(ພາບ: http://hanoimoi.com.vn)
(vovworld) – ວັນທີ 10/7, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ເປັນປະທານການເຮັດວຽກຂອງກົມການເມືອງກັບຄະນະປະຈຳພັກແຂວງເທື່ອທຽນເຫ້ວ.
ໃນ 5 ປີຜ່ານມາ, ເທື່ອທຽນເຫ້ວ ແລະ ບັນດາກະຊວງ, ຄະນະ, ຂະແໜງການສູນກາງໄດ້ຜັນຂະຫຍາຍປະຕິບັດຂໍ້ສະຫລຸບເລກທີ 48 ຂອງກົມການເມືອງກ່ຽວກັບການພັດທະນາແຂວງເທື່ອທຽນເຫ້ວ ແລະ ຕົວເມືອງເຫ້ວ ຮອດປີ 2020 ດ້ວຍບັນດາໝາກຜົນທີ່ຕັ້ງໜ້າ. ລະດັບການເຕີບໂຕດ້ານເສດຖະກິດສະເລ່ຍບັນລຸກ່ວາ 10%, ສູງກ່ວາລະດັບສະເລ່ຍລວມຂອງທົ່ວປະເທດ. ແຂວງເທື່ອທຽນເຫ້ວ ມີຄວາມມານະພະຍາຍາມຫຼາຍຢ່າງ ບັນລຸໄດ້ໝາກຜົນເບື້ອງຕົ້ນເພື່ອກາຍເປັນສູນວັດທະ ນະທຳ, ທ່ອງທ່ຽວພິເສດສະເພາະ, ສູນການແພດລົງເລິກ, ສູນວິທະຍາສາດເຕັກໂນໂລຊີ ແລະ ສຶກສາບຳລຸງສ້າງຫຼາຍຂະແໜງ, ຫຼາຍຂົງເຂດທີ່ມີຄຸນນະພາບສູງ.
ທີ່ການເຮັດວຽກ, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ສະເໜີໃຫ້ແຂວງເທື່ອທຽນເຫ້ວ ຈົ່ງປ່ຽນໃໝ່ດ້ານຈິນຕະນາການ, ວິທີການຊີ້ນຳນຳພາຢ່າງແຮງກ່ວາ, ເປັນເຈົ້າການກ່ວາໃນການລະດົມແຫຼ່ງກຳລັງຮັບປະກັນໃຫ້ແກ່ການພັດທະນາວ່ອງໄວ, ໝັ້ນຄົງ ແລະ ປະຕິບັດບັນດາຈຸດໝາຍ, ໜ້າທີ່ໄດ້ກຳນົດໃນຂໍ້ສະຫລຸບ ແລະ ມະຕິຂອງກອງປະຊຸມໃຫ່ຍອົງຄະນະພັກແຂວງ./.