ກຳ​ປູ​ເຈຍ, ລາວ, ຫວຽດ​ນາມ ເນັ້ນ​ໜັກ​ເຖິງ​ຄຸນ​ຄ່າ​ຍຸ​ດ​ທະ​ສາດ​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ

(VOVWORLD) -   ວັນທີ 24 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເປັນປະທານກອງປະຊຸມເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ສະເຫຼີມໄຊ ກົມມະສິດ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Sok Chenda Sophea, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຊຸດທີ 79 ສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ, ອາເມລິກາ.
ກຳ​ປູ​ເຈຍ, ລາວ, ຫວຽດ​ນາມ ເນັ້ນ​ໜັກ​ເຖິງ​ຄຸນ​ຄ່າ​ຍຸ​ດ​ທະ​ສາດ​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ - ảnh 1ການນຳສາມປະເທດຮັບປະທານອາຫານເຊົ້າ ແລະ ເຮັດວຽກ (ພາບ: VOV)

  ໃນການເຮັດວຽກ, 3 ຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງນ້ຳໃຈມິດຕະພາບ, ສະໜິດຕິດພັນລະຫວ່າງ 3 ປະເທດ ດ້ວຍການພັດທະນາຂອງແຕ່ລະປະເທດ. ໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ 3 ທ່ານ, ໄດ້ເນັ້ນໜັກເຖິງບົດບາດ ແລະ ຄຸນຄ່າຍຸດທະສາດຂອງນ້ຳໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ; ເຫັນດີສືບຕໍ່ຮັກສາ, ເສີມຂະຫຍາຍກົນໄກ 3 ຝ່າຍໃຫ້ມີປະສິດທິຜົນ ແລະ ເລິກເຊິ່ງ; ຍູ້ແຮງການຮ່ວມມືຢ່າງແທດຈິງລະຫວ່າງກະຊວງການຕ່າງປະເທດ 3 ປະເທດ, ເພີ່ມທະວີການແບ່ງປັນຂໍ້ມູນ, ທັດສະນະ, ສົມທົບກັບຫຼັກໝັ້ນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.  ພ້ອມດຽວກັນນັ້ນ, ເພີ່ມທະວີການເຊື່ອມຈອດພື້ນຖານໂຄງລ່າງຄົມມະນາຄົມ, ຮ່ວມສຳພັນທາງດ້ານເສດຖະກິດ 3 ປະເທດ; ຍູ້ແຮງການພົບປະ, ແລກປ່ຽນ, ຝຶກອົບຮົມຊາວໜຸ່ມ ແລະ ການນຳໜຸ່ມ ເພື່ອແນໃສ່ເພີ່ມພູນຄູນສ້າງສາຍພົວພັນ 3 ຝ່າຍໃຫ້ໝັ້ນຄົງຍາວນານ.

ວັນຫຽວ

ຕອບກັບ

ຂ່າວ/ບົດ​ອື່ນ