ການເຮັດວຽກລະຫວ່າງ Petrovietnam ແລະ ExxonMobil
(ພາບ: cafef.vn) |
(vovworld) – ທ່ານປະທານສະພາສະມາຊິກກຸ່ມບໍລິສັດນ້ຳມັນອາຍແກສ ຫວຽດນາມ (Petrovietnam) ຫງວຽນຊວນເຊີນ ພ້ອມກັບທ່ານປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Murphy Oil ອາເມລິກາ Roger W. Jenkins ຫາກໍເຊັນຂໍ້ຕົກລົງຮ່ວມມື (MOU) ລະຫວ່າງ 2 ກຸ່ມບໍລິສັດເພື່ອແນໃສ່ຊຸກຍູ້ບັນດາກາລະໂອກາດຮ່ວມມືລະຫວ່າງ Murphy Oil ແລະ ກຸ່ມບໍລິສັດນ້ຳມັນອາຍແກສ ຫວຽດນາມ ຢູ່ບັນດາໂຄງການນ້ຳມັນອາຍແກສ ຢູ່ ຫວຽດນາມ, ອາເມລິກາ ແລະ ຢູ່ປະເທດທີ 3. ນອກຈາກການເຊັນ MOU ກັບ Murphy Oil ແລ້ວ, Petrovietnam ກໍມີການພົບປະແລກປ່ຽນກັບທ່ານ Raymond E Jones, ຮອງປະທານພາກພື້ນ ອາຊີ - ປາຊີຟິກ ຂອງກຸ່ມບໍລິສັດນ້ຳມັນອາຍແກສ ExxonMobil. ທີ່ການພົບປະ, ທ່ານ Raymond E Jones ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ກຸ່ມບໍລິສັດນ້ຳມັນອາຍແກສ ຫວຽດນາມ ພ້ອມກັບ ExxonMobil ຕັ້ງໜ້າຊຸກຍູ້ການພັດທະນາໂຄງການປາວານຂຽວ. ທ່ານໄດ້ແຈ້ງຂ່າວກ່ຽວກັບຄວາມຄືບໜ້າຂອງໂຄງການທີ່ບັນລຸໄດ້ໃນໄລຍະຜ່ານມາ, ກະກຽມບັນລຸຂີດໝາຍສຳຄັນແມ່ນປະກາດກ່ຽວກັບແຜນການຕໍ່ໄປ ແລະ ເຊື່ອໝັ້ນວ່າຈະສືບຕໍ່ໄດ້ຮັບການໜູນຊ່ວຍຢ່າງສູງສຸດຈາກກຸ່ມບໍລິສັດນ້ຳມັນອາຍແກສ ຫວຽດນາມ. ທ່ານປະທານ Petrovietnam ຫງວຽນຊວນເຊີນ ຢັ້ງຢືນບັນດາສັນຍາຮ່ວມມື ທີ່ໄດ້ເຊັນກັບ ExxonMobil ຈະລ້ວນແຕ່ໄດ້ຮັບການປະຕິບັດຢ່າງຖືກຕ້ອງຕາມທັດສະນະພ້ອມກັນແບ່ງປັນ ແລະ ສ້າງທຸກເງື່ອນໄຂດດີທີ່ສຸດເພື່ອພ້ອມກັນພັດທະນາ.