ກຸ່ມປະເທດ G7 ເຫັນດີຈັດວາງບັນດາມາດຕະການລົງໂທດໃໝ່ຕ້ານລັດເຊຍ
ລົດຖັງຂອງຢກແຣນຢູ່ດ່ານກວດກາແຫ່ງໜຶ່ງ
(ພາບ: AFP)
|
(vovworld)- ການນຳກຸ່ມປະເທດ G7 ໄດ້ເຫັນດີຈັດວາງບັນດາມາດຕະການລົງໂທດໃໝ່ແນໃສ່ຕ້ານລັດເຊຍ ຊຶ່ງກ່ຽວຂ້ອງເຖິງວິກິດການຢູ່ຢູກແຣນ. ແຈ້ງການຮ່ວມຂອງ ການນຳກຸ່ມປະເທດ G7 ໂດຍທຳນຽບຂາວປະກາດເມື່ອວັນທີ 26/4 ຊີ້ແຈ້ງວ່າ ບັນດາມາດຕະການ ໃໝ່ຈະຖືກຈັດວາງໂດຍໄວແນໃສ່ລົງໂທດຕໍ່ເລື່ອງລັດເຊຍບໍ່ປະຕິບັດສັນຍາ 4 ຝ່າຍກ່ຽວກັບການແກ້ໄຂ ວິກິດການຢູ່ຢູກແຣນ. ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງອາເມລິກາໃຫ້ຮູ້ວ່າ ແຕ່ລະປະເທດໃນກຸ່ມປະເທດ G7 ຈະຍົກອອກມາດຕະການລົງໂທດຂອງຕົນ ແລະ ອາດຈະແນໃສ່ສ່ວນບຸກຄົນຫຼືບໍລິສັດທີ່ສົ່ງຜົນສະທ້ອນເຖິງຢູ່ຂົງເຂດຕ່າງໆທີ່ສຳຄັນຂອງພື້ນຖານເສດຖະກິດລັດເຊຍຄື ພະລັງງານ, ທະນາຄານ. ແຕ່ໃນຖະແຫຼງການ, ກຸ່ມປະເທດ G7 ຍັງເນັ້ນໜັກວ່າ ບານປະຕູຍັງເປີດໃຫ້ແກ່ວິທີການແກ້ໄຂທາງການທູດທີ່ມີຕໍ່ ວິກິດການຢູ່ຢູກແຣນ, ບົນພື້ນຖານສັນຍາເຊີແນວ ແລະ ຮຽກຮ້ອງລັດເຊຍເຂົ້າຮ່ວມວິວັດທະນາການດັ່ງກ່າວ.