ກົດໝາຍວິສາຫະກິດສະບັບປັບປຸງ : ສອດຄ່ອງກັບທຳນຽມສາກົນ
ບັນດາ ສ.ສ.ຊ ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວິສາຫະກິດ ສະບັບປັບປຸງ. (ພາບ: nguoidaibieu)
|
(vovworld)-ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວິສາຫະກິດສະບັບປັບປຸງ ໃນວາລະປະຊຸມ ສະພາແຫ່ງຊາດເມື່ອຕອນເຊົ້າວັນທີ 17/6, ສ.ສ.ຊ ຫຼາຍທ່ານຖືວ່າ ກົດໝາຍວິສາຫະກິດ ສະບັບປັບປຸງຄັ້ງນີ້ ຈະຊ່ວຍແກ້ໄຂ ຮົ້ວກີດຂວາງເພື່ອສ້າງສະພາບແວດລ້ອມແຫ່ງການແກ່ງແຍ້ງສະເໝີພາບ, ພິເສດ, ກົດໝາຍວິສາຫະກິດສະບັບປັບປຸງຄັ້ງນີ້ ກຳນົດວິສາຫະກິດມີສິດດຳເນີນກິດຈະການທຸລະກິດສຳລັບທຸກໆຂະແໜງອາຊີບ ຊຶ່ງກົດໝາຍບໍ່ເກືອດຫ້າມ. ທ່ານນາງ ຫງວຽນທິເຫ້ວ ສ.ສ.ຊ ແຂວງດັກລັກ ຖືວ່າ :
“ ກົດໝາຍວິສາຫະກິດຄວນປັບປຸງຕາມທິດລົບລ້າງການຈຳແນກດ້ານລະບຽບການລົງທຶນ ແລະ ດຳເນີນທຸລະກິດລະຫວ່າງບັນດາພາກສ່ວນເສດຖະກິດ, ແນໃສ່ປະຕິບັດຫຼັກການສະເໝີພາບລະຫວ່າງບັນດາວິສາຫະກິດທີ່ຂຶ້ນກັບທຸກໆພາກສ່ວນເສດຖະກິດ ແລະ ສອດຄ່ອງກັບວິວັດທະນາການໃຫ້ຄຳໝັ້ນສັນຍາ WTO ແລະ ຄຳໝັ້ນສັນຍາ TPP ໃນໄລຍະທີ່ຈະມາເຖິງ. ພ້ອມກັນນັ້ນ, ກົດໝາຍວິສາຫະກິດຄວນກຳນົດແຈ້ງຫຼັກການນຳໃຊ້ບັນດາເງື່ອນໄຂສົ່ງເສີມ ຫຼື ຈຳກັດການດຳເນີນທຸລະກິດຕາມລະບຽບກົດໝາຍ, ແຕ່ຄວນແຍກເປັນຕ່າງຫາກກ່ຽວກັບລະບຽບການສ້າງຕັ້ງວິສາຫະກິດກັບບັນດາລະບຽບການກ່ຽວກັບເງື່ອນໄຂດຳເນີນທຸລະກິດ ”
ຕອນບ່າຍຂອງວັນດຽວກັນ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍສັນຊາດຫວຽດນາມປີ 2008, ສ.ສ.ຊ ຫຼາຍທ່ານຖືວ່າຂໍ້ກຳນົດຈົດທະບຽນຮັກສາສັນຊາດຫວຽດນາມທີ່ມີຕໍ່ພົນລະເມືອງຫວຽດນາມ ແລະ ຊາວຫວຽດນາມພວມອາໄສຢູ່ຕ່າງປະເທດຄືໃນຮ່າງກົດໝາຍແມ່ນບໍ່ທັນສອດຄ່ອງກັບເນື້ອໃນຈິດໃຈຂອງມະຕິ 36 ຂອງກົມການເມືອງກ່ຽວກັບວຽກງານທີ່ມີຕໍ່ຊາວຫວຽດນາມຢູ່ຕ່າງປະເທດຕາມລັດຖະທຳມະນູນປີ 2013. ສ.ສ.ຊ ຫຼາຍທ່ານຖືວ່າ ຄວນປະຕິບັດການຈົດທະບຽນພົນລະເມືອງຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍສຳນັກງານຕາງໜ້າຫວຽດນາມຢູ່ຕ່າງປະເທດ ແນໃສ່ຈຸດປະສົງຄຸ້ມຄອງສະພາບການຂອງພົນລະເມືອງຫວຽດນາມຢູ່ຕ່າງປະເທດ, ໃນນັ້ນມີເນື້ອໃນກ່ຽວກັບການຄຸ້ມຄອງສັນຊາດ ແລະ ພົນລະເມືອງ, ປະຕິບັດການປົກປ້ອງພົນລະເມືອງ.....