(vovworld) - ກົນຈັກແມ່ນຂະແໜງອຸດສາຫະກຳພື້ນຖານໃນວິວັດທະນາການຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ທີ່ກອງປະຊຸມສະຫລຸບ 10 ປີແຫ່ງວັນປະຕິບັດຍຸດທະສາດພັດທະນາຂະແໜງກົນຈັກ ຫວຽດນາມ ໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ຈັດຕັ້ງ ໃນຕອນເຊົ້າວັນທີ 11/4.
ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ພັກ, ລັດ, ລັດຖະບານເອົາໃຈໃສ່ເປັນພິເສດເຖິງການພັດທະນາຂະແໜງກົນຈັກ, ພິເສດແມ່ນການຜະລິດເຄື່ອງກົນຈັກ. ທ່ານນາຍົກລັດຖະມົນຕີກໍ່ໄດ້ໄຈ້ແຍກສິ່ງຈຳກັດຈຳນວນໜຶ່ງຂອງຂະແໜງກົນຈັກ, ພິເສດແມ່ນການປະກອບສ່ວນຂອງຂະແໜງກົນຈັກຍັງໜ້ອຍເດີນໄປໃນການພັດທະນາຂອງບັນດາຂະແໜງ ແລະ ຂົງເຂດທີ່ເຄີຍເປັນຄວາມສາມາດບົ່ມຊ້ອນ... ບົນຈິດໃຈນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ມອບໝາຍໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ສຸມໃສ່ສ້າງຍຸດທະສາດຕິດພັນກັບການວາງແຜນກຳນົດພັດທະນາຂະແໜງກົນຈັກໃນໄລຍະທີ່ຈະມາເຖິງ. ທ່ານເວົ້າວ່າ:
“ຍຸດທະສາດຕິດພັນກັບການວາງແຜນກຳນົດ, ໃນນັ້ນກຳນົດແຈ້ງຜະລິດຕະພັນ ແລະ ຂົງເຂດບຸລິມະສິດຕິດພັນກັບກົນໄກນະໂຍບາຍລະອຽດເພື່ອປະຕິບັດຢ່າງລະອຽດ. ຕົວຢ່າງຄື ຂົງເຂດຜະລິດເຄື່ອງກົນຈັກຮັບບຸລິມະສິດເພື່ອຕອບສະໜອງເຄື່ອງຈັກຮັບໃຊ້ກະສິກຳ... ນັ້ນແມ່ນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ. ສ້າງຍຸດທະສາດວາງແຜນກຳນົດຕ້ອງເອົາໃຈໃສ່ເຖິງເງື່ອນໄຂໃໝ່, ເງື່ອນໄຂເສດຖະກິດການຕະຫຼາດ, ເຊື່ອມໂຍງ ແລະ ການແກ່ງແຍ້ງ ຫາກບໍ່ແມ່ນແຜນການຄືກ່ອນນີ້. ເຊື່ອມໂຍງແລ້ວກໍ່ຕ້ອງແກ່ງແຍ້ງ, ທັງແກ່ງແຍ້ງໃນຕະຫຼາດພາຍໃນເພື່ອທົດແທນການນຳເຂົ້າ, ທັງຕ້ອງຄິດໄລເຖິງການສົ່ງອອກ”