ໄຂ ກອງປະຊຸມສື່ມວນຊົນ BRICS ລັດເຊຍ, ເຕົ້າໂຮມບັນດານັກຊ່ຽວຊານແຖວຫນ້າຂອງ 45 ປະເທດ

(VOVWORLD) -ໃນ video ສົ່ງເຖິງວາລະໄຂ, ທ່ານ Sergei Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ເນັ້ນຫນັກ ບົດບາດສຳຄັນຂອງສື່ມວນຊົນໃນການຊຸກຍູ້ການພົວພັນແລກປ່ຽນລະຫວ່າງບັນດາປະເທດ, ສ້າງບັນຍາກາດມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງບັນດາຊົນຊາດ.

ໄຂ ກອງປະຊຸມສື່ມວນຊົນ BRICS ລັດເຊຍ, ເຕົ້າໂຮມບັນດານັກຊ່ຽວຊານແຖວຫນ້າຂອງ 45 ປະເທດ - ảnh 1ກອງປະຊຸມສື່ມວນຊົນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ BRICS ລວມມີ ຫລາຍວາລະປຶກສາຫາລື. (ພາບ:ນັກຂ່າວ  VOV ປະຈຳລັດເຊຍ)

ກອງປະຊຸມສື່ມວນຊົນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ BRICS ຄັ້ງທີ 7 ໄດ້ໄຂຂຶ້ນໃນວັນທີ 14  ກັນຍາ ຢູ່ ນະຄອນຫລວງ ມົດສະກູ ລັດເຊຍ. ດ້ວຍຫົວຂໍ້ “ບົດບາດຂອງສື່ມວນຊົນໃນໂລກຫລາຍຂົ້ວ”, ເຂົ້າຮ່ວມກອງປະຊຸມ ມີຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການຂອງລັດເຊຍ, ບັນດາເຈົ້າຫນ້າທີ່ຂັ້ນສູງ, ການນຳບັນດາອົງການສື່ມວນຊົນແຖວຫນ້າຂອງບັນດາປະເທດ BRICS ແລະ ບັນດາປະເທດມີຄວາມເອົາໃຈໃສ່ເຖິງການເປີດກວ້າງການຮ່ວມມືກັບກຸ່ມນີ້. ໃນ video ສົ່ງເຖິງວາລະໄຂ, ທ່ານ Sergei Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ເນັ້ນຫນັກ ບົດບາດສຳຄັນຂອງສື່ມວນຊົນໃນການຊຸກຍູ້ການພົວພັນແລກປ່ຽນລະຫວ່າງບັນດາປະເທດ, ສ້າງບັນຍາກາດມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງບັນດາຊົນຊາດ.

ໃນຂອບເຂດກອງປະຊຸມ, ຕອນບ່າຍວັນທີ 14 ກັນຍາ, ໄດ້ດຳເນີນວາລະປະຊຸມຄົບຄະນະ “ບົດບາດຂອງປະຊາຄົມສື່ມວນຊົນ BRICS ໃນການປັບປຸງສະຖຽນລະພາບ ແລະ ການຮ່ວມມືໃນໂລກຫລາຍຂົ້ວ”. ວັນທີ 15 ກັນຍາ, ໄດ້ດຳເນີນກອງປະຊຸມຄົບຄະນະ “ສື່ມວນຊົນ BRICS: ການຫັນປ່ຽນເຕັກໂນໂລຊີບົນເສັ້ນທາງມາເຖິງໂລກໃຫມ່”. ກອງປະຊຸມຈະສິ້ນສຸດດ້ວຍການອອກຖະແຫລງການຮ່ວມ.

ນັກຂ່າວ VOV ປະຈຳ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