ກົດລະບຽບລາງວັນທົ່ວປະເທດກ່ຽວກັບສື່ສານກັບຕ່າງປະເທດປີ2016
ວິທະຍຸກະຈາຍສຽງ ຫວຽດນາມ
(vovworld) - ສະພາລາງວັນທົ່ວປະເທດກ່ຽວກັບສື່ສານກັບຕ່າງປະເທດຂອງ ຫວຽດນາມ ປີ 2016 ຫາກໍ່ປະກາດກົດລະບຽບລາງວັນທົ່ວປະເທດກ່ຽວກັບສື່ສານກັບຕ່າງປະເທດຂອງ ຫວຽດນາມ ປີ 2016. ຕາມນັ້ນແລ້ວ ບັນດາບົດປະພັນສື່ມວນຊົນ (ໜັງສືພິມ, ກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ, ຂ່າວພາບ, ຮູບພາບທິວທັດທຳມະຊາດ) ແລະ ປື້ນອ່ານດ້ວຍພາສາ ຫວຽດນາມ ແລະ ພາສາຕ່າງປະເທດ ເຊິ່ງໄດ້ລົງພິມໃນພາຫະນະສື່ມວນຊົນແຕ່ວັນທີ 01/01/2016 – 30/12/2016 ລ້ວນແຕ່ໄດ້ເຂົ້າຮ່ວມການເສັງການເສັງ. ນັກປະພັນແມ່ນບັນດາສ່ວນບຸກຄົນ ຫຼື ກຸ່ມນັກປະພັນແມ່ນຊາວ ຫວຽດນາມ ຫຼຶ ຊາວ ຫວຽດນາມ ຢູ່ ຕ່າງປະເທດ. ນັກປະພັນແຕ່ລະຄົນ ຫຼື ກຸ່ມນັກປະພັນແຕ່ລະກຸ່ມສາມາດສົ່ງບົດປະພັນເຂົ້າຮ່ວມແຂ່ງຂັນຫລາຍສຸດແມ່ນ 7 ບົດ ແຕ່ລະບົດປະພັນທີ່ສົ່ງມາຕ້ອງມີຂໍ້ມູນຂອງນັກປະພັນ ເຊິ່ງລວມມີ: ຊື່ ແລະ ນາມສະກຸນ, ນາມປາກກາ, ຕຳແໜ່ງໃນປະຈຸບັນ, ບ່ອນປະຈຳການ, ເບີໂທລະສັບມືຖື, ອີແມວ, ທີ່ຢູ່ ແລະ ບົດແນະນຳໂດຍສັງເຂບກ່ຽວກັບບົດປະພັນດ້ວຍພາສາ ຫວຽດນາມ ລວມມີ: ຮູບການ, ປະເພດ, ເນື້ອໃນຕົ້ນຕໍ, ສະພາບແວດລ້ອມແຫ່ງການປະດິດສ້າງ, ຄວາມດຶງດູດ, ການແຜ່ຂະຫຍາຍ…ຂອງບົດປະພັນ. ບົດປະພັນທີ່ເຂົ້າຮ່ວມການແຂ່ງຂັນສົ່ງໃຫ້ຄະນະເລຂາບັນນາທິການ ແລະ ຜູ້ຟັງ, ວິທະຍຸກະຈາຍສຽງ ຫວຽດນາມ ເຮືອນເລກທີ 58 ຖະໜົນ ກວານຊື, ຮ່ວານກຽມ, ຮ່າໂນ້ຍ ກ່ອນວັນທີ 31/03/2017. ທາງນອກຂອງຊອງເອກະສານ ໃຫ້ລະບຸແຈ້ງ: ເອກະສານເຂົ້າຮ່ວມການແຂ່ງຂັນທົ່ວປະເທດກ່ຽວກັບການສື່ສານກັບຕ່າງປະເທດຂອງ ຫວຽດນາມ 2016.