ເມື່ອເວົ້າເຖິງເຍື່ອງອາຫານເຂົ້າປຸ່ນໜໍ່ໄມ້ປາມຶກນັ້ນ, ເບິ່ງຄືວ່າ ມີຫຼາຍຄົນແມ່ນຍັງບໍ່ທັນໄດ້ຊິມເທື່ອ, ແຕ່ຖ້າຫາກຜູ້ໃດໄດ້ກິນເທື່ອໜຶ່ງແລ້ວ ແນ່ນອນວ່າຈະມັກທີ່ສຸດ ແລະ ຍາກທີ່ຈະຫຼົງລືມໄດ້ ເພາະອາຫານເຍື່ອງນີ້ຖືກປຸງແຕ່ງຢ່າງລະອຽດ ແລະ ວັດຖຸດິບທີ່ປະສົມເຂົ້າກັນນັ້ນ ກໍມີຄວາມແຕກຕ່າງກັບອາຫານເຍື່ອງອື່ນໆ.
ເຂົ້າປຸ່ນໜໍ່ໄມ້ປາມຶກ
|
ໃນຕອນທ່ຽງຂອງມື້ໜຶ່ງຕົ້ນລະດູຮ້ອນ, ຕູ້ພ້ອມກັບແຟນພາກັນໄປຮ້ານ “ ແຊ່ງ ” ຕັ້ງຢູ່ຖະໜົນມາຍຮັກເດ້, ຮ່າໂນ້ຍ. ຮ້ານ “ ແຊ່ງ ” ແມ່ນຮ້ານທຳອິດ ຂາຍເຍື່ອງອາຫານເຂົ້າປຸ່ນໜໍ່ໄມ້ປາມຶກໃນບໍລິເວນະຄອນຮ່າໂນ້ຍ. ເຍື່ອງອາຫານນີ້ເຄີຍແມ່ນອາຫານພິເສດຂອງໝູ່ບ້ານບາດຈາງ, ເມືອງຢາເລີມ ຫ່າງຈາກໃຈກາງຮ່າໂນ້ຍປະມານ 15 ກມ. ເພື່ອນຕູ້ເວົ້າວ່າ :
“ ວັດຖຸດິບຕົ້ນຕໍເພື່ອປຸງແຕ່ງ ອາຫານເຍື່ອງນີ້ ແມ່ນອາຫານທະເລ, ແຕ່ເມື່ອກິນພັດມີລົດຫອມທີ່ສຸດ ແລະ ບໍ່ຄາວແຕ່ຢ່າງໃດ. ເຍື່ອງອາຫານນີ້ຖືກປຸງແຕ່ງຜ່ານຫຼາຍຂັ້ນຕອນ ແລະ ຜ່ານນີ້ຈຶ່ງຈະຮູ້ຈັກເຖິງຄວາມຄ່ອງແຄ້ວ ແລະ ເຮັດລະອຽດຈາກພໍໍ່ຄົວ ແມ່ຄົວ. ຂ້າພະເຈົ້າໄດ້ກິນ ເຍື່ອງອາຫານນີ້ໃນເມື່ອໄປຢ້ຽມຢາມໝູ່ບ້ານບາດຈາງ ແລະ ນັບແຕ່ນັ້ນເປັນຕົ້ນມາ ກໍຕິດເຍື່ອງອາຫານ ນີ້ເລີຍ ”
ນອກຈາກເຍື່ອງອາຫານເຂົ້າປຸ່ນໜໍ່ໄມ້ປາມຶກແລ້ວ, ຮ້ານ “ ແຊ່ງ ”ຍັງມີອາຫານຫຼາຍເຍື່ອງອື່ນໆ, ແຕ່ແຂກມາກິນຢູ່ຮ້ານສ່ວນຫຼາຍ ມັກກິນເຂົ້າປຸ່ນໜໍ່ໄມ້ປາມຶກ. ນາງເຕີມ ເຈົ້າຂອງຮ້ານ “ ແຊ່ງ ” ເປັນຜູ້ທີ່ມີສະເໜ່, ຈົ່ງຜົມຍາວຮອດບ່າ, ມີສຽງເວົ້າອ່ອນຫວານ, ເມື່ອມີແຂກມາກິນໃນຮ້ານ ລາວກໍຕ້ວນແຕ່ແນະນຳ ແລະ ໃຫ້ຄຳປຶກສາກ່ຽວກັບດ້ານອາຫານການກິນໃນຮ້ານ.
