ການຫໍ່ເຂົ້າຕົ້ມເພື່ອກະກຽມຕ້ອນຮັບບຸນເຕັດ
|
ໂດຍຖືກຕັ້ງຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍປະມານ 20 ກິໂລແມດ, ຕາແສງ ຢວຽນຮ່າ ເມືອງ ແທງຈີ ແມ່ນແຫ່ງມີໝູ່ບ້ານປະກອບອາຊີບຫໍ່ເຂົ້າຕົ້ມ ແຈງຂຸກ ທີ່ມີຊື່ສຽງ. ໃນຊຸມມື້ນີ້, ບັນຍາກາດລະດູບານໃໝ່ໄດ້ປົກຄຸມໄປທົ່ວໝູ່ບ້ານ. ທຸກໆຄົນໃນບ້ານຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດເດັກນ້ອຍ, ໃຜໆກໍຂ້ອງຄ່າກັບວຽກງານລ້າງໃບຕອງຈິງ, ເຊິເຂົ້າໜຽວ, ໜຶ້ງຖົ່ວຂຽວ, ຂ້າໝູ ເພື່ອຫໍ່ເຂົ້າຕົ້ມຮັບໃຊ້ປະຊາຊົນເມື່ອບຸນເຕັດວຽນມາ. ທ່ານ ຫງວຽນຢີທັ້ງ ເຈົ້າຂອງຮ້ານຂາຍເຂົ້າຕົ້ມ ຈາງທັ້ງ ໃຫ້ຮູ້ວ່າ :
“ ເພື່ອຫໍ່ເຂົ້າຕົ້ມໃຫ້ແຊບ, ພວກເຮົາຕ້ອງກະກຽມຫຼາຍຢ່າງ, ກ່ອນອື່ນໝົດແມ່ນຖົ່ວຂຽວ, ເຂົ້າໜຽວ, ຊີ້ນໝູ, ໃບຕອງຈິງ. ເຂົ້າໜຽວແມ່ນຕ້ອງເລືອກເອົາຊະນິດຫອມຄືເຂົ້າໜຽວ ຫາຍເຫົ້າ, ຖົ່ວຂຽວກໍຕ້ອງເລືອກແນວດີ, ສຳລັບຊີ້ນໝູແມ່ນຕ້ອງເລືອກເອົາຊະນິດ 3 ຊັ້ນ. ສ່ວນໃບຕອງຈິງແມ່ນຕ້ອງເລືອກເອົາຊະນິດໃບໃຫຍ່ ”
ການລ້າງໃບຕອງຈິງແມ່ນຕ້ອງເຮັດກ່ອນໝູ່ເມື່ອຫໍ່ເຂົ້າຕົ້ມ
|
ເຂົ້າຕົ້ນ ແຈງຂຸກ ຍາມໃດກໍເປັນເຍື່ອງອາຫານທີ່ໄດ້ຮັບຄວາມນິຍົມບໍລິໂພກ ຍ້ອນກິນຫອມ ແລະ ສີງາມຂອງມັນ. ເມື່ອຫໍ່ເຂົ້າຕົ້ມ, ຊາວບ້ານແຈງຂຸກ ຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດເດັກນ້ອຍ, ກໍລ້ວນແຕ່ບໍ່ຕ້ອງໃຊ້ເບົ້າຫໍ່, ແຕ່ກໍສາມາດຫໍ່ ເຂົ້າຕົ້ມມີຮູບສີ່ລຽມທີ່ງາມຕາ. ປ້າ ຕ້ວຽນ ຜູ້ປະກອບອາຊີບຫໍ່ເຂົ້າຕົ້ມໄດ້ 30 ປີແລ້ວໃຫ້ຮູ້ວ່າ :
