ກຸ່ມບໍລິສັດຢາງພາລາຫວຽດນາມ ສືບຕໍ່ຜັນຂະຫຍາຍບັນດາໂຄງການຢູ່ລາວ ແລະ ກຳປູເຈຍ


     ກຸ່ມບໍລິສັດຢາງພາລາຫວຽດນາມ ສືບຕໍ່ຜັນຂະຫຍາຍບັນດາໂຄງການຢູ່ລາວ ແລະ ກຳປູເຈຍ - ảnh 1
ໂຄງການປູກຢາງພາລາສາມາດສ້າງວຽກເຮັດງານທຳ
ໃຫ້ຜູ້ອອກແຮງງານເປັນຈຳນວນຫຼວງຫຼາຍ
(ພາບ:vanhoadoisong)

Vovworld- ກຸ່ມ​ບໍລິສັດ​ອຸດສາຫະກຳ​ຢາງ​ພາລາ​ຫວຽດນາມ(VRG) ​ໃຫ້​ຮູ້​ວ່າ ປະຈຸ​ບັນ, ກຸ່ມ​ບໍລິສັດ ມີ 21 ໂຄງການພວມຜັນຂະຫຍາຍປະຕິບັດຢູ່ກຳປູເຈຍ ແລະ 8 ໂຄງການຜັນຂະຫຍາຍຢູ່ລາວ. ການປະຕິບັດ​ບັນດາ​ໂຄງການ​ປູກ​ຢາງພາລາ​ຢູ່ 2 ປະ​ເທດ​ລ້ວນ​​ແຕ່​ນອນ​ໃນ​ຂອບ​ເຂດ​ບັນດາ​ໂຄງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ​ຊຶ່ງ​ພວມ​ໄດ້​ຮັບ​ການ​ຍູ້​ແຮງ​ລະ​ຫວ່າງ​ ຫວຽດນາມ ​ແລະ 2 ປະ​ເທດ​ລາວ, ກຳປູ​ເຈຍ. ທ່ານ​ວໍ້​ຊີ້​ລຶກ ສັງກັດ​ສະພາ​ສະມາຊິກ ກຸ່ມ​ບໍລິສັດ​ອຸດສາຫະກຳ​ຢ່າງ​ພາລາ​ຫວຽດນາມ ​ໃຫ້​ຮູ້​ວ່າ :

     “ ​ເມື່ອ​ພວກ​ຂ້າພະ​ເຈົ້າ​ຜັນ​ຂະຫຍາຍ​ເນື້ອ​ທີ່ ຢາງ​ພາລາຢູ່​ປະ​ເທດ​ລາວ ​ແລະ ກຳປູ​ເຈ​ຍ, ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ເຄົາລົບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ປະຈຳ​ຖີ່​ນ ​ແລະ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ປຸກ​ເຮືອນ​ຢູ່, ​ໂຮງຮຽນ, ວັດວາອາ​ຮາມຢູ່​ບັນດາ​ເຂດ​ທີ່​ມີ​ໂຄງການ. ກຸ່ມ​ບໍລິສັດ​​ຢາງ​ພາລາ​ຫວຽດນາມຢືນຢັນ​ວ່າ ຈະ​ສືບ​ຕໍ່​ພັດທະນາ ​ແລະ ລົງທຶນ​ເຂົ້າ​ບັນດາ​ໂຄງການ​ປູກຢາງ​ພາລາຢູ່​ລາວ ​ແລະ ກຳປູ​ເຈຍ​ຕາມ​ເນື້ອ​ໃນ​ຈິ​ດໃຈຮ່ວມມື​ລະຫວ່າງລັດຖະບານ​ປະ​ເທດ​ຕ່າງໆ ​ແລະ ປະ​ຊາ​ຊົນ​ຈະ​ສືບ​ຕໍ່​ໄດ້​ຊົ​ມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ບັນດາ​ໂຄງການ​ນີ້”

     ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ເມື່ອ​ປະຕິບັດ ບັນດາ​ໂຄງການ​ປູກຢາງ​ພາລາຢູ່ກຳປູ​ເຈຍ, ກຸ່ມ​ບໍລິສັດ​ອຸດສາຫະກຳ​ຢ່າງ​ພາລາ​ຫວຽດນາມ​ໄດ້​ລົງທຶນ​ກໍ່ສ້າງ​ເຮືອນ​ຢູ່ 3.000 ຫຼັງ​ໃຫ້​ແກ່​ກຳມະກອນ​ຊາວ​ທ້ອງ​ຖິ່ນ ພ້ອມ​ກັບ​ລະບົບ​ໄຟຟ້າ, ນ້ຳ​ສະອາດ ​, ກິດຈະກຳສຸກສາລາ, ​ໂຮງຮຽນ... ສ່ວນ​ຢູ່​ລາວ, ກຸ່ມ​ບໍລິສັດ​ອຸດສາຫະກຳ​ຢ່າງ​ພາລາ​ຫວຽດນາມກໍຳ​​ໄດ້​ປຸກສ້າງ​ເຮືອນ​ຢູ່ ກ່ວາ 750 ຫຼັງ​ໃຫ້​ແກ່​ກຳມະກອນ​ຊາວ​ທ້ອງ​ຖິ່ນ ພ້ອມ​ກັບບັນດາ ກິດຈະກຳສຸກສາລາ, ​ໂຮງຮຽນ , ທາງ​ຄົມມະນາຄົມ, ຂົວ, ຕະຄອງ....

ຂ່າວ/ບົດ​ອື່ນ