“ ກິນເຂົ້າປຸ່ນໜໍ່ໄມ້ປາມຶກແມ້! ແຊບໄດ໋, ແຂກມາກິນໃນຮ້ານຂ້ອຍ ໃຜໆກໍຍ້ອງວ່າ ແຊບ ”
ນາງເຕີມແມ່ນລູກໄພ້ຂອງໝູ່ບ້ານບາດຈາງ, ດັ່ງນັ້ນ ເຂົ້າປຸ່ນໜໍ່ໄມ້ປາມຶກແມ່ນເຍື່ອງອາຫານທີ່ລື້ງເຄີຍທີ່ສຸດ. ໂດຍແມ່ນຜູ້ມີຄວາມເມົາມົວກັບການປຸງແຕ່ງອາຫານ, ດັ່ງນັ້ນແມ່ນເຊົ່າເຮັດວຽກຢູ່ສຳນັກງານແຫ່ງລັດ ນັບແຕ່ເວລາກ່ອນນີ້ 2 ປີ, ນາງໄດ້ຄິດເຖິງວິທີຫາເງິນ ໂດຍເລືອກເອົາອາຫານເຍື່ອງນີ້ມາແນະນຳກັບແຂກຢູ່ຮ່າໂນ້ຍ. ນາງເຕີມໄດ້ເປີດເຜີຍເຄັດລັບກ່ຽວກັບວິທີເລືອກເອົາວັດຖຸດິບເພື່ອປຸງແຕ່ງເຂົ້າປຸ່ນໜໍ່ໄມ້ປາມຶກວ່າ :
“ ສຳລັບໜໍ່ໄມ້ ກໍຕ້ອງເລືອກເອົາແນວບ່າງໆ. ສຳລັບປາມືກ ແມ່ນເລືອກເອົາໂຕໃຫຍ່ຊ່ຳ 3 ນີ້ວມື. ທຳອິດຕ້ອງໝ່າໜໍໄມ້ເປັນເວລາ ຄືນໜຶ່ງ ແລ້ວນຳໄປຕົ້ມ ເມື່ອສຸກແລ້ວກໍແຈກເປັນເສັ້ນນ້ອຍ, ເມື່ອຈີກແລ້ວ ກໍນຳໄປຕົ້ມອີກເທື່ອໜຶ່ງເພື່ອໃຫ້ສີແດງຫາຍໄປ. ສ່ວນປາມຶກ ແມ່ນເອົາແຕ່ໂຕຂອງມັນ, ນຳໄປປີ້ງຈົນມີກິນຫອມ, ແລ້ວກໍຕັດເປັນເສັ້ນນ້ອຍ ”
ນອກຈາກໜໍ່ໄມ້, ປາມຶກແລ້ວ, ກໍຕ້ອງມີຊີ້ນໝູ, ໄຂ່ນົກກະທາກິນນຳອີກ.
“ ເອົາເຂົ້າປຸ່ນໜໍ່ໄມ້ປາມຶກ 2 ຖ້ວຍແດ່ເດີ ”
ນາງເຕີມທັງກະກຽມເຂົ້າປຸ່ນໃຫ້ແຂກ ທັງແນະນຳກ່ຽວກັບວິທີປຸງແຕ່ງວັດຖຸດິບວ່າ :
“ ເມື່ອໜໍ່ໄມ້ຖືກຈີກເປັນເສັ້ນນ້ອຍ ແລະ ປາມຶກຖືກຕັດເປັນເສັ້ນນ້ອຍແລ້ວ ກໍຕ້ອງນຳໄປຂົ້ວ. ໜໍ່ໄມ້ ແລະ ຊີ້ນໝູຕ້ອງຂົ້ວພ້ອມກັບເກືອ. ສ່ວນປາມືກແມ່ນຂົ້ວກັບຫົວຜັກຫອມບົວແຫ້ງ , ເອົາເກືອໃສ່ຕື່ມ. ສຳລັບນ້ຳເຂົ້າປຸ້ນ ແມ່ນຕ້ອງຕົ້ມກະດູກໝູ, ໄກ່ ແລະ ກຸ້ງແຫ້ງໜ້ອຍໜຶ່ງ. ພິເສດເມື່ອປຸງແຕ່ງເຂົ້າປຸ່ນໜໍ່ໄມ້ປາມຶກ, ຂ້າພະເຈົ້າບໍ່ໃຊ້ແປ້ງນົວຈັກໜ້ອຍ. ລົດຫວານຂອງນ້ຳເຂົ້າປຸ້ນນັ້ນ ແມ່ນໄດ້ມາຈາກການຕົ້ມກະດູກໝູ ແລະ ກຸ້ງແຫ້ງ”
