BloombergNewsໃຫ້ຂໍ້ສັງເກດວ່າຫວຽດນາມຄວນກຳແໜ້ນກາລະໂອກາດແລະເງື່ອນໄຂສະດວກເພື່ອພັດທະນາປະເທດ

BloombergNewsໃຫ້ຂໍ້ສັງເກດວ່າຫວຽດນາມຄວນກຳແໜ້ນກາລະໂອກາດແລະເງື່ອນໄຂສະດວກເພື່ອພັດທະນາປະເທດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 27/01 ​​ເວັບ​ໄຊ “Bloomberg News” ຖື​ວ່າ: ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ເລືອກ​ຕັ້ງ​ການ​ນຳລຸ້ນ​ໃໝ່. ບັນດາ​ການ​ນຳ ຫວຽດນາມ ລ້ວນ​ແຕ່​ມີ​ເປົ້າໝາຍ​ລວມ​ ​ແມ່ນ​ເຮັດ​ແນວ​ໃດ ​ເພື່ອ​ໜູນ​ໃຊ້​ບັນດາ​ກາລະ​ໂອກາດ ​ແລະ ​ເງື່ອນ​ໄຂ​ສະດວກ ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດທະນາກ້າວ​ຂຶ້ນຢ່າງ​ວ່ອງ​ໄວ. ສິ່ງ​ດັ່ງກ່າວ ມີ​ຄວາມໝາຍ​ສຳຄັນ ​ເມື່ອ​ພື້ນຖານ​ເສດຖະກິດ ຫວຽດນາມ ຍັງ​ບໍ່​ທັນ​ເຕີບ​ໂຕ​ແບບ​ຍືນ​ຍົງຢ່າງ​ແທ້​ຈິງ, ​ເຄີຍ​ມີ​ຜົນ​ກະທົບຈາກ​ຫລາຍ​ປັດ​ໃຈ, ພິ​ເສດ​ແມ່ນ​ການ​ເຄື່ອນ​​ໄຫວ​ຂອງວົງ​ການ​ນັກ​ລົງທຶນ. ຕາມ​ເວັບ​ໄຊ​ນີ້, ດ້ວຍ​ຕະຫລາດ​ພວມ​ພັດທະນາທີ່​ເຕັມ​​ໄປ​ດ້ວຍຄວາມ​ໝັ້ນ​ໝາຍນັ້ນ, ປະຈຸ​ບັນ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ສ້າງ​ຄວາມ​ດິງດູດ​ວົງ​ການ​ວິ​ສາ​ຫະກິດ​ຕ່າງປະ​ເທດ ດ້ວຍ​ພົນລະ​ເມືອງ​ປະມານ 90 ລ້ານຄົນນັ້ນ ຫວຽດນາມ ຈະ​ກາຍ​ເປັນ​ປະ​ເທດ​ວັດທະນາ​ຖາວອນ​ໃນ​ອະນາຄົດ​ຢ່າງ​ແນ່ນອນ.      ຕາມ “Bloomberg News” ​ແລ້ວ, ປັດ​ໃຈ​​ເປັນ​ແກ່ນສານ ​ເພື່ອຫັນ​ບັນດາ​ທ່າ​ໄດ້​ປຽບ​ນີ້ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແມ່ນ​ເພີ່ມ​ທະວີ​ການໜູນ​ຊ່ວຍ​ບັນດາ​ຂະ​ແໜງ​ອຸດສາຫະກຳ ດ້ວຍ​ວິທີຫັນລະບົບ​ພາສີ​ເປັນ​ງາຍ​ດາຍ, ​ລົງທຶນ​ເຂົ້າຂົງ​ເຂດການ​ສຶກສາ ​ແລະ ຕໍ່ສູ້​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ.

ຂ່າວ/ບົດ​ອື່ນ