ກຸ່ມ G20ຊຸກຍູ້ການຮ່ວມມືໃນຂົງເຂດວັດທະນະທຳ
(VOVWORLD) - ການຈັດກອງປະຊຸມ SOM G20 ແມ່ນເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີວັດທະນະທຳ G20 (CMM ຈະຖືກຈັດຂຶ້ນຢູ່ Indonesia ໃນເດືອນກັນຍາທີ່ຈະມາເຖິງ.
ກອງປະຊຸມທາງໄກ ເຈົ້າໜ້າທີ່ອາວຸໂສດ້ານວັດທະນະທຳ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົນເດັ່ນຂຶ້ນແຖວໜ້າໂລກ (SOM G20) ໄດ້ດຳເນີນໃນວັນທີ 23 ເມສາ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າຂົງເຂດວັດທະນະທຳມາຈາກ 30 ປະເທດ.
ທ່ານ Hilmar Farid ລັດຖະມົນຕີກະຊວງວັດທະນະທຳ Indonesia ໃຫ້ຮູ້ວ່າ ກອງປະຊຸມ SOM G20 ກ່ຽວກັບວັດທະນະທຳຄັ້ງທຳອິດ ໄດ້ປຶກສາຫາລື 5 ບັນຫາຕົ້ນຕໍ, ລວມມີ: ບົດບາດຂອງວັດທະນະທຳຄືກຳລັງໜູນພັດທະນາສັງຄົມແບບຍືນຍົງ; ບັນດາການກະທົບຕໍ່ເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ ຈາກບັນດານະໂຍບາຍອີງຕາມວັດທະນະທຳ; ການໂຄສະນາວັດທະນະທຳ; ການຄຸ້ມຄອງບັນດາແຫຼ່ງຊັບພະຍາກອນວັດທະນະທຳ ເພື່ອແນໃສ່ຊຸກຍູ້ແບບແຜນການດຳລົງຊີວິດແບບຍືນຍົງຢູ່ຂັ້ນທ້ອງຖິ່ນ; ຄວາມສາມາດສຳຜັດກັບບັນດາໂອກາດດ້ານວັດທະນະທຳ ແລະ ເສດຖະກິດຢ່າງມີຄວາມຍຸດຕິທຳ ແລະ ລະດົມບັນດາແຫຼ່ງກຳລັງສາກົນ ເພື່ອຊຸກຍູ້ວິວັດການຟື້ນຟູວັດທະນະທຳສິລະປະ ຫຼັງໂລກລະບາດໂຄວິດ 19.
ການຈັດກອງປະຊຸມ SOM G20 ແມ່ນເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີວັດທະນະທຳ G20 (CMM) ຈະຖືກຈັດຂຶ້ນຢູ່ Indonesia ໃນເດືອນກັນຍາທີ່ຈະມາເຖິງ.