ນ້ຳຫວານແມ່ນເຍື່ອງອາຫານທີ່ໄດ້ຮັບຄວາມນິຍົມທີ່ສຸດຢູ່ຫວຽດນາມ. ເມື່ອເວົ້າເຖິງນ້ຳຫວານທຸກຄົນກໍ່ຄິດໄດ້ທັນທີບັນດາເຍື່ອງອາຫານຄື: ນ້ຳຫວານໝາກຖົ່ວດຳ, ຖົ່ວຂຽວ….. ແຕ່ວ່າມີຂອງຫວານຊະນິດໜຶ່ງພັດມີລົດຊາດ ແລະ ວິທີປຸງແຕ່ງແຕກຕ່າງກັນກັບປະເພດນ້ຳຫວານທີ່ກ່າວມາຂ້າງເທິງ ນັ້ນແມ່ນເຂົ້າໝົມໝາກຖົ່ວຂຽວ.
ເຂົ້າໜົມໝາກຖົ່ວຂຽວ-ເຍື່ອງອາຫານທີ່ເປັນຢາເຢັນ
|
ດຍນອນໃນຄຸ້ມເລເລີ້ຍ, ແຂວງຮ່ານາມ ຮ້ານນ້ຳຫວານຂອງ ນາງ ຫງວຽນທິຢຸງ ໄດ້ເປັນທີ່ຮູ້ຈັກຂອງຫຼາຍຄົນດ້ວຍບັນດາເຍື່ອງອາຫານນ້ຳຫວານທີ່ໄດ້ປຸງແຕ່ງມາແຕ່ດົນນານຂອງຫວຽດນາມ. ແຕ່ເຖິງຢ່າງໃດກໍ່ຕາມ, ຂອງຫວານທີ່ແຊບ ແລະ ມີຊື່ສຽງຂອງຮ້ານແມ່ນເຂົ້າໝົມໝາກຖົ່ວຂຽວ. ນາງຢຸງ ເປີດຮ້ານແຕ່ເວລາ 8 ໂມງເຊົ້າ ຮອດ 5 ໂມງແລງ, ບັນດາຊຸມມື້ທີ່ມີແດດອອກ ຮ້ານຂອງນາງຢຸງກໍ່ເຕັມໄປດ້ວຍແຂກທີ່ມາກິນນ້ຳຫວານ ທ່ຽວເຂົ້າ-ທຽ່ວອອກຢູ່ບໍ່ເຊົາ. ແຂກທີ່ມາຮ້ານນາງຢຸງສ່ວນຫຼາຍແມ່ນຈະຊື້ໃສ່ຖົງກັບເມືອກິນຢູ່ບ້ານ, ເພາະວ່າຮ້ານຂອງນາງມີເນື້ອທີ່ພຽງແຕ່ 15,2 ຕາແມັດເທົ່ານັ້ນ ບໍ່ມີບ່ອນນັ່ງຫຼາຍ. ຢູ່ໃນຮ້ານນາງໄດ້ຈັດໂຕະໃສ່ 2 ໜ່ວຍພ້ອມກັບຕັ່ງຢາງຈຳນວນໜຶ່ງ ເພື່ອຮັບໃຊ້ໃຫ້ແຂກໄດ້ຮັບປະທານຢູ່ກັບຮ້ານ. ຢູ່ນອກຮ້ານແມ່ນໄດ້ຈັດຕູ້ແກ້ວສອງຊັ້ນໃສ່, ຊັ້ນລຸ່ມແມ່ນໃຊ້ເປັນບ່ອນວາງຖ້ວຍແກ້ວທີ່ບັນຈຸປະເພດວັດສະດຸທີ່ໄດ້ຮັບການປຸງແຕ່ງສຳເລັດແລ້ວ ປະມານສິບປາຍຖ້ວຍຄື: ໝາກຖົ່ວຂຽວ, ໝາກຖົ່ວດຳ, ເຜືອກ,…….ສ່ວນຕູ້ຊັ້ນເທິງແມ່ນເປັນບ່ອນເອົາໄວ້ໃສ່ເຂົ້າໝົມໝາກຖົ່ວຂຽວ ແລະ ໝາກງາ. ແຕ່ລະມື້ຮ້ານຂາຍນ້ຳຫວານຂອງນາງຢຸງ ຂາຍເຂົ້າໜົມໝາກຖົ່ວຂຽວໄດ້ເກືອບໜຶ່ງຮ້ອຍຈານ.
