ກູບາ,ອາເມລິກາເຊື່ອມຕໍ່ ການເຈລະຈາກ່ຽວກັບ ບັນຫາເຂົ້າເມືອງ

ກູບາ,ອາເມລິກາເຊື່ອມຕໍ່ ການເຈລະຈາກ່ຽວກັບ ບັນຫາເຂົ້າເມືອງ - ảnh 1

(ພາບປະກອບ)

(vovworld)- ວັນ​ທີ 9/7, ບັນດາ​ເຈົ້າໜ້າ​ທີ່​ລັດຖະບານ​ອາ​ເມ​ລິ​ກາ ​ແລະ ກູ​ບາ ​ໄດ້​ເຊື່ອມ​ຕໍ່​ຮອບ​ເຈ​ງະ​ຈາ​ໃໝ່​ກ່ຽວ​ກັບ​ບັນຫາ​ເຂົ້າ​ເມືອງ​ຢູ່​ນະຄອນຫຼວງ​ວໍ​ຊິ​ຕັນ. ນີ້​ແມ່ນ​ຮອບ​ເຈລະຈາ​ທີ 3 ລະຫວ່າງ​ສອງ​ຝ່າຍ​ນັບ​ແຕ່​ປີ 2011 ສຸມ​ໃສ່​ບັນດາ​ບັນ​ຫາ​ມີ​ລັກສະນະ​ເຕັກ​ນິກກ່ຽວຂ້ອງ​ເຖິງສັນຍາ​ເຂົ້າ​ເມືອງ​ສະບັບ​ອອກ​ປີ 1994 ​ແລະ 1995.

   ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ຕີ​ລາຄາ​ການ​ປະຕິບັດ​ບັນດາ​ຄຳໝັ້ນສັນຍາ​ຍົກ​ອອກ​ໃນ​ບັນດາ​ສັນຍາ​ເຂົ້າ​ເມືອງ​ປະກາດ​ໃຊ້​ໃນ​ປະຈຸ​ບັນ. ອີ​ກ​ເທື່ອ​ໜຶ່ງ​ກູ​ບາ ​ໄດ້​ເນັ້ນນັກ​ເຖິງ​ສະພາບ​ພົນລະ​ເມືອງ​ກູ​ບາ ​ເຂົ້າອາ​ເມ​ລິ​ກາ​ ຢ່າງ​ຜິ​ກກົດໝາຍ ​ແລະ ຖື​ວ່າ​ນີ້​ແມ່ນ​ບັນຫາ​ຍາກ​ທີ່​ຈະ​ລົບ​ລ້າງ​ໄດ້. ຝ່າຍ​ກູ​ບາ​ ຢືນຢັນ​ພ້ອມ​ແລ້ວ​ທີ່​ຈະ​ຮັກສາ​ບັນດາ​ການ​ເຈລະຈາກັບ​ວໍ​ຊິງ​ຕັນ​ໃນ​ໄລຍະ​ຈະ​ມາ​ເຖິງ.

  ສ່ວນ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ ທ່ານ​ໜຶ່ງ​ເນັ້ນຫນັກ​ວ່າ: ບັນດາ​ຮອບ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ເຂົ້າ​ເມືອງ​ດຳ​ເນີນ​ໄປ​ເພື່ອ​ຮັບປະກັນ​ວ່າ, ທຸກ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ໄປ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ທັງ​ສອງ​ປະ​ເທດ​ອາ​ເມ​ລິ​ກາ ​ແລະ ກູ​ບາ ​ແຕ່​ສິ່ງ​ດັ່ງກ່າວ​ບໍ່​ມີ​ຄວາມ​ໝາຍວ່າ​ຈະ​ມີ​ການ​ປ່ຽນ​ແປງ​ໃນ​ນະ​ໂຍບາຍ​ຂອງ​ວໍ​ຊິງ​ຕັນ​ທີ່​ມີ​ຕໍ່​ລາ​ຮາ​ວານ./.

ຂ່າວ/ບົດ​ອື່ນ