(vovworld) - ໃນຊຸມມື້ນີ້, ຢູ່ບັນດາໝູ່ບ້ານທີ່ມີຊາວເຜົ່າຂະແມດຳລົງຊີວິດໃນແຂວງຈ່າວິງ, ພວມເບີກບານມ່ວນຊື່ນໃນບັນຍາກາດຂອງງານບຸນ Okombok, ນີ້ແມ່ນໜຶ່ງໃນສາມງານບຸນໃຫຍ່ໃນປີຂອງຊາວເຜົ່າຂະແມ, ທາງພາກໃຕ້ຫວຽດນາມ. ໃນນັ້ນຟົດຟື້ນກວ່າໝູ່ແມ່ນບັນດາໝູ່ບ້ານຜະລິດເຂົ້າເໝົ້າ. ຢູ່ບ່ອນໃດກໍ່ຍິນສຽງສາກພ້ອມກັບກິ່ນຫອມຂອງເຂົ້າເໝົ້າ.
ເຂົ້າເໝົ້າບາຊໍຂອງຊາວເຜົ່າຂະແມ
(ພາບອິນເຕີແນດ)
ຄວາມຮູ້ສຶກໃນເບື້ອງຕົ້ນເມື່ອມາຢາມໝູ່ບ້ານຜະລິດເຂົ້າເໝົ້າບາຊໍ, ນັ້ນແມ່ນຄວາມຮີບເຮັ່ງຂອງບັນດາຄອບຄົວຜະລິດເຂົ້າເໝົ້າ. ເຂົາເຈົ້າຜັດປ່ຽນກັນຜະລິດເຂົ້າເໝົ້າເພື່ອມອບໃຫ້ລູກຄ້າທັນກັບເວລາ, ແນໃສ່ຮັບໃຊ້ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດໃນຊຸມວັນບຸນ. ປ້າ ເຈືອງທິປີ, ແມ່ນສະມາຊິກໃນຄອບຄົວທີ່ມີ 3 ເຊັ່ນຄົນເຮັດອາຊີບນີ້, ໃຫ້ຮູ້ວ່າ: ຜະລິດເຂົ້າເໝົ້າແມ່ນບໍ່ຍາກປານໃດ, ແຕ່ຕ້ອງຮູ້ວິທີເຮັດຢ່າງລະອຽດ, ເຂົ້າເໝົ້າຈຶ່ງຫອມ, ແຊບ. ແຕ່ລະມື້ຄອບຄົວຂ້າພະເຈົ້າຜະລິດເຂົ້າເໝົ້າໄດ້ 40-60 ກິໂລກຼາມ. ຍ້ອນມີອາຊີບນີ້, ຊີວິດຂອງຄອບຄົວປ້າຈຶ່ງດີພໍສົມຄວນ.
“ຂ້າພະເຈົ້າເຮັດອາຊີບນີ້ນັບແຕ່ອາຍຸ 17-18 ປີມາຮອດປະຈຸບັນ. ແຕ່ລະມື້ຜະລິດເຂົ້າເໝົ້າໄດ້ 40-60 ກິໂລກຼາມ, ບາງເທື່ອແມ່ນຜະລິດໄດ້ 60-80 ກິໂລກຼາມ/ວັນ. ໃນເມື່ອກ່ອນສ່ວນຫຼາຍແມ່ນຜະລິດໃນໂອກາດງານບຸນ Okombok, ແຕ່ປະຈຸບັນແມ່ນຜະລິດຕະຫຼອດປີ, ຍາມໃດກໍ່ມີລູກຄ້າມາຊື້ເພື່ອຂາຍໃນຊອກຈັງ, ວິ້ງລອງ, ນະຄອນໂຮ່ຈີມິນ “.
ເຂົ້າເໝົ້າບາຊໍຈ່າວິງ
(ພາບອິນເຕີແນດ)
ອາຊີບຜະລິດເຂົ້າເໝົ້າລຳບາກຫຼາຍ, ຕ້ອງນອນເດິກ, ຕື່ນເຊົ້າ, ແລະ ໃຊ້ເຫື່ອແຮງຫຼາຍ, ເຂົ້າເໝົ້າຈຶ່ງຫອມ ແລະ ແຊບ. ຄິດສະເລ່ຍໜ່ວຍໜຶ່ງລວມມີ 4 ຄົນ, ເຮັດວຽກໃນເວລາ 8-9 ຊົ່ວໂມງ/ວັນ, ສາມາດຜະລິດເຂົ້າເໝົ້າໄດ້ 60-80 ກິໂລກຼາມ. ດ້ວຍລາຄາ 360.000-380.000 ດົ່ງ/20 ກິໂລກຼາມ. ພາຍຫຼັງລົບຄ່າໃຊ້ຈ່າຍທັງໝົດແລ້ວ, ລາຍຮັບຂອງແຕ່ລະຄົນບັນລຸພຽງກວ່າ 150.000 ດົ່ງ/ວັນເທົ່ານັ້ນ. ເຖິງວ່າລຳບາກ, ແຕ່ຍ້ອນສົ້ນອອກເປັນປົກກະຕິ, ດັ່ງນັ້ນໝູ່ບ້ານອາຊີບບາຊໍ ໄດ້ມີນັບສິບຄອບຄົວທີ່ມີ 3-4 ເຊັ່ນຄົນເຮັດອາຊີບນີ້. ທ່ານ ແທກມຽນ, ເຮັດອາຊີບຜະລິດເຂົ້າເໝົ້າມາເປັນເວລາເກືອບ 30 ປີແລ້ວ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າເລີ່ມເຮັດວຽກແຕ່ເວລາ 24 ໂມງມື້ນີ້ເຖິງ 8 ໂມງເຊົ້າມື້ຕໍ່ມາ, ມີວຽກເຮັດງານທຳເປັນປົກກະຕິບໍ່ຕ້ອງໄປເຮັດວຽກຢູ່ບ່ອນອື່ນ. ຂ້າພະເຈົ້າຜະລິດເຂົ້າເໝົ້າມາເປັນເວລາຫຼາຍສິບປີແລ້ວ, ດັ່ງນັ້ນກໍ່ລຶ້ງເຄີຍບໍ່ຮູ້ອິດບໍ່ຮູ້ເມື່ອຍອີກ“.
