ກຸຍບາແລະອາເມລິກາເລີ່ມຕົ້ນແລກປ່ຽນຂໍ້ມູນຜ່ານInterpol

ກຸຍບາແລະອາເມລິກາເລີ່ມຕົ້ນແລກປ່ຽນຂໍ້ມູນຜ່ານInterpol - ảnh 1
(ພາບ​ປະ​ກອບ)

(vovworld) - ກຳ​ລັງ​ຕຳ​ຫຼວດ​ອາ​ເມ​ລິ​ກາ ແລະ ກຸຍ​ບາ ຫາ​ກໍ​ບັນ​ລຸ​ໄດ​້​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ຊ່ອງ​ແລກ​ປ່ຽນ​ຂໍ້​ມ​ູນ​​ໂດຍ​ກົງ​ຜ່ານ Interpol ແລະ ໄດ້​ປະ​ຕິ​ບັດ​ການ​ພົບ​ປະ​ຄັ້ງ​ທຳ​ອິດໂດຍ​ຜ່ານ​ຊ່ອງ​ຕິດ​ຕໍ່​ໃໝ່​ນີ້. ວັນ​ທີ 07/12, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ຮັບ​ຜິດ​ຊອບທິດ​ຕາ​ເວັນ​ຕົກ​​ຂອງ​ໂລກ Alex, ຫົວ​ໜ້າ​ຄະ​ນະ​ຜູ້​​ຕາງ​ໜ້າ​ຂອງ​ອາ​ເມ​ລິ​ກາ ໃນ​ບັນ​ດາ​ການ​ເຈ​ລະ​ຈາ​ຫວ່າງມໍ່ໆ​ມານີ້​ກັບ​ກຸຍ​ບາ ໃຫ້​ຮູ້​ວ່າ, ກ່ອ​ນນີ້, ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ອາ​ເມ​ລິກາ ແລະ ​ຄູ່​ຮ່ວມ​ມື​ກຸຍ​ບາ ໄດ້​ມີ​ຮູບ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ໂດຍ​ກົງ​ໃນ​ບາງ​ກໍ​ລະ​ນີ​ແລ້ວ. 2 ຝ່າຍເ້​ຫັນ​ດີ​ປຶກ​ສາ​ຫາ​ລື​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ລວມ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມປອ​ດ​ໄພທາງ​ເຄືອ​ຂ່າຍ​ອີນ​ເຕີ​ແ​ງັດ ແລະ ຕ້ານ​ລັດ​ທິກໍ່​ການ​ຮ້າຍ, ການ​ຄ້າ​ ​ຢາ​ເສບ​ຕິດ… ບັນ​ດາ​ການປຶກ​ສາ​ຫາ​ລື​ດັ່ງ​ກ່າວ ​ເພື່ອແນ​ໃສ່​ຍູ້​ໄວ​ວິ​ວັດ​ການ​ຫັນ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ ແລະ ກຸຍ​ບາ ເປັນ​ປົກ​ກະ​ຕິ.

ຂ່າວ/ບົດ​ອື່ນ