ຕາມເພື່ອນຕູ້ແລ້ວ, ສິ່ງທີ່ພິເສດເມື່ອກິນເຂົ້າປຸ້ນ ນັ້ນແມ່ນນ້ຳເຂົ້າປຸ້ນ, ມັນມີລົດຫວານ ແລະ ຫອມ, ບໍ່ຄາວແຕ່ຢ່າງໃດ. ເມື່ອເບິ່ງຖ້ວຍເຂົ້າປຸ່ນໜໍ່ໄມ້ປາມຶກນັ້ນ ແມ່ນເຫັນມີສີເຫຼືອງອ່ອນ, ນ້ຳເຂົ້າປຸ້ນໃສປະສົມກັບນ້ຳມັນເລກນ້ອຍ ສົ່ງກິນຫອມໄປທົ່ວຮ້ານ. ເພື່ອນຕູ້ເວົ້າວ່າ :
“ ຍາມຕອນທ່ຽງ, ເມື່ອມີແດດຮ້ອນ, ຖ້າຫາກໄດ້ກິນ ເຂົ້າປຸ່ນໜໍ່ໄມ້ປາມຶກຖ້ວຍໜຶຶ່ງ ກໍເປັນໜ້າດູດດື່ມທີ່ສຸດ. ຍ້ອນເຫດນີ້, ພວກຂ້າພະເຈົ້າຈຶ່ງຜ່ານໄລຍະທາງ 5 ກມ ໃຕ້ແສງແດດຮ້ອນເອົົ້າເພື່ອມາກິນເຂົ້າປຸ່ນຢູ່ຮ້ານນີ້ ”
ດ້ວຍລາຄາ 35.000 ດົງ (ປະມານ 14.000 ກີບ)ຕໍ່ຖ້ວຍ ພວກເພື່ອນສາມາດຊິມລົດຊາດພິເສດຂອງເຍື່ອງອາຫານ ເຂົ້າປຸ່ນໜໍ່ໄມ້ປາມຶກ. ຖ້າຫາກພວກເພື່ອນບໍ່ມີໂອກາດໄປກິນຢູ່ຮ້ານ, ພວກເພື່ອນສາມາດປຸງແຕ່ງຢູ່ເຮືອນກໍໄດ້ໂດຍ ກະກຽມວັດຖຸດິບດັ່ງນີ້:
- ໜໍ່ໄມ້ແຫ້ງ : 100 ກຣາມ
- ປາມືກແຫ້ງ : 100 ກຣາມ
- ຊີ້ນໝູ: 150 ກຣາມ
- ເຂົ້າປຸ້ນ : 1 ກິໂລຣາມ
- ນ້ຳເຂົ້າປຸ່ນ 2 ລິດ ໂດຍຕົ້ມກະດູກໝູ, ໄກ່, ກຸ້ງແຫ້ງ ພ້ອມກັບເກືອ, ຫົວຜັກຫອມແຫ້ງ, ຜັກຫອມບົວສົດ, ນ້ຳປາ, ນ້ຳມັນພືດ.
- ວິທີປຸງແຕ່ງ :
ສຳລັບຂັ້ນຕອນກະກຽມວັດຖຸດິບ ພວກເຮົາໄດ້ແນະນຳມາຂ້າງເທິ່ງແລ້ວ, ມີແຕ່ກ່ອນທີ່ຈະກິນເຂົ້າປຸ້ນ, ບັນດາເພື່ອນຄວນເອົາເຂົ້າປຸ້ນຈຸ່ມຜ່ານນ້ຳຟົດບຶດດຽວ , ແລ້ວເອົາໃສ່ຖ້ວຍ, ຖັດມາກໍເອົາວັດຖຸດິບທີ່ໄດ້ປຸງແຕ່ງມາແລ້ວໃສ່ເທິ່ງເຂົ້າປຸ້ນ, ສຸດທ້າຍກໍຕັກເອົານ້ຳເຂົ້າປຸ້ນໃສ່ຖ້ວຍ. ຫວັງວ່າພວກເພື່ອນຈະເຮັດກິນແຊບ.