ການຜະລິດເຂົ້າເໝົ້າບາຊໍ
(ພາບອິນເຕີແນດ)
ກ່ອນນີ້ສິບກວ່າປີ, ທັງຕາແສງຍິເຈື່ອງ, ເມືອງເດົ່າງາງ ມີພຽງ 20 ກວ່າຄອບຄົວເຮັດອາຊີບນີ້ເທົ່ານັ້ນ, ສ່ວນຫຼາຍແມ່ນຮັບໃຊ້ຄວາມຕ້ອງການຂອງປະຊາຊົນໃນແຂວງ. ແຕ່ປະຈຸບັນ, ໃນໝູ່ບ້ານອາຊີບຫັດຖະກຳນີ້ມີນັບຮ້ອຍຄອບຄົວຫັນມາຜະລິດເຂົ້າເໝົ້າຕາມລະດູການ ແລະ ມີເກືອບ 50 ຄອບຄົວຜະລິດເຂົ້າເໝົ້າຕະຫຼອດປີ. ໃນນັ້ນສ່ວນຫຼາຍແມ່ນເຕົ້າໂຮມຢູ່ບ້ານບາຊໍ ແລະ ບ້ານຕົ້ວ.
ເພື່ອແນໃສ່ຊ່ວຍໝູ່ບ້ານເປັນເຈົ້າການກວ່າອີກໃນຂອດວັດຖຸດິບ ແລະ ຜະລິດຕະພັນເຂົ້າເໝົ້າ, ທ້ອງຖີ່ນພວມຜັນຂະຫຍາຍການວາງແຜນກຳນົດເຂດປູກເຂົ້າໜຽວ ແລະ ຂົນຂວາຍບັນດາຄອບຄົວຜະລິດເຂົ້າເໝົ້າເຂົ້າຮ່ວມສະຫະກອນ ແລະ ຈົດທະບຽນສ້າງເຄື່ອງໝາຍການຄ້າ “ເຂົ້າເໝົ້າບາຊໍ“. ທ່ານ ແທກງອກງງີ, ຮອງປະທານຄະນະກຳມະການປະຊາຊົນຕາແສງຍີ້ເຈື່ອງ, ໃຫ້ຮູ້ວ່າ:
“ໝູ່ບ້ານຜະລິດເຂົ້າເໝົ້າບາຊໍພວມພັດທະນາດີທີ່ສຸດ, ແຕ່ຍ້ອນບໍ່ທັນມີເຄື່ອງໝາຍການຄ້າ, ບໍ່ທັນໂຄສະນາຢ່າງກວ້າງຂວາງ, ດັ່ງນັ້ນປະຈຸບັນແຂວງ ແລະ ທ້ອງຖີ່ນພວມມີແຜນນະໂຍບາຍສ້າງເຄື່ອງໝາຍການຄ້າ, ເພື່ອເຮັດໃຫ້ຫຼາຍຄົນຮູ້ຈັກເຖິງຜະລິດຕະພັນຂອງຕົນ, ນອກນັ້ນພວກຂ້າພະເຈົ້າກໍ່ຖ່າຍທອດວິທະຍາສາດ, ເຕັກໂນໂລຢີ ກໍ່ຄືເອົາໃຈໃສ່ກວ່າອີກເຖິງລະບອບນະໂຍບາຍທີ່ມີຕໍ່ໝູ່ບ້ານອາຊີບອີກ“.
ກ່ອນນີ້ເຂົ້າເໝົ້າແມ່ນຜະລິດຕະພັນເພື່ອຖະຫວາຍບູຊາສະແດງຄວາມຮູ້ບຸນຄຸນຕໍ່ເທວະດາພະຈັນ, ຕາມປະເພນີຂອງຊາວເຜົ່າຂະແມ, ແຕ່ປະຈຸບັນເຂົ້າເໝົ້າໄດ້ຮັບຖືວ່າແມ່ນຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງຈ່າວິງ. ດ້ວຍຄວາມເອົາໃຈໃສ່, ໜູນຊ່ວຍກ່ຽວກັບນະໂຍບາຍ, ເຕັກນິກ, ສົ້ນອອກຜະລິດຕະພັນຂອງອຳນາດການປົກຄອງທ້ອງຖີ່ນ ແລະ ຍ້ອນມີບັນດາຜູ້ທີ່ໄດ້ຕິດພັນກັບອາຊີບທີ່ເປັນມູນເຊື້ອນີ້. ເຂົ້າເໝົ້າຈ່າວິງນັບມື້ນັບມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມຈາກປະຊາຊົນເປັນຈຳນວນ ຫຼວງຫຼາຍ.