“ ໃນມື້ທຳມະດາ, ຂ້າພະເຈົ້າຫໍ່ເຂົ້າຕົ້ມພຽງ 200-300 ຫໍ່ເທົ່ານັ້ນ, ແຕ່ໃນຊຸມມື້ບຸນເຕັດ ແມ່ນຂຶ້ນເຖິງກ່ວາ 1000 ຫໍ່. ຂ້າພະເຈົ້າ ເຄີຍລ້າງໃບຕອງຈິງແຕ່ເດືອນກ່ອນ ເພື່ອຮອດເວລາມໍ່ກັບບຸນເຕັດ ມີແຕ່ນັ່ງຫໍ່ເທົ່ານັ້ນ. ຍາມບຸນເຕັດ, ມີບາງມື້, ຂ້າພະເຈົ້າກໍຫໍ່ເຂົ້າຕົ້ມຕະຫຼອດຄືນເລີຍ ”
ພາຍຫຼັງຫໍ່ເຂົ້າຕົ້ມແລ້ວ, ກໍນຳໄປຕົ້ມເປັນເວລາ 8-10 ຊົ່ວໂມງ. ປະຈຸບັນ, ຮູບພາບເຕົາໄຟພ້ອມກັບໝໍ້ເຂົ້າຕົ້ມທີ່ສົ່ງກິນຫອມໄປທົ່ວບ້ານແຈງຂຸກໄດ້ຄ່ອຍຖືກສູນຫາຍໄປແລ້ວ, ມັນຖືກທົດແທນດ້ວຍໝໍ້ໄຟຟ້າແບບທັນສະໄໝ ທີ່ສາມາດຕົ້ມໄດ້ຫຼາຍຫໍ່ ແລະ ໃຫ້ເຂົ້າຕົ້ນສຸກສະເໝີ. ເມື່ອຕົ້ມແລ້ວໆ, ກໍຢາຟ້າວເອົາເຂົ້າຕົ້ມອອກຈາກໝໍ້ໃນທັນທີ, ຕ້ອງປ່ອຍນ້ຳຟົດອອກຈາກໝໍ້ເສຍກ່ອນ, ແລ້ວອັດຝາໝໍ້ປະມານ 1-2 ຊົ່ວໂມງ ເພື່ອເປັນວິທີຮັກສາສີຂຽວງາມໃຫ້ເຂົ້າຕົ້ມ.
ໃນຊຸມປີມໍ່ໆມານີ້,ເຄື່ອງໝາຍການຄ້າເຂົ້າຕົ້ມ ແຈງຂຸກ ໄດ້ກວມກ່ວາເຄິ່ງໜຶ່ງໃນທ້ອງຕະຫຼາດຮ່າໂນ້ຍ ແລະ ກາຍເປັນອາຫານໄດ້ຮັບຄວາມນິຍົມບໍລິໂພກ ຈາກແຂກຄົນທັງຢູ່ໃກ້ ແລະ ໄກ. ທ່ານ ຫງວຽນຢີທັ້ງ ເຈົ້າຂອງຮ້ານຂາຍເຂົ້າຕົ້ມ ຈາງທັ້ງ ເລົ່າສູ່ຟັງວ່າ :
“ໃນຊຸມປີມໍ່ໆມານີ້, ໄດ້ເລີ່ມມີຊາວຫວຽດນາມອາໄສຢູ່ຕ່າງປະເທດ, ແຂກຕ່າງປະເທດຄື ຝະລັ່ງ, ອາເມລິກາ ມາສັ່ງຊື້ ເຂົ້າຕົ້ມ. ລະຫວ່າງບັນດາບໍລິສັດທ່ອງທ່ຽວ ແລະ ໝູ່ບ້ານອາຊີບ ກໍມີການຮ່ວມສຳພັນນຳກັນ, ທັງພາແຂກມາທ່ຽວໝູ່ບ້ານ, ທັງຊ່ວຍເຂົາເຈົ້າມີໂອກາດສັ່ງຊື້ ເຂົ້າຕົ້ມເມື່ອຕ້ອນຄອບຄົວ ”
ສ່ວນລຸງ ຫງວຽນວັນແວວ ຜູ້ປະກອບອາຊີບຫໍ່ເຂົ້າຕົ້ມໄດ້ 40 ປີແລ້ວເປີດເຜີຍວ່າ :
“ ສະເພາະໝູ່ບ້ານແຈງຂຸກ, ຂ້າພະເຈົ້າເຊື່ອໝັ້ນວ່າ ຈະຮັກສາ ແລະ ຂະຫຍາຍອາຊີບນີ້ໃຫ້ນັບມື້ນັບດີກ່ວາເກົ່າ. ນີ້ແມ່ນອາຊີບທີ່ປູຍ່າຕາຍາຍປະໄວ້ໃຫ້. ຊາວບ້ານທຸກໆຄົນຕ່າງກໍມີຄວາມເອກອ້າງທະນົງໃຈຕໍ່ອາຊີບທີ່ມີມາແຕ່ດົນນານນີ້ ” .