຕື່ນຕົວ, ຢາກດຳລົງຊີວິດຕາມສິນລະທຳອັນດີງາມຂອງມະນຸດ“.
ຊີ້ນງົວນ້ອຍທີ່ຂາຍຢູ່ຕະຫຼາດວ່ຽງ
(ພາບອິນເຕີແນດ)
ນອກຈາກຕະຫຼາດວ່ຽງຝູແລ້ວ, ຕະຫຼາດວ່ຽງຈົ່ວ ຢູ່ເມືອງນາມຈືກ, ທີ່ຫ່າງຈາກນັ້ນ 25 ກມ ກໍ່ມີຂະໜາດໃຫຍ່ກວ່າ. ສິນຄ້າຢູ່ຕະຫຼາດວ່ຽງຈົ່ວ ບໍ່ຕ່າງຫຍັງກັບສິນຄ້າຢູ່ຕະຫຼາດວ່ຽງຝູ. ທ່ານ ຫງວຽນກົງຮ່ວາງ, ຜູ້ໄປຕະຫຼາດວ່ຽງ ມາຫຼາຍປີແລ້ວໃຫ້ຮູ້ວ່າ: ມີບາງຄົນນຳເອົາເຄື່ອງຂອງມາຕະຫຼາດ ແຕ່ພັດບໍ່ຂາຍ, ຫາກວາງສະແດງເພື່ອອວດອ້າງໃຫ້ທຸກຄົນຮູ້ເທົ່ານັ້ນ. ເຖິງວ່າເຂົາເຈົ້າຕ້ອງເສຍເຫື່ອແຮງ, ເງິນຄຳຫຼາຍເພື່ອຂົນສົ່ງເຄື່ອງຂອງເຫຼົ່ານັ້ນມາຕະຫຼາດ, ແຕ່ເຂົາເຈົ້າມັກເຮັດຄືແນວນັ້ນ. ມາຕະຫຼາດວ່ຽງ, ຫຼາຍຄົນມັກຊື້ຊີ້ນງົວນ້ອຍ. ຊາວທ້ອງຖີ່ນໄດ້ເລົ່າສູ່ຟັງວ່າ, ກ່ອນນີ້, ປະຊາຊົນໄດ້ນຳເອົາງົວ, ຄວາຍ ໄປຕະຫຼາດເພື່ອແລກປ່ຽນ. ເມື່ອອັດຕະຫຼາດ, ຫຼາຍຄົນບໍ່ນຳເອົາງົວຄວາຍຂອງຕົນກັບເມືອບ້ານອີກ, ຫາກຂ້າເອົາຊີ້ນເພື່ອປຸງແຕ່ງອາຫານຫຼາຍເຍື່ອງຮັບໃຊ້ແຂກໄປຕະຫຼາດ. ແລະ ປະຈຸບັນຊີ້ນງົວນ້ອຍເຜົາໄດ້ກາຍເປັນອາຫານພິເສດຮັບໃຊ້ຜູ້ໄປຕະຫຼາດວ່ຽງ. ເຂົາເຈົ້າຖືວ່າຊີ້ນມີສີແດງແມ່ນມີຄວາມໂຊກດີ.
ຕົ້ນໄມ້ຂຽວສົດທີ່ວາງຂາຍຢູ່ຕະຫຼາດວ່ຽງ
(ພາບອິນເຕີແນດ)
ມີຫຼາຍຄົນຖືວ່າ, ໄປຕະຫຼາດວ່ຽງ ແຕ່ບໍ່ຊື້ໄດ້ອັນໃດ, ໝາຍຄວາມວ່າບໍ່ມີໂຊກມີໄຊໃນໂອກາດຕົ້ນປີໃໝ່. ຍ້ອນເຫດນັ້ນເກືອບຄືວ່າ ຜູ້ໃດກໍ່ຊື້ເອົາ ຂອງຕ້ອນອັນໃດອັນໜຶ່ງມາໃຫ້ຄອບຄົວ, ຂອງຕ້ອນທີ່ໄດ້ຮັບຄວາມນິຍົມທີ່ສຸດນັ້ນແມ່ນຕົ້ນໄມ້ຂຽວສົດ. ສຳລັບຫຼາຍຄົນແລ້ວ, ນຳເອົາຕົ້ນໄມ້ຂຽວສົດກັບເມືອບ້ານໃນຕົ້ນປີໃໝ່ແມ່ນນຳເອົາຄວາມຜາສຸກມາຄອບຄົວໃນວັນຕົ້ນລະດູບານໃໝ່.