ກຸ່ມ 4 ປະ​ເທດ​ກະ​ກຽມ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ຢູ່ Malabar

(VOVWORLD) - ຕາມແຜນການແລ້ວ, ການຊ້ອມຮົບຮ່ວມຈະແກ່ຍາວ 11 ວັນເລີ່ມແຕ່ໄລຍະກະກຽມຢູ່ທ່າກຳປັ່ນ Visakhapatnam (ອິນເດຍ) ແລະບັນດາການຊ້ອມຮົບຮ່ວມທາງທະເລ, ຈະສຸມໃສ່ເຂົ້າການເພີ່ມທະວີການຮ່ວມມືຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ. 
ກຸ່ມ 4 ປະ​ເທດ​ກະ​ກຽມ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ຢູ່ Malabar - ảnh 1(ພາບປະກອບ: ANI/TTXVN)

ວັນທີ 5 ຕຸລາ, ກອງທັບເຮືອອິນເດຍ ໄດ້ແຈ້ງໃຫ້ຊາບກ່ຽວກັບການຊ້ອມຮົບ Malabar ດ້ວຍການເຂົ້າຮ່ວມຂອງກອງທັບເຮືອອິນເດຍ, ອາເມລິກາ, ອົດສະຕາລີ ແລະ ຍີ່ປຸ່ນ ຈະດຳເນີນໃນວັນທີ 8 ຕຸລາ ມຸ່ງໄປເຖິງກການເພີ່ມທະວີຄວາມສາມາດໃນການປະສົມປະສານລະຫວ່າງກຳລັງກອງທັບເຮືອນກຸ່ມ 4 ປະເທດໃນສະພາບການຄວາມໝັ້ນຄົງໃນພາກພື້ນນັບມື້ນັບມີການຜັນແປທີ່ສັບສົນ.

ຕາມແຜນການແລ້ວ, ການຊ້ອມຮົບຮ່ວມຈະແກ່ຍາວ 11 ວັນເລີ່ມແຕ່ໄລຍະກະກຽມຢູ່ທ່າກຳປັ່ນ Visakhapatnam (ອິນເດຍ) ແລະບັນດາການຊ້ອມຮົບຮ່ວມທາງທະເລ, ຈະສຸມໃສ່ເຂົ້າການເພີ່ມທະວີການຮ່ວມມືຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ. ການຊ້ອມຮົບ Malabar ໄດ້ເລີ່ມຕົ້ນແຕ່ປີ 1992 ຄືການເຄື່ອນໄຫວຮ່ວມມືສອງຝ່າຍ ລະຫວ່າງກອງທັບເຮືອຂອງ ອາເມລິກ ແລະ ອິນເດຍ ແຕ່ໄດ້ພັດທະນາກາຍເປັນເຫດການຫຼາຍຝ່າຍສຳຄັນ, ເພື່ອແນໃສ່ປັບປຸງຄວາມສາມາດໃນການປະສົມປະສານ ແລະ ແກ້ໄຂບັນດາສິ່ງທ້າທາຍລວມໃນຂົງເຂດການເດີນເຮືອຢູ່ພາກພື້ນ ມະຫາສະໝຸດອິນເດຍ ແລະ ມະຫາສະໝຸດອິນເດຍ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