(vovworld) - ວັນທີ 22/6, ຢູ່ນະຄອນຫຼວງ ໂດຮາ, ປະເທດ Qatar, ໄດ້ໄຂກອງປະຊຸມກຸ່ມບັນດາປະເທດໄດ້ເອີ້ນວ່າ “ບັນດາເພື່ອນມິດຂອງ ຊີຣີ”, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ 11 ປະເທດຝ່າຍຕາເວັນຕົກ ແລະ ອາຣັບ ສະໜັບສະໜູນຝ່າຍຄ້ານ ຊີຣີ ເຊິ່ງລວມມີ: ອາເມລິກາ, ຝຣັ່ງ, ເຢຍລະມັນ, ອີຢິບ, ຕວກກີ, ສະຫະລັດ ອາຣັບ ເອມີເຣັດ (UAE), ອັງກິດ, ອີຕາລີ... ໃນຖະແຫຼງການຍົກອອກມາທີ່ກອງປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດ ໄດ້ເປັນເອກະພາບສະໜອງທຸກໆການໜູນຊ່ວຍດ້ານວັດຖຸ ແລະ ອຸປະກອນທີ່ຈຳເປັນໃຫ້ແກ່ກຳລັງຝ່າຍຄ້ານຢູ່ຊີຣີ ໃນບັ້ນຮົບຕ້ານອຳນາດການປົກຄອງປະທານາທິບໍດີ ຊີຣີ Bashar Al – Assad ຢ່າງຮີບດ່ວນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ເວົ້າວ່າ: ບັນດາປະເທດສະໜັບສະໜູນຝ່າຍຄ້ານ ຊີຣີ ຈະເພີ່ມທະວີການໜູນຊ່ວຍໃນຄວາມມານະພະຍາຍາມເພື່ອແນໃສ່ຢຸດຕິ “ການຂາດຄວາມດຸນດຽງ” ໃນສະໜາມຮົບຢູ່ ຊີຣີ, ບ່ອນທີ່ກຳລັງຂອງ ປະທານາທິບໍດີ Bashar Al – Assad ພວມມີທ່າດີ. ທ່ານລັດຖະມົນຕີການຕ່າງປະເທດ John Kerry ໃຫ້ຮູ້ວ່າ: ອາເມລິກາ ຍັງເດີນຕາມແຜນການສັນຕິພາບລວມມີ ການເຈລະຈາໂດຍສັນຕິຢູ່ ເຊີແນວ, ປະເທດ ສະວິດ, ແລະ ລັດຖະບານໄລຍະຂ້າມຜ່ານ ໂດຍແມ່ນ ປະທານາທິບໍດີ Bashar Al – Assad ແລະ ຝ່າຍຄ້ານເລືອກເຟັ້ນ.