“ເພື່ອໃຫ້ໄດ້ເຂົ້າໜົມທີ່ມີລົດຊາດແຊບ, ຫວານຫອມນັ້ນ, ຕ້ອງເລືອກເອົາໝາກຖົ່ວຂຽວທີ່ມີສີຂຽວອ່ອນໃນເຫຼືອງ,, ໝາກຖົ່ວຂຽວຊະນິດນີ້ເມື່ອເວລາປຸງແຕ່ງມັນຈະຜົງ ແລະ ແຊບດີ. ສ່ວນນ້ຳຕານແມ່ນຕ້ອງເລືອກເອົາຊະນິດທີ່ບໍ່ມີສີເຂັ້ມເກີນໄປ, ຖ້າບໍ່ດັ່ງນັ້ນຈະເຮັດໃຫ້ຈານເຂົ້າໜົມໝົດຄວາມສວຍງາມ, ໝາກງາກໍ່ຕ້ອງແມ່ນຊະນິດທີ່ຂາວ ແລະ ແຫ້ງດີ.”
ເມື່ອຕາມນາງຢຸງເຂົ້າໄປໃນເຮືອນຄົວທີ່ມີເນື້ອທີ່ກ້ວາງປະມານ 4,2 ແມັດນັ້ນ, ຢູ່ທາງຫຼັງຂອງຮ້ານ ນາງຢຸງໄດ້ມ່າໝາກຖົ່ວຂຽວສອງສາມຊາມ, ແຕ່ລະຊາມບັນຈຸປະມານ 5 ກິໂລກຼາມ, ແລະ ຢູ່ແຈເບື້ອງນັ້ນແມ່ນບ່ອນປຸງແຕ່ງມີໝໍ້ຕົ້ມໝາກຖົ່ວ 2 ໜ່ວຍກຳລັງຄ້າງຢູ່ເທິງເຕົາໄຟ.
“ໝາກຖົ່ວຂຽວຖ້າຢາກໃຫ້ໄດ້ໄວແມ່ນພວກເຮົາສາມາດມ່າໃສ່ນ້ຳອຸ່ນກໍ່ໄດ້ ຖ້າບໍ່ຕ້ອງການໄວແມ່ນມ່າໃສ່ນ້ຳເຢັນທຳມະດາປະມານ 3-4 ຊົ່ວໂມງ ເປືອກນອກຂອງໝາກຖົ່ວກໍ່ຈະອອກ. ຫຼັງຈາກນັ້ນກໍ່ຖອກໝາກຖົ່ວໃສ່ກະຕ່າປະໄວ້ປະມານ ຊາວນາທີ ເພື່ອໃຫ້ນ້ຳແຫ້ງເສຍກ່ອນ ແລ້ວຈຶ່ງນຳເອົາໝາກຖົ່ວນັ້ນໄປໃສ່ຮວດແລ້ວກໍ່ໜຶ້ງ ”
“ເພື່ອໃຫ້ໄດ້ໝໍ້ໜຶ້ງໝາກຖົ່ວທີ່ຜົງ ແລະ ຫອມນັ້ນ ຄວນໃສ່ໃຈເມື່ອເວລາໜຶ້ງ ຕ້ອງຮັກສາລະດັບໄຟໃຫ້ສະໝ່ຳສະເໝີ, ບໍ່ຄວນເຮັດໄຟແຮງ ແລະ ຄ່ອຍເກີນໄປ ຈຶ່ງຈະເຮັດໃຫ້ໝາກຖົ່ວຜົງສະໝ່ຳສະເໝີກັນ, ເມື່ອເວລາຮັບປະທານຈຶ່ງຮູ້ສຶກນຽນ, ນຸ້ມ. ພາຍຫຼັງທີ່ຕຳໝາກຖົ່ວແຫຼກແລ້ວ ກໍ່ເອົາມາປັ້ນໃຫ້ເປັນແຕ່ລະປັ້ນ, ໃຊ້ມີດປາດອອກເປັນປ່ຽງບາງ. ໝາກງານຳເອົາໄປຂົ້ວເຮັດໄຟອ່ອນຈົນຮອດເວລາທີ່ມີກິ່ນຫອມ ແລະ ມີສີເຫຼືອງສົດໃສອອກມາຈຶ່ງໄດ້. ”
ຂັ້ນຕອນຝ່ານ້ຳ ແລະ ນ້ຳຕານກໍ່ສຳຄັນທີ່ສຸດ. ຕາມສູດທີ່ແມ່, ປ້າໄດ້ຖ່າຍຖອດໃຫ້ນັ້ນ, ຕາມທຳມະດາແລ້ວ ໝາກຖົ່ວຂຽວ 1 ກິໂລກຼາມ ຈະປະສົມກັບນ້ຳເຄິ່ງລິດ ແລະ ນ້ຳຕານ 7-8 ຂີດ. ຖ້າຢາກໃຫ້ນ້ຳຕານຊຶມເຂົ້າໝາກຖົ່ວຢ່າງສະໝ່ຳສະເໝີ ແມ່ນຕ້ອງເອົານ້ຳຕານໃສ່ກັບນ້ຳແລ້ວເອົາໄປຕົ້ມກ່ອນ, ເອົາເກືອໃສ່ໜ້ອຍໜຶ່ງ ຫຼັງຈາກນັ້ນຈຶ່ງເອົາມາຖອກໃສ່ໝາກຖົ່ວ ໃນໝໍ້.
“ໝໍ້ຕົ້ມໝາກຖົ່ວທີ່ເຮັດໄຟອ່ອນໆຕົ້ມພ້ອມກັບນ້ຳຕານ, ເອົານ້ຳມັນດອກໝາກກ້ຽງໃຫຍ່ໃສ່ໜ້ອຍໜຶ່ງຄົນໃຫ້ທົ່ວ ເມື່ອປະສົມກັບໝາກຖົ່ວຂຽວ ແລະ ນ້ຳຕານຈົນໃຫ້ມັນເຍີ່ຍອອກ, ນຸ້ມ ບໍ່ຕິດໄມ້ທູ່ຈຶ່ງໄດ້”
ເມື່ອຕົ້ມໝາກຖົ່ວໄດ້ປະມານ 1 ຊົ່ວໂມງ, ນາງຢຸງ ກໍ່ຕັກເຍື່ອງອາຫານນັ້ນໃສ່ຈານ ແລ້ວໃຊ້ບ່ວງແຫ້ງເນັ່ນໃສ່ເບົາໆ ເພື່ອໃຫ້ເຂົ້າໜົມນັ້ນແຫຼກສະໝ່ຳສະເໝີກັນ ແລ້ວກໍ່ໂຮຍໝາກງາໃສ່ປົກໜ້າ ເປັນອັນວ່າເຍື່ອງອາຫານຂອງຫວານເຂົ້າໜົມໝາກຖົ່ວຂຽວສຳເລັດ.
ສູດເຮັດເຂົ້າໜົມໝາກຖົ່ວຂຽວມີດັ່ງນີ້:
ວັດສະດຸ:
- ໝາກຖົ່ວຂຽວ 1 ກິໂລກຼາມ
- ນ້ຳຕານ 1 ກິໂລກຼາມ
- ໝາກງາຂາວຂົ້ວ 100 ກຼາມ
- ນ້ຳອຸ່ນ
- ນ້ຳມັນດອກໝາກກ້ຽງໃຫຍ່ໜ້ອຍໜຶ່ງ
ວິທີປຸງແຕ່ງ:
ເລືອກເອົາໝາກຖົ່ວຂຽວເມັດນ້ອຍໃນເຫຼືອງໄປບົດໃຫ້ແຕກເຄິ່ງ. ຫຼັງຈາກນັ້ນຈຶ່ງເອົາໄປມ່ານ້ຳເຄິ່ງມື້, ເອົາເປືອກອອກ, ໂຮຍເກືອໃສ່ໜ້ອຍໜຶ່ງປະໃຫ້ນ້ຳແຫ້ງແລ້ວຈຶ່ງນຳເອົາໄປໜຶ້ງ.
ໝາກຖົ່ວເມື່ອໜຶ້ງສຸກແລ້ວນຳເອົາໄປຕຳໃຫ້ແຫຼກ, ປັ້ນໃຫ້ເປັນແຕ່ລະປັ້ນ, ແລ້ວໃຊ້ມີດປາດເປັນປ່ຽງບາງໃຫ້ໝາກຖົ່ວເຍີ່ຍອອກ ແລະ ລຽບ.
ເອົານ້ຳຕານຂາວປົນໃສ່ນ້ຳອຸ່ນແລ້ວຄົນໃຫ້ນ້ຳຕານລະລາຍ, ຄົນສະໝ່ຳສະເໝີກັບໝາກຖົ່ວ ແລ້ວກໍ່ນຳໄປຕົ້ມເຮັດໄຟອ່ອນໆ ຄົນໃຫ້ເຂົ້າກັນ, ເມື່ອໃກ້ຈະສຳເລັດແລ້ວ ເອົານ້ຳມັນດອກໝາກກ້ຽງໃຫຍ່ໃສ່ໜ້ອຍໜຶ່ງ ຫຼື ວານີລາ ເພື່ອໃຫ້ມີກິ່ນຫອມ.
ເມືຶ່ອຕັກເຂົ້າໜົມອອກໃສ່ຈານ, ເອົາໝາກງາຂາວທີ່ຂົ້ວແລ້ວໂຮຍປົກໜ້າແລ້ວປະໄວ້ໃຫ້ເຢັນ ຈຶ່ງຕັດເປັນປ່ຽງ ແລະ ກໍ່ຮັບປະທານໄດ້ເລີຍ. ຫວັງວ່າພວກເພື່ອນຈະເຮັດກິນແຊບ.