ການກວດ, ປີ່ນ ປົວພະຍາດມະນຸດສະທຳ
ສະໜອງຢຸກຢາໂດຍບໍ່ເສຍຄ່າ ຢູ່ເມືອງ ກີແອງ
(ພາບ: baohatinh.vn)
(vovworld) - ຕອນເຊົ້າວັນທີ 31/07, ສະພາກາແດງແຂວງ ຮ່າຕີງ ຈັດຕັ້ງການກວດ, ປີ່ນ ປົວພະຍາດມະນຸດສະທຳ, ສະໜອງຢຸກຢາໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ພໍ່ແມ່ຊາວປະມົງທີ່ທຸກຍາກ, ຄອບຄົວນະໂຍບາຍຢູ່ເມືອງ ກີແອງ. ບັນດາທ່ານໝໍໂຮງໝໍແຂວງ ຮ່າຕີງ ໄດ້ກວດພະຍາດ, ໃຫ້ຄຳປຶກສາ ແລະ ສະໜອງຢຸກຢາໂດຍບໍ່ເສຍຄ່າໃຫ້ 1000 ຄົນທີ່ປະສົມກັບຄວາມຫຍຸ້ງຍາກ ຂຶ້ນກັບຄອບຄົວນະໂຍບາຍຢູ່ 3 ຕາແສງ ກີຟູ໋, ກີແຄງ, ກີຮ່າ, ເມືອງ ກີແອງ . ນອກຈາກນັ້ນ, ຄະນະຈັດຕັ້ງຍັງມອບຂອງຂວັນ 340 ພູດໃຫ້ບັນດາຄອບຄົວຊາວປະມົງທີ່ທຸກຍາກ, ຄອບຄົວນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດ. ນີ້ແມ່ນວຽກເຮັດງານທຳທີ່ມີຄວາມໝາຍ ເພື່ອແນໃສ່ສົ່ງເສີມສຸຂະພາບເບື້ອງຕົ້ນ, ໜູນຊ່ວຍທາງດ້ານວັດຖຸ ແລະ ຈິດໃຈໃຫ້ປະຊາຊົນທີ່ຖືກຜົນສະທ້ອນຈາກສິ່ງແວດລ້ອມ. ລາຍການຍັງປະກອບສວ່ນປຸກລະດົມການເຂົ້າຮ່ວມຂອງທົ່ວສັງຄົມສຳລັບການເຄື່ອນໄຫວກວດ, ປີ່ນປົວພະຍາດມະນຸດສະທຳ, ໃຫ້ຄຳປຶກສາ ສົ່ງເສີມສຸຂະພາບໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ.