ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບມຽນມາ - ຫວຽດນາມ ປາດຖະໜາ ຢາກກາຍເປັນຂົວຕໍ່ໃນການຮ່ວມມືລະຫວ່າງ 2 ປະເທດ
ທ່ານຮອງປະທານສະພາແຫ່ງຊາດ ຮີນງອກເຊີນ
ຕ້ອນຮັບຄະນະຜູ້ແທນກຸ່ມສະມາຊິກສະພາແຫ່ງຊາດມຽນມາ - ຫວຽດນາມ
(ພາບ: daibieunhandan.vn)
(vovworld) - ຕອນບ່າຍວັນທີ 10/01, ຢູ່ສຳນັກງານສະພາແຫ່ງຊາດ, ທີ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຮີນງອກເຊີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຸ່ມສະມາຊິກສະພາແຫ່ງຊາດມຽນມາ - ຫວຽດນາມ ໂດຍທ່ານ Nay Win Tun, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບມຽນມາ - ຫວຽດນາມ, ປະທານ ກຳມາທິການແຮ່ທາດ ແລະ ຊັບພະຍາກອນສຳມະຊາດຂອງສະພາສູງມຽນມາ ເປັນຫົວໜ້າຄະນະ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຕີລາຄາສູງເລື່ອງສະພາແຫ່ງຊາດມຽນມາ ສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບມຽນມາ - ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຮີນງອກເຊີນ ເນັ້ນໜັກວ່າ, ການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບໄດ້ສວມບົດບາດສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື, ພົວພັນແລກປ່ຽນລະຫວ່າງສະພາແຫ່ງຊາດ 2 ປະເທດ. ພ້ອມທັງສະເໜີໃຫ້ສະພາແຫ່ງຊາດ 2 ປະເທດ ສືບຕໍ່ມີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນບົນເວທີປາໄສລະຫວ່າງລັດຖະສະພາສາກົນ ແລະ ພາກພື້ນ. ທ່ານຮອງປະທານສະພາແຫ່ງຊາດ ຮີນງອກເຊີນ ປາດຖະໜາວ່າ ມຽນມາ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ໄປລົງທຶນຢູ່ມຽນມາ ແລະ ຫວຽດນາມ ກໍ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ມຽນມາ ເຂົ້າມາຊອກຮູ້ ແລະ ລົງທຶນຢູ່ຫວຽດນາມ.
ສ່ວນທ່ານປະທານ Nay Win Tun ເນັ້ນໜັກເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ຊຸກຍູ້ການແລກປ່ຽນ, ຮ່ວມມືດ້ານເສດຖະກິດລະຫວ່າງບັນດາວິສາຫະກິດ 2 ປະເທດໃນບັນດາຂົງເຂດຄື: ກະສິກຳ, ສິນໃນນ້ຳ, ການເງິນ - ທະນາຄານ, ການບິນ...