ກຸ່ມ G77ແລະ ຈີນ ຊຸກຍູ້ແກ້ໄຂບັນດາບັນຫາຕົ້ນຕໍໃນໂຄງການດຳເນີນງານສາກົນ
(VOVWORLD) - ໃນວັນທີ 15-16 ກັນຍາ, ບັນດາຜູ້ແທນສຸມໃສ່ປຶກສາຫາລືບັນດາສິ່ງທ້າທາຍພັດທະນາໃນປະຈຸບັນ ແລະ ບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຢູ່ບັນດາປະເທດທາງພາກໃຕ້.
(ພາບ: Cubaminrex)
|
|
ວັນທີ 15 ກັນຍາ, ກອງປະຊຸມສຸດຍອດ G77ແລະ ຈີນ ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ລາຮາວານ ປະເທດ ກຸຍບາ ໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫ່ຍ ສ ປຊ Antonio Guterres ແລະ ປະມຸກລັດ, ຜູ້ນຳລັດຖະບານປະມານ 30 ທ່ານ.
ໃນວັນທີ 15-16 ກັນຍາ, ບັນດາຜູ້ແທນສຸມໃສ່ປຶກສາຫາລືບັນດາສິ່ງທ້າທາຍພັດທະນາໃນປະຈຸບັນ ແລະ ບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຢູ່ບັນດາປະເທດທາງພາກໃຕ້. ທ່ານຮອງລັດຖະມົນຕີການຕ່າງປະເທດ ກຸຍບາ Elio Rodríguez ເນັ້ນໜັກວ່າ ນີ້ແມ່ນຈຸດເວລາທີ່ສຳຄັນທີ່ສຸດ ສຳລັບປະເທດເກາະ Caribe, ຊື່ງພວມສວມບົດບາດປະທານໝູນວຽນກຸ່ມ G77ແລະ ຈີນ. ຄາດວ່າ ບັນດາຜູ້ແທນຈະຮັບຮອງເອົາຖະແຫຼງການຮ່ວມ, ໃນນັ້ນ ຍົກອອກທັດສະນະກ່ຽວກັບບັນດາການປະທະກັນ ແລະ ສິ່ງທ້າທາຍທີ່ໂລກພວມຕ້ອງປະເຊີນໜ້